ອົງການຈັດຕັ້ງມະຫາຊົນ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງດຳເນີນລາຍການພັດທະນາອົງການຈັດຕັ້ງມະຫາຊົນ ກະຊວງ ປກສ ຜ່ານໂທລະພາບຂອງກະຊວງ ປກສ, ໃນວັນທີ 19 ພຶດສະພາ 2022, ເປັນປະທານໂດຍ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ຜູ້ຊີ້ນຳລາຍການພັດທະນາອົງການຈັດຕັ້ງມະຫາຊົນ ປກສ, ມີບັນດາພາກສ່ວນ ທີ່ກ້ຽວຂ້ອງເຂົ້າຮ່ວມ.

ພັທ ສີສົມບັດ ໄຊປັນຍາ ຮອງຫົວໜ້າຫ້ອງຊາວໜຸ່ມ ກະຊວງ ປກສ ກ່າວວ່າ: ພາຍຫຼັງທີ່ໄດ້ສ້າງແຜນການລະອຽດ ເພື່ອນຳສະເໜີຂັ້ນເທິງຕາມຂັ້ນຕອນ ຈົນໄດ້ຮັບການອະນຸມັດຕົກລົງເຫັນດີ ຈາກລັດຖະມົນຕີ ກະຊວງ ປກສ ແລະ ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ອົງການຈັດຕັ້ງມະຫາ ຊົນ ກະຊວງ ປກສ ໄດ້ຈັດຕາຕະລາງການເຄື່ອນໄຫວ ແລະ ໄດ້ປະສານສົມທົບກັນ ເພື່ອປຶກສາຫາລືຄົ້ນຄວ້າວິທີໃນການຈັດຕັ້ງປະຕິບັດແຜນການດັ່ງກ່າວໃຫ້ທັນກັບສະພາບການ; ຜ່ານໂທລະພາບຂອງກະຊວງ ປກສ ( Laos pstv ) ເລີ່ມອອກອາກາດນັບແຕ່ວັນທີ 13 ມັງກອນ 2022 ເປັນຕົ້ນມາອອກອາກາດທຸກໆວັນພະຫັດ ເວລາ 9:00-9:30 ໂມງ ແລະ ເວລາ 16:00-16:30 ໂມງ ແລະ ທຸກໆວັນສຸກ ເວລາ 20:30-21:00 ໂມງ.

ຜ່ານການຈັດຕັ້ງປະຕິບັດຕົວຈິງ ເປັນຕົ້ນແມ່ນການສ້າງເຄື່ອນໄຫວລົງເກັບກໍາຂ່າວ, ເກັບຂໍ້ມູນຕົວຈິງຢູ່ສະຖານທີ່ກົມກອງອ້ອມຂ້າງກະຊວງ, ໂດຍ ສະເພາະຂໍ້ມູນກົມກອງຕົວແບບ, ບຸກຄົນຕົວແບບສະແດງອອກຄື: ໄດ້ປະສານແຕ່ລະອະນຸກຳມະການດ້ານຕ່າງໆ ແລະ ໄດ້ຈັດກອງປະຊຸມປຶກສາຫາລື ຈຳນວນ 2 ຄັ້ງ; ອອກຂ່າວຊາວໜຸ່ມທາງໂທລະພາບ ໄດ້ 15 ຄັ້ງ, ອອກຂ່າວສະຫະພັນແມ່ຍິງທາງໂທລະພາບ 14 ຄັ້ງ ແລະ ອອກຂ່າວກຳມະບານກະຊວງ ທາງໂທລະພາບ 6 ຄັ້ງ.

ທັງນີ້, ກໍເພື່ອເປັນການຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດການສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນກໍາລັງປ້ອງກັນຄວາມສະຫງົບ ແລະ ທັງເປັນການກະຕຸກຊຸກຍູ້ແບບແຜນວິທີການເຮັດວຽກຂອງອົງການຈັດຕັ້ງມະຫາຊົນ ຕະຫຼອດຮອດສະມາຊິກທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງອົງການຈັດຕັ້ງມະຫາຊົນ ກະຊວງ ປກສ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີແບບແຜນທີ່ທັນສະໄໝ, ມີຈັນຍາບັນ-ຈັນຍາທຳ, ມີລະບຽບວິໄນເຂັ້ມງວດ ສົມເປັນກຳລັງທີ່ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ປະເທດ ແລະ ປະຊາຊົນ ໂດຍໄດ້ມີການເຜີຍແຜ່ ຜົນງານເຄື່ອນໄຫວວຽກງານດ້ານຕ່າງໆຂອງຕົນອອກສູ່ສັງຄົມໄດ້ຮັບຮູ້.