ອາທິດຜ່ານມາ, ແຂວງສາລະວັນ ໄດ້ຈັດພິທີມອບ-ສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະລະຊີວິດເລືອດເນື້ອໃນປາງສົງຄາມ ຈຳນວນ 16 ອັດຖິ; ເຂົ້າຮ່ວມ ໂດຍທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ມີ ພົຈວ ພູວັນ ພິມມະຈັນ ຫົວໜ້າການເມືອງທະຫານແຂວງ, ຫົວໜ້າປະຕິບັດງານພິເສດແຂວງສາລະວັນ, ພັອ ຮ່ວງວັນເຍີ້ນ ຮອງເລຂາຫົວໜ້າການເມືອງທະຫານແຂວງ ເທື່ອທຽນເຫ້ວ ຮອງປະທານປະຕິບັດງານພິເສດແຂວງ ເທື່ອທຽນເຫ້ວ, ພົຈວ ສົມທອງ ດອນກັນນ້ອຍ ຄະນະປະຕິບັດງານພິເສດ, ຫົວໜ້າການເມືອງທະຫານແຂວງເຊກອງ, ພ້ອມດ້ວຍຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ແລະ ບັນດາອົງການພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.

ວຽກງານຂຸດຄົ້ນອັດຖິນີ້ ແມ່ນວຽກງານໜຶ່ງທີ່ສຳຄັນຫຼາຍໃນການປະຕິບັດນະໂຍບາຍໃຫ້ຖືກຕ້ອງຕາມແນວທາງຂອງພັກ-ລັດຖະບານ ສປປລາວ ແລະ ສສ ຫວຽດນາມ ທີ່ມີຕໍ່ພະນະງານ-ນັກຮົບ ທີ່ເສຍສະລະຊີວິດ ເພື່ອການປະຕິວັດແລກເອົາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບ ຖ້ວນຂອງ 2 ຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໃນການຕໍ່ສູ້ກູ້ຊາດໃນປາງສົງຄາມຢູ່ລາວ ໃຫ້ກັບຄືນສູ່ປະເທດຢ່າງສົມກຽດ ແລ້ວນຳເອົາອັດຖິເມື່ອມ້ຽນຢູ່ສຸສານ ເພື່ອໃຫ້ພໍ່ແມ່ປະຊາຊົນທັງສອງຊາດ, ມີຄວາມເອກອ້າງທະນົງໃຈ, ສະແດງຄວາມຮູ້ບຸນຄຸນ, ຄຸນງາມຄວາມດີ ແລະ ວິລະກຳອັນເລີດລ້ຳຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມໃຫ້ຄົນລຸ່ນໃໝ່ໄດ້ຮັບຮູ້ ແລະ ເພີ່ມພູມຄູນສ້າງສາຍພົວພັນຄວາມຮັກແພງສາມັກຄີແບບພິເສດຂອງ 2 ພັກ- 2 ລັດ ແລະ ປະຊາຊົນ 2 ຊາດລາວ-ຫວຽດນາມ ພ້ອມກັນແຂ່ງຂັນສ້າງຜົນງານຂ່ຳນັບຮັບຕ້ອນບັນດາວັນປະຫວັດສາດ ຂອງຊາດ-ຂອງພັກຂອງກອງທັບ ແລະ ວັນສຳຄັນຕ່າງໆຢ່າງເປັນຂະບວນກວ້າງຂວາງ ແລະ ມີຜົນສຳເລັດຮອບດ້ານ.

ກ່າວມອບອັດຖິໃນຄັ້ງນີ້ ໂດຍ ພົຈວ ພູວັນ ພິມມະຈັນ ຫົວໜ້າການເມືອງທະຫານແຂວງ, ຫົວໜ້າປະຕິບັດງານພິເສດແຂວງສາລະວັນ, ກ່າວຮັບ ພັອ ຮ່ວງ ວັນເຍີ້ນ ຮອງເລຂາຫົວໜ້າການເມືອງທະຫານແຂວງເທື່ອທຽນ ເຫ້ວ ຮອງປະທານປະຕິບັດງານພິເສດ ແຂວງເທື່ອທຽນເຫ້ວ.