ຄະນະນຳແຂວງຈຳປາສັກ ນຳໂດຍ ທ່ານ ປອ ວິໄລວົງ ບຸດດາຄຳ ເຈົ້າແຂວງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຈຳປາສັກ ໄດ້ເຂົ້າວາງພວງມາລາຢູ່ໜ້າອະນຸສາວະລີນັກຮົບນິລະນາມ ທີ່ສະໜາມແດງ ນະຄອນປາກເຊ ແຂວງຈຳປາສັກ ເນື່ອງໃນໂອກາດວັນສ້າງຕັ້ງກອງບັນຊາການທະຫານ ແຂວງຈຳປາສັກ ຄົບຮອບ 60 ປີ (15 ພຶດສະພາ 1962-15 ພືດສະພາ 2022).

ການວາງພວງມາລາຄັ້ງນີ້ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ບັນພະບູລຸດ, ນັກຮົບນິລະນາມ, ຜູ້ອາວຸໂສຄຸນນະວຸດທິ ທີ່ໄດ້ເສຍສະລະເລືອດເນື້ອ, ເຫື່ອແຮງປະກອບສ່ວນສະຕິປັນຍາເຂົ້າໃນການຕໍ່ສູ້ກູ້ຊາດຍາດເອົາຄວາມເປັນເອກະລາດ, ອະທິປະໄຕ, ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາເປັນ ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຜົນງານທັງໝົດໄດ້ເປັນແວ່ນແຍງອັນໃສແຈ້ງໃຫ້ທຸກຊັ້ນຄົນ, ຊົນເຜົ່າ, ສາດສະໜາ, ແລະ ເພດໄວ ກໍຄືລູກຫຼານໄດ້ເປັນບ່ອນອີງໃນການສຶກສາອົບຮົມພະນັກງານຫຼັກແຫຼ່ງຜູ້ທີ່ສືບທອດພາລະກິດປະຕິວັດ ໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນຢ່າງມີໝາກຜົນ.

ນອກນັ້ນ, ໃນວັນດຽວກັນ ຄະນະນຳແຂວງຈໍາປາສັກ ຍັງໄດ້ນໍາເອົາກະຕ່າດອກໄມ້ວາງຕໍ່ໜ້າອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເພື່ອລະນຶກເຖິງຄຸນງາມຄວາມດີຂອງທ່ານຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ວິລະບູລຸດຜູ້ຍິ່ງໃຫຍ່, ມີຄວາມປີຊາສາມາດ, ສະຫຼາດສ່ອງໃສໃນຂະບວນການຕໍ່ສູ້ປະຕິວັດ, ຜູ້ເປັນຫຼັກແຫຼ່ງໃນການນຳພາກໍ່ສ້າງພັກປະຊາຊົນປະຕິວັດລາວ ແລະ ນຳພາປະຊາຊົນລາວບັນດາເຜົ່າລຸກຂຶ້ນຕໍ່ສູ້ກູ້ຊາດຍາດເອົາຄວາມເປັນເອກະລາດແຫ່ງຊາດ, ອະທິປະໄຕ, ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ, ສ້າງວິລະກຳອັນລ້ຳເລີດໃຫ້ປະເທດຊາດໄດ້ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.