ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ປະຈຳ 3 ເດືອນ ແລະ ວາງທິດທາງແຜນການ 3 ເດືອນ ປະຈຳປີ 2022 ໃນວັນທີ 18 ພຶດສະພາ ຜ່ານມາ, ເປັນປະທານໂດຍ ພັທ ບຸນຍົງ ແກ້ວສຸດທິຈັກ ຫົວໜ້າກອງພັນປ້ອງກັນເຄື່ອນທີ່, ມີຄະນະກອງພັນ, ພະແນກ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ສະໄຫວ ໄຊຍະລາດ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ ກ່າວວ່າ:

ໃນໄລຍະ 3 ເດືອນຜ່ານມາ, ຄະນະພັກ-ຄະນະກອງພັນ ໄດ້ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມແນວຄິດໃຫ້ກຳລັງຢ່າງເປັນປົກກະຕິ ເພື່ອເຮັດໃຫ້ພະນັກງານ-ນັກຮົບ, ສະມາຊິກພັກ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ຫ້າວຫັ້ນຕໍ່ໜ້າທີ່ວຽກງານ, ປະຕິບັດມະຕິ, ຄຳສັ່ງຂອງຂັ້ນເທິງ, ລະບຽບຂອງພັກ ແລະ ກົດໝາຍຂອງລັດວາງອອກ ຢ່າງເຂັ້ມງວດ.

ນອກນັ້ນ, ຍັງໄດ້ເອົາໃຈໃສ່ວຽກງານປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ເປັນຕົ້ນແມ່ນ ໄດ້ປ້ອງກັນສຳນັກງານອົງການລັດ ແລະ ລັດວິສາຫະກິດ ຈຳນວນ 24 ຈຸດ, ປ້ອງກັນການເຄື່ອນຍ້າຍວັດຖຸມີຄ່າ ຈຳນວນ 45 ຄັ້ງ, ຍາມປ້ອມທາງເຂົ້າ ຫ້ອງວ່າການປົກຄອງແຂວງ ແລະ ທາງເຂົ້າ ກອງບັນຊາການ ປກສ ແຂວງ ຈຳນວນ 144 ຄັ້ງ, ໄດ້ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດທີ່ມາເຮັດວຽກທາງການ ຈຳນວນ 3 ຄັ້ງ, ລົງກວດກາພະນັກງານປະຈຳເລົ່າສາງຈຳນວນ 3 ຄັ້ງ, ອອກກວດກາລາດຕະເວນຕາມຈຸດທີ່ສຳຄັນ ໃນຂອບເຂດເທດສະບານຂອງແຂວງ ຈຳນວນ 91 ຄັ້ງ ແລະ ຍັງໄດ້ອອກກວດກາລາດຕະເວນ ເພື່ອປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ, ທັງເປັນການສະກັດກັ້ນຕໍ່ການລັກລອບຄ້າຂາຍຢາເສບຕິດ, ລັກຊັບພົນລະເມືອງ, ກຸ່ມແກ້ງກວນເມືອງ, ກຸ່ມດັດແປງສະພາບລົດ, ຂີ່ລົດໃຊ້ສຽງດັງ ແລະອື່ນໆ.

ສໍາລັບທິດທາງແຜນການ 3 ເດືອນຕໍ່ໜ້າ ຈະສືບຕໍ່ໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບຢ່າງເປັນປົກກະຕິ, ມີແບບແຜນ, ແຜນການລະອຽດຕໍ່ເນື່ອງ, ຕັ້ງໜ້າໃນການຊີ້ນໍາ-ນໍາພາບັນດາເຫຼົ່າວິຊາສະເພາະ ໃນການປະຕິບັດວຽກງານວິຊາສະເພາະໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ສາມາດຕອບຕ້ານກັບກົນອຸບາຍຂອງຄົນບໍ່ດີໄດ້ຢ່າງທັນການ, ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍ.