ສະຫະພັນກໍາມະບານ ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບສະຫະພັນກຳມະບານ ກະຊວງປ້ອງກັນປະເທດ ພົບປະແລກປ່ຽນບົດຮຽນວິຊາສະ ເພາະ ໃນວັນທີ 20 ພຶດສະພາ 2022, ໂດຍມີ ພັອ ວັນນະເລດ ບຸດຕະວົງ ປະທານສະຫະພັນກໍາມະບານ ກະຊວງ ປ້ອງກັນຄວາມສະຫງົບ, ພັອ ບຸນຄ່ອງ ອຸດທະຈັນດີ ປະທານສະຫະພັນກໍາມະບານ ກະຊວງ ປ້ອງກັນປະເທດ, ມີຄະນະສະຫະພັນ, ແລະ ພະນັກງານ-ນັກຮົບ 2 ພາກສ່ວນ ເຂົ້າຮ່ວມ.

ການພົບປະແລກປ່ຽນບົດຮຽນວຽກງານກໍາມະບານຄັ້ງນີ້, ພັອ ວັນະເລດ ບຸດຕະວົງ ແລະ ພັອ ບຸນຄ່ອງ ອຸດທະຈັນດີ ໄດ້ປ່ຽນກັນລາຍງານສະພາບຈຸດ ພິເສດ, ໂຄງປະກອບການຈັດຕັ້ງ, ຜົນງານ ແລະ ການເຄື່ອນໄຫວວຽກງານກໍາມະບານຂອງຕົນໃນໄລຍະຜ່ານມາໃຫ້ກັນຊາບໂດຍຫຍໍ້, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວຽກງານຂອງ 2 ຫ້ອງກໍາມະບານຂອງ 2 ກະຊວງ ເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການປະຕິບັດວຽກງານ.

ໃນພິທີ, ບັນດາຜູ້ເຂົ້າຮ່ວມກໍໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ຕັ້ງຄໍາຖາມສົນທະນາການ ເພື່ອເປັນແລກປ່ຽນບົດຮຽນເຊິ່ງກັນແລະກັນ ເປັນຕົ້ນດ້ານວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບພາຍໃນກົມກອງ, ວຽກງານວິຊາສະເພາະ ແລະ ວຽກງານຄຸ້ມຄອງກໍາມະບານຢູ່ຂັ້ນຮາກຖານ, ວຽກງານຊອກແຫຼ່ງລາຍຮັບເຂົ້າສູ່ກົມກອງ ເພື່ອເປັນທິດທາງໃນການປັບປຸງກໍ່ສ້າງໃຫ້ວຽກງານຂອງກໍາມະບານ 2 ກະຊວງ ໃຫ້ມີຄຸນນະພາບ ແລະ ບາດກ້າວອັນໃໝ່.