ວັນທີ 19 ພຶດສະພາ 2022, ໂຮງງານຜະລິດຢາ ລາວພັນທະມິດ ຟາກມາ ກຣຸບ ຈໍາກັດ ໄດ້ມອບຢາ ໂມລາໂກເວຍ ຢາປົວໂຄວິດ-19 ໃຫ້ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຈໍານວນ 80 ກັບ ລວມມູນຄ່າ 32.000.000 ກີບ ເພື່ອເກັບຮັກສາໄວ້ເມື່ອເວລາພະນັກງານ-ນັກຮົບພາຍໃນກົມຕິດໂຄ ວິດກໍນໍາໃຊ້ຢາດັ່ງກ່າວເຂົ້າໃນການປິ່ນປົວ.

ມອບໂດຍ ທ່ານ James Beau -mont ຕາງໜ້າໂຮງງານຜະລິດຢາລາວ ພັນທະມິດ ຟາກມາ ກຣຸບ ຈໍາກັດ, ຮັບ ໂດຍ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມ ຕໍາຫຼວດຈະລາຈອນ, ມີຄະນະກົມ, ພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກ ຂີພະຍານ; ທ່ານ James Beaumont ກ່າວວ່າ: ການທີ່ນໍາເອົາຢາໂມລາໂກເວຍ ຢາປົວໂຄວິດ-19 ມອບໃຫ້ກົມຕໍາຫຼວດ ຈະລາຈອນຄັ້ງນີ້ ທາງໂຮງງານຢາກເປັນສ່ວນໜຶ່ງໃນການປະກອບສ່ວນຊ່ວຍ ເຫຼືອພະນັກງານ-ນັກຮົບຢູ່ພາຍໃນກົມຕໍາຫຼວດຈະລາຈອນ ຖ້າຫາກເຊື້ອພະ ຍາດໂຄວິດລະບາດອີກຮອບເຊື່ອວ່າຢາດັ່ງກ່າວນີ້ຈະຊ່ວຍປິ່ນປົວພະນັກ ງານຂອງກົມໃຫ້ຫາຍຂາດຈາກເຊື້ອພະຍາດໂຄວິດ-19 ໄດ້.

ໂອກາດດຽວກັນ, ພັອ ກົງສີ ສຸວັນ ນະຕຸ້ມ ໄດ້ຕາງໜ້າໃຫ້ກົມຕໍາຫຼວດຈະລາຈອນມອບໃບກຽດຕິຄຸນໃຫ້ໂຮງງານຜະລິດຢາ ລາວພັນທະມິດ ຟາກມາ ກຣຸບ ຈໍາກັດ ພ້ອມທັງສະແດງຄວາມຂອບໃຈເປັນຢ່າງສູງທີ່ເຫັນໄດ້ຄວາມສໍາຄັນຂອງກົມຕໍາຫຼວດຈະລາຈອນ ແລະ ສັນຍາວ່າຈະເກັບຮັກສາຢາດັ່ງກ່າວນີ້ໄວ້ໃຫ້ດີ ຖ້າຫາກພະນັກງານພາຍໃນກົມຕິດເຊື້ອພະຍາດໂຄວິດ-19 ກໍຈະນໍາຢາດັ່ງກ່າວ ເຂົ້າປິ່ນປົວຢ່າງທັນທີ ເພື່ອຮັບປະກັນບໍ່ໃຫ້ພະນັກງານເຈັບປ່ວຍຮຸນແຮງຈາກພະຍາດດັ່ງກ່າວນີ້.