ຫ້ອງວ່າການກະຊວງ ປກສ ໄດ້ປິດຊຸດຝຶກອົບຮົມວຽກງານພັກ-ວຽກງານການເມືອງໄລຍະສັ້ນ ຄັ້ງທີ I ໃຫ້ນາຍຕໍາຫຼວດ ໃນວັນທີ 20 ພຶດສະພາ 2022, ເປັນປະທານໂດຍ ສະຫາຍ ພົຕ ສົມວັນ ສາຍລ້ອງພາ ຄະນະປະຈໍາພັກກະຊວງ ເລຂາຄະນະພັກ ຫົວໜ້າຫ້ອງວ່າການກະຊວງ ປກສ, ມີຄະນະປະຈໍາພັກ, ຄະນະພັກຫ້ອງວ່າການ, ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນ ເຂົ້າຮ່ວມ.

ສະຫາຍ ພັອ ສີວັນທາ ເພຍສະຂາ ຄະນະພັກຫ້ອງວ່າການເລຂາໜ່ວຍພັກຮາກຖານ ຫົວໜ້າຫ້ອງການເມືອງ ຫ້ອງວ່າການ ໄດ້ຜ່ານບົດສະຫຼຸບກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວຝຶກອົບຮົມ ໃຫ້ຮູ້ວ່າ: ການຝຶກອົບຮົມວຽກງານພັກ-ວຽກງານການເມືອງ ໄລຍະສັ້ນ ຄັ້ງທີ I ຂອງຫ້ອງວ່າການກະຊວງ ປກສ ແມ່ນໄດ້ຈັດຕັ້ງດຳເນີນມາເປັນເວລາ 3 ວັນ, ນັບແຕ່ວັນທີ 18-20 ພຶດສະພາ 2022, ໂດຍມີສຳມະນາກອນທັງໝົດ ຈຳນວນ 24 ສະຫາຍ ຍິງ 4 ສະຫາຍ, ມີວິທະຍາກອນ ຫຼື ຄູຝຶກສອນ ຈຳນວນ 6 ສະຫາຍ ແລະ ສາມາດຕີລາຄາໄດ້ຄື: ມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍຄວາມຮັບຜິດຊອບສູງຂອງນັກວິທະຍາກອນ ແລະ ນັກສຳມະນາກອນຕະຫຼອດຮອດຄະນະຮັບຜິດຊອບຈັດຝຶກອົມທີ່ໄດ້ພ້ອມກັນສູ້ຊົນ, ເອົາໃຈໃສ່ ສຸມສະຕິເຫື່ອແຮງເຂົ້າໃນການຈັດຕັ້ງບັ້ນດໍາເນີນຝຶກອົບຮົມຄັ້ງນີ້ ມີຜົນສຳເລັດຢ່າງຈົບງາມ, ຮັບປະກັນຄຸນນະພາບ ແລະ ມີປະສິດທິຜົນດີ; ສະແດງອອກນັກສຳມະນາກອນທຸກສະຫາຍໄດ້ຕັ້ງໜ້າ, ບຸກບືນ, ເອົາໃຈໃສ່ເຂົ້າໃນການຄົ້ນຄວ້າ, ຮ່ຳຮຽນ, ປະຕິບັດໂມງເວລາຂຶ້ນຫ້ອງ-ລົງຫ້ອງໄດ້ດີ;

ນອກນັ້ນ, ການຝຶກອົບຮົມຄັ້ງນີ້, ຍັງເຮັດໃຫ້ນັກສຳມະນາກອນທີ່ເປັນພະນັກງານນຳພາ-ບັນຊາ ກໍຄືນັກສໍາມະນາກອນທີ່ເປັນເສນາທິການເຮັດວຽກ ງານພັກໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງທາງດ້ານຫຼັກມູນທິດສະດີ ແລະ ມີຄວາມເປັນເອກະພາບທາງດ້ານຫຼັກການກ່ຽວກັບວຽກງານພັກ -ວຽກງານການເມືອງໃນກຳລັງປ້ອງກັນຄວາມສະຫງົບຂຶ້ນອີກບາດກ້າວໜຶ່ງ; ສາມາດນຳໄປຈັດຕັ້ງປະຕິບັດ ແລະ ເຜີຍແຜ່ຜັນຂະຫຍາຍໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດຢູ່ພາຍໃນກົມ, ຫ້ອງຂອງຕົນ ໄດ້ເຊື່ອມຊຶມກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ເຮັດສໍາເລັດໜ້າທີ່ຕາມ ການມອບໝາຍ.

ພ້ອມດຽວກັນນີ້, ໃນພິທີກໍໄດ້ມອບໃບຢັ້ງຢືນໃຫ້ສໍາມະນາກອນທີ່ສໍາເລັດການຝຶກອົບຮົມວຽກງານພັກ-ວຽກງານການເມືອງ ຈໍານວນ 24 ສະຫາຍ ໃຫ້ກຽດມອບໂດຍສະຫາຍ ພົຕ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ.