ເຈົ້າໜ້າທີ່ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ຈັດພິທີສຶກສາອົບຮົມກຸ່ມມົ້ວສຸມເສບຢາເສບຕິດ ໃນຄັ້ງວັນທີ 19 ພຶດສາພາ 2022 ທີ່ຜ່ານມາ, ໂດຍການເຂົ້າຮ່ວມຂອງ ພັທ ສຸລິສັກ ສີສົດໃສ ຫົວໜ້າພະແນກຄຸມຂັງນັກໂທດ-ຕ້ອງຫາ ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຈຳປາສັກ, ມີ ພັຕ ໄຊຊະນະ ອິນທະວົງສາ ຮອງພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ກຸ່ມມົ້ວສຸມຢາເສບຕິດ ເຂົ້າຮ່ວມ.

ການສຶກສາອົບຮົມໃນຄັ້ງນີ້ ແມ່ນໄດ້ນຳເອົາເອກະສານຕ່າງໆມາສຶກສາອົບຮົມ ເປັນຕົ້ນແມ່ນ:

  • ເອກະສານສິດ ແລະ ພັນທະຂອງພົນລະເມືອງລາວ
  • ເອກະສານປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມລາວ
  • ເອກະສານຜົນຮ້າຍຂອງຢາເສບຕິດ
  • ປະມວນກົດໝາຍເລກທີ 315 ເລກທີ 319 ແລະ ເລກທີ 321
  • ເອກະສານກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງ

ທັງນີ້, ກໍເພື່ອແນໃສ່ໃຫ້ກຸ່ມເປົ້າໝາຍດັ່ງກ່າວ ຮັບຮູ້ ແລະ ເຂົ້າໃຈໃນຄວາມໝາຍ-ຄວາມສຳຄັນຂອງລະບຽບການຕ່າງໆ ເປັນຕົ້ນແມ່ນ ລະບຽບຂອງຄ້າຍຄຸມຂັງ-ດັດສ້າງ, ຮູ້ໄດ້ ແລະ ຈຳແນກສິ່ງທີ່ຜິດ ແລະ ຖືກ, ຮັບຮູ້ໄດ້ເຖິງແນວທາງນະໂຍບາຍຂອງພັກ-ລັດ, ຜົນຮ້າຍ ແລະ ອັນຕະລາຍຂອງຢາເສບຕິດທີ່ເປັນໄພຮຸກຮານຕໍ່ສັງຄົມ ແລະ ປະເທດຊາດບ້ານເມືອງ, ຮັບຮູ້ໄດ້ເຖິງສິດ ແລະ ພັນທະຂອງພົນລະເມືອງລາວ ໂດຍສະເພາະຊາວໜຸ່ມທີ່ຈະກາຍເປັນໜໍ່ແໜງຂອງປະເທດຊາດ, ເປັນຜູ້ສືບທອດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ, ເຂົ້າໃຈຕໍ່ບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ, ປັບປຸງແນວຄິດ ແລະ ພຶດຕິກຳຂອງຕົນ ເຮັດໃຫ້ຕົນເອງກາຍເປັນລູກທີ່ດີຂອງພໍ່ແມ່, ເປັນພົນລະເມືອງດີຂອງສັງຄົມ ພ້ອມກັນສະກັດກັ້ນ ແລະ ຕ້ານບັນຫາຢາເສບຕິດໃຫ້ຫຼຸດນ້ອຍຖອຍລົງໄປເທື່ອລະກ້າວ.