ໂຮງຮຽນ ປກສ ຊັ້ນຕົ້ນເລກ 6 ກອງບັນຊາການ ປກສ ແຂວງສາລະວັນ ໄດ້ສອບເສັງພາກວິຊາມວຍວິຊາສະເພາະ ຮຸ່ນທີ 13 ສົກປີ 2022-2023 ໃນທ້າຍອາທິດຜ່ານມານີ້, ເຂົ້າຮ່ວມມີ ພັທ ຄຳແດງ ສີປະເສີດ ອຳນວຍການໂຮງຮຽນ ປກສ ຊັ້ນຕົ້ນເລກ 6, ມີຄະນະໂຮງຮຽນ, ຄູ-ອາຈານ, ນັກຮຽນ ເຂົ້າຮ່ວມ. 

ການສອບເສັງພາກວິຊາມວຍວິຊາສະເພາະຄັ້ງນີ້ ມີທັງໝົດ 279 ສະຫາຍ ຍິງ 64 ສະຫາຍ, ກໍານົດການຮຽນພາກວິຊາມວຍວິຊາສະເພາະ 20 ວັນ ເຊິ່ງປະກອບມີ ພາກທິດສະດີ, ຫັດແອບພາກສະໜາມ, ພາກພື້ນຖານ, ຈັບສັດຕູແບບບັງເອີນ, ພາກລ໋ອກ, ແກ້ຄ້ອນ, ແກ້ມີດ ແລະ ແກ້ປືນ.

ການສອບເສັງ ສະແດງເຫັນໄດ້ວ່າ ບັນດານັກຮຽນມີຄວາມເອົາໃຈໃສ່ຮໍ່າຮຽນ ແລະ ມີໄຫວພິບ, ມີທັກສະສູງໃນການຕໍ່ສູ້, ມີຄວາມຄ່ອງແຄ້ວ ແລະ ຊໍານິຊໍານານຮັບຮູ້ ແລະ ເຂົ້າໃຈຕໍ່ບົດຮຽນທີ່ຄູ-ອາຈານຖ່າຍທອດໃຫ້ເປັນຢ່າງດີ. ພາຍຫຼັງສອບເສັງພາກວິຊາມວຍວິຊາສະເພາະ ກໍໄດ້ມີການຈັດປະເພດ ຄື: ປະເພດເກັ່ງມີ 169 ສະຫາຍ, ປະເພດກາງ 105 ສະຫາຍ, ພໍໄຊ້ໄດ້ 5 ສະຫາຍ ແລະ ຈະສືບຕໍ່ສອບເສັງພາກວິຊາຕໍ່ໄປຕາມຫຼັກສູດທີ່ກຳນົດ.