ພິທີຈັດສົ່ງມອບອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ສສ ຫວຽດນາມ ທີ່ເສຍສະລະຊີວິດໃນປາງສົງຄາມຢູ່ ສປປ ລາວ ກັບຄືນປະເທດ ໄດ້ຈັດຂຶ້ນໃນວັນທີ 17 ພຶດສະພາ, ທີ່ເຮືອນພັກກອງປະຕິບັດງານພິເສດ 589 ບ້ານໂພນສີທ່າ ເມືອງທ່າແຂກ ແຂວງຄຳມ່ວນ, ໂດຍມີ ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ຫົວໜ້າຄະນະປະຕິບັດງານພິເສດຂັ້ນແຂວງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະປະຕິບັດງານພິເສດແຂວງຄຳມ່ວນ-ກວາງບິ່ງ ຕະຫຼອດຮອດຄະນະພັກ-ຄະນະບັນຊາ ປກຊ-ປກສ ແຂວງ, ພະແນກການອ້ອມຂ້າງແຂວງ, ສະຫະພັນນັກຮົບເກົ່າແຂວງ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພະນັກງານ-ນັກຮົບ ກອງປະຕິບັດງານພິເສດ 589 ເຂົ້າຮ່ວມ.

ທ່ານ ວົງເພັດ ຈິດປັນຍາ ກ່າວວ່າ: ໃນການຈັດພິທີສົ່ງມອບອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານ ສສ ຫວຽດນາມ ທີ່ເສຍສະລະຊີວິດໃນປາງສົງຄາມຢູ່ດິນແດນ ສປປ ລາວ ເວົ້າລວມ, ເວົ້າສະເພາະ ແມ່ນເສຍຊີວິດຢູ່ແຂວງຄຳມ່ວນ ທີ່ສາມາດຂຸດຄົ້ນ, ທ້ອນໂຮມໄດ້ໃນລະດູແລ້ງ ສົກປີ 2021-2022 ມີຈຳນວນ 17 ຮ່າງອັດຖິ ເພື່ອກັບຄືນປະເທດ, ກັບຄືນບ້ານເກີດຂອງຕົນ, ພວກເຮົາຂໍສະແດງຄວາມໄວ້ອາໄລ ແລະ ຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ດວງວິນຍານຂອງບັນດາພະນັກງານ-ນັກຮົບທະຫານອາສາສະໝັກ ແລະ ຊ່ຽວຊານທີ່ເສຍສະຫຼະຊີວິດໃນປາງສົງຄາ.

ເຊິ່ງຕະຫຼອດໄລຍະຜ່ານມາ ປະຊາຊົນລາວບັນດາເຜົ່າ ເວົ້າລວມ, ເວົ້າສະເພາະ ປະຊາຊົນຊາວແຂວງຄຳມ່ວນ ມີຄວາມຊາບຊຶ້ງ ແລະ ຈົດຈຳຈາລຶກບຸນຄຸນຢ່າງບໍ່ມີວັນຫຼົງລືມໄດ້, ມູນເຊື້ອການຮ່ວມມືສຳພັນສູ້ຮົບລະຫວ່າງສອງຊາດ ລາວ-ຫວຽດນາມ ແມ່ນເປັນສັນຍາລັກທີ່ສະຫວ່າງໄຫວ ແລະ ຍັງໄດ້ ໃຫ້ຄຳສັນຍາ ວ່າ: ຈະຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບປະຊາຊົນຫວຽດນາມ ຕະຫຼອດໄປ ເພື່ອເຮັດໃຫ້ການປະສານສົມທົບຮ່ວມມືລະຫວ່າງ ສອງຊາດລາວ-ຫວຽດນາມ ມີປະ ສິດທິຜົນສູງ  ພວກເຮົາຈະໄດ້ຈາ ລຶກເຖິງຜົນງານ ແລະ ຄຸນງາມ ຄວາມດີຂອງບັນດາສະຫາຍພະນັກງານ-ນັກຮົບ ໃຫ້ກາຍເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ລູກຫຼານຄົນຮຸ່ນຫຼັງໄດ້ຮ່ຳຮຽນເອົາຊົ່ວກາລະນານ.  

ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ຂຶ້ນວາງພວງມາລາ ເພື່ອລະນຶກເຖິງຄວາມຮູ້ບຸນຄຸນຂອງພະນັກງານ-ນັກຮົບທະຫານອາສາສະໝັກ ແລະ ຊ່ຽວຊານ ສສ ຫວຽດນາມ ທີ່ເສຍສະລະຊີວິດ ພ້ອມນຳເອົາຮ່າງອັດຖິດັ່ງກ່າວຂຶ້ນສູ່ລົດ ແລະ ນຳສົ່ງກັບຄືນປະເທດຫວຽດນາມ ຢ່າງສົມກຽດ.