ກອງປະຊຸມທາງໄກວຽກງານປ້ອງກັນຄວາມສະຫງົບ ລະຫວ່າງກອງບັນຊາການ ປກສ 5 ແຂວງພາກເໜືອຂອງ ສປປ ລາວ ແລະ ກອງບັນຊາການຕຳຫຼວດ ກິ່ງແຂວງສິບສອງພັນນາ ແຂວງຢູນນານ ສປ ຈີນ ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ, ຝ່າຍ ສປປ ລາວ ນໍາໂດຍ ພັອ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ແລະ ຝ່າຍ ສປ ຈີນ ນຳໂດຍ ທ່ານ ລີລີ້ ຫົວໜ້າກອງບັນຊາການຕຳຫຼວດ ກິ່ງແຂວງສິບສອງພັນນາ ແຂວງຢູນນານ ມີຜູ້ຕາງໜ້າຈາກກອງບັນຊາການ ປກສ 5 ແຂວງພາກເໜືອຂອງ ສປປ ລາວ ແລະ ສປ ຈີນ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ບັນດາກອງບັນຊາການ ປກສ 5 ແຂວງພາກເໜືອຂອງ ສປປ ລາວ (ອຸດົມໄຊ, ຫຼວງພະບາງ, ຫຼວງນ້ຳທາ, ບໍ່ແກ້ວ, ຜົ້ງສາລີ) ແລະ ກອງບັນຊາການຕໍາຫຼວດກິ່ງແຂວງສິບສອງພັນນາ ໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບລວມ ເປັນຕົ້ນແມ່ນການຮ່ວມມື, ການຄຸ້ມຄອງຊາຍແດນ, ການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດ ໂຄວິດ-19, ສະກັດກັ້ນການກໍ່ອາດຊະຍາກໍາຂ້າມແດນ ແລະ ການຮ່ວມມືໃນການກວດກາຄົນເຂົ້າ-ອອກເມືອງ, ກົນໄກການຮ່ວມມືປະສານສົມທົບໃນແຕ່ລະພື້ນທີ່ຊາຍແດນຕິດຈອດກັນ, ສົ່ງເສີມການສ້າງກົນໄກການຮ່ວມມືວຽກງານປ້ອງກັນຄວາມສະຫງົບ ໃຫ້ນັບມື້ເຂົ້າສູ່ລວງເລິກ ທັງມີປະສິດທິຜົນສູງ, ວຽກງານປ້ອງກັນເສັ້ນທາງລົດໄຟຕາມຂອບເຂດຄວາມຮັບຜິດຊອບຂອງຕົນ, ປັບປຸງການບໍລິການຢູ່ບັນດາສະຖານີລົດໄຟໃຫ້ວ່ອງໄວ-ເຂັ້ມງວດ ແລະ ເພື່ອຮັບປະກັນການຕິດຕາມ, ກວດກາສະກັດກັ້ນ-ແກ້ໄຂແຜນການກໍ່ການຮ້າຍທຸກຮູບແບບ, ເອົາໃຈໃສ່ຊີ້ນໍາໃຫ້ບັນດາກອງບັນຊາການ ປກສ ເຂດ, ເມືອງ ແລະ ດ່ານ ເພີ່ມທະວີການຄຸ້ມຄອງຊາຍແດນ, ເຄື່ອນໄຫວກວດກາ ລາດຕະເວນຕາມຈຸດສໍາຄັນ ເພື່ອສະກັດກັ້ນ-ຕ້ານການລັກລອບເຄື່ອນໄຫວຄ້າຂາຍເຖື່ອນທຸກຮູບແບບ.

ໃນໄລຍະຜ່ານມາ, ທັງສອງຝ່າຍ ລາວ-ຈີນ ໄດ້ເອົາໃຈໃສ່ໃນການຊີ້ນໍາແຕ່ລະຂົງເຂດວຽກງານປ້ອງກັນຄວາມສະຫງົບຂອງຕົນ ໃຫ້ມີການປະຕິບັດວຽກ ງານວິຊາສະເພາະຢ່າງເຂັ້ມງວດ, ມີການປະສານສົມທົບກັບ ປກສ ບໍລິການປະຊາຊົນ, ອໍານາດການປົກຄອງບ້ານ, ນໍາເອົາແນວທາງຂອງ ພັກ-ລັດ, ມະຕິ, ຄໍາສັ່ງ, ແຈ້ງການຕ່າງໆທີ່ກ່ຽວຂ້ອງລົງໂຄສະນາເຜີຍແຜ່ໃຫ້ພໍ່-ແມ່ປະຊາຊົນມີຄວາມຮັບ ຮູ້ ແລະ ເຂົ້າໃຈຕໍ່ການປະຕິບັດມາດຕະການລະບຽບກົດໝາຍການເຂົ້າ-ອອກ ປະຕູດ່ານທີ່ໄດ້ກຳນົດຢ່າງຖືກຕ້ອງ.

ກອງປະຊຸມ, ໄດ້ພ້ອມກັນຄົ້ນຄວ້າວຽກງານປ້ອງກັນຄວາມສະຫງົບ ຮ່ວມກັນ ເພື່ອສືບຕໍ່ໃນການຮັກສາຄວາມສະຫງົບຕາມຂອບເຂດຊາຍແດນຕິດຈອດກັນລະຫວ່າງ 5 ແຂວງພາກເໜືອຂອງ ສປປ ລາວ ແລະ ກິ່ງແຂວງສິບສອງພັນນາ ແຂວງຢຸນນານ ສປ ຈີນ ໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີການເຂົ້າ-ອອກເມືອງຢ່າງຖືກຕ້ອງ ແລະ ມີຄວາມສະດວກໃນການໄປ-ມາຫາສູ່ກັນ, ການທໍາມາຄ້າຂາຍມີຄວາມສະ ດວກສະບາຍຂຶ້ນ.