ໃນວັນທີ 17 ພຶດສະພາ 2022, ຢູ່ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນແຂວງ ສະພາປະຊາຊົນ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມທາບທາມຮ່າງກົດໝາຍຈຳນວນ 2 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍ ການປັບປຸງບາງມາດຕາ ວ່າດ້ວຍ ສານປະຊາຊົນ ແລະ ຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ, ໂດຍການເປັນປະທານຂອງ ທ່ານ ຄໍາເຜີຍ ງອນວັນຄຳ ຮອງປະທານສະພາປະຊາຊົນແຂວງ, ທ່ານ ຄໍາຜົງ ບັນເລືອງ ປະທານສານປະຊາຊົນແຂວງ, ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ຫົວໜ້າ-ຮອງຫົວໜ້າພະແນກ ພ້ອມດ້ວຍຄະນະ, ສະມາຊິກສະພາແຫ່ງຊາດແຂວງ, ຄະນະຮັບຜິດຊອບ ແລະ ວິຊາການຂະແໜງກ່ຽວຂ້ອງ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມທາບທາມຮ່າງກົດໝາຍ ຈຳນວນ 2 ສະບັບ ຄັ້ງນີ້ ແມ່ນປະຕິບັດຕາມແຈ້ງການຂອງ ຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍ ການຈັດຕັ້ງທາບທາມບັນດາກົດໝາຍທີ່ຈະນໍາເຂົ້າຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ເພື່ອແນໃສ່ເຮັດໃຫ້ບັນດາກົດໝາຍທີ່ນຳມາທາບທາມຄັ້ງນີ້ ມີເນື້ອໃນຄົບຖ້ວນ, ສົມບູນ, ຮັດກຸມ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

+ ບາງເນື້ອໃນທີ່ນໍາມາທາບທາມຕາມຄໍາຖາມເຈາະຈີ້ມ ມີຄື:

  • ມາດຕາ 21: ສິດ ແລະ ໜ້າທີ່ຂອງສານປະຊາຊົນສູງສຸດ

ໄດ້ປັບປຸງເນື້ອໃນໂດຍເພີ່ມບາງສິດເຂົ້າຕື່ມ ເປັນຕົ້ນຂໍ້: 6, 8, 9, 15 ແລະ ມາດຕາ 16 ນັ້ນ ບັນດາທ່ານເຫັນວ່າສອດຄ່ອງ ແລະ ເໝາະສົມແລ້ວບໍ ເນື່ອງຈາກວ່າການກຳນົດເຂົ້າໃໝ່ນີ້ ແມ່ນມີເນື້ອໃນບໍ່ທັນສອດຄ່ອງກັບກົດໝາຍ ແລະ ການຈັດຕັ້ງປະຕິບັດຕົວຈິງເທື່ອ.

  • ມາດຕາ 37: ການເລືອກຕັ້ງ, ແຕ່ງຕັ້ງ, ຍົກຍ້າຍ, ສັບປ່ຽນ ຫຼື ປົດຕຳແໜ່ງ

ໄດ້ປັບປຸງເນື້ອໃນວັກທີ 2 ໃຫ້ມີຄວາມຄົບຖ້ວນ ແລະ ຮັດກຸມຕື່ມ, ພ້ອມກັນນັ້ນ ກໍໄດ້ເພີ່ມວັກທີ 5 ເຂົ້າຕື່ມ ເພື່ອໃຫ້ສອດຄ່ອງກັບກຳນົດເຂົ້າໃໝ່ໃນມາດຕາ 21.

  • ມາດຕາ 38: ສິດ ແລະ ໜ້າທີ່ຂອງ ປະທານສານປະຊາຊົນສູງສຸດ

ໄດ້ປັບປຸງຂໍ້ 2, 4 ແລະ 12 ໃຫ້ມີຄວາມຄົບຖ້ວນ ແລະ ຮັດກຸມ, ພ້ອມກັນນັ້ນ ກໍເພີ່ມຂໍ້ 13 ເຂົ້າໃໝ່ ເພື່ອໃຫ້ສອດຄ່ອງກັບການກໍານົດໃນມາດຕາ 21 ແລະ 37.

ຕໍ່ກັບການປັບປຸງເນື້ອໃນຂອງ 3 ມາດຕານີ້ ບັນດາທ່ານເຫັນວ່າມີຄວາມຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ແລ້ວບໍ ແລະ ບາງເນື້ອໃນບັນຫາທີ່ສໍາຄັນອີກຈໍານວນໜຶ່ງ.

ຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນຕາມຄໍາຖາມເຈາະຈີ້ມດັ່ງກ່າວ ຢ່າງກົງໄປກົງມາ, ເຊິ່ງກອງປະຊຸມຄັ້ງນີ້ ແມ່ນໄດ້ດໍາເນີນເປັນເວລາ 1 ວັນ.