ວັນທີ 22 ພຶດສະພາ 2022, ອົງການຈັດຕັ້ງຊາວໜຸ່ມກະຊວງກະສິກຳ ແລະ ປ່າໄມ້ພ້ອມດ້ວຍບັນດາຊາວໜຸ່ມແຮກສ່ຽວໄດ້ສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ທີ່ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍ ຊອນ-ຫ້ວຍຊົ້ວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມໂດຍທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ; ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມກະຊວງກະ ສິກຳ ແລະ ປ່າໄມ້, ຕາງໜ້າຄະນະບໍລິຫານງານສູນກາງຊາວໜຸ່ມ, ຄະ ນະບໍລິຫານງານຊາວໜຸ່ມຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ບັນດາຊາວໜຸ່ມແຮກສ່ຽວ ກະຊວງ-ອົງການອ້ອມຂ້າງສູນກາງ ເຂົ້າຮ່ວມ.

ການປູກຕົ້ນໄມ້ດັ່ງກ່າວແມ່ນການປະກອບສ່ວນເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ໃນທົ່ວປະເທດໃຫ້ກວມຫຼາຍກວ່າ 70% ຕາມຄາດໝາຍທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໄດ້ກໍານົດໄວ້ໃຫ້ປະກົດຜົນເປັນຈິງ ເວົ້າລວມ, ເວົ້າສະ ເພາະແມ່ນເພີ່ມເນື້ອທີ່ປົກຫຸ້ມສີຂຽວກວມອັດຕາສູງຂຶ້ນ, ສ້າງລະບົບນິເວດ ແລະ ສະພາບແວດລ້ອມທຳມະຊາດໃຫ້ມີຄວາມຊຸ່ມຊື່ນ, ອຸດົມສົມບູນ, ຂຽວສົດງົດງາມ, ຊ່ວຍຕ້ານ ແລະ ຫຼຸດຜ່ອນຜົນກະທົບຈາກໄພພິບັດທຳມະຊາດ. ພ້ອມກັນນັ້ນ, ກໍເປັນການສ້າງຂະບວນການເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນວັນທີ 1 ມິຖຸນາປີນີ້ໃຫ້ມີຄວາມໝາຍສຳຄັນ, ມີຄວາມເບີກບານມ່ວນຊື່ນ, ເຮັດໃຫ້ຊາວໜຸ່ມກະຊວງກະສິກຳ ແລະ ປ່າໄມ້ ແລະ ບັນດາຊາວໜຸ່ມແຮກສ່ຽວ ໄດ້ມີໂອກາດສ້າງກິດຈະກຳຮ່ວມກັນ, ພົບປະແລກປ່ຽນບົດຮຽນເຊິ່ງກັນແລະກັນ ແລະ ຮັດແໜ້ນຄວາມສາມັກຄີໃຫ້ແໜ້ນແຟ້ນກວ່າເກົ່າ.

ສຳລັບກິດຈະກຳໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນປູກຕົ້ນໄມ້, ຫວ່ານແນວພັນຫຍ້າ, ຢ້ຽມຢາມບັນກິດຈະກຳພາຍໃນສູນ ແລະ ມອບເຄື່ອງຊ່ວຍເຫຼືອ ນ້ອງນ້ອຍນັກຮຽນຢູ່ໂຮງຮຽນປະຖົມບ້ານນາຍາງ, ເມືອງນາຊາຍທອງ.

ໃນໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ມີຄຳເຫັນກ່າວເນັ້ນໜັກໃຫ້ສູນພັດ ທະນາ ແລະ ບໍລິການດ້ານການກະເສດຫ້ອຍຊອນ-ຫ້ວຍຊົ້ວ ເອົາໃຈໃສ່ເສີມຂະຫຍາຍແນວຄິດປະທານ ໄກສອນ ພົມວິຫານໂດຍສະເພາະຖື 4 ແນວຄິດຕິດພັນການພັດທະນາກະສິກຳ ເພື່ອຄວາມຍືນຍົງ ແລະ ຍາວນານ ຄື: ຕິດພັນກັບການຕະຫຼາດ, ຕິດພັນວຽກງານກໍ່ສ້າງຮາກຖານ, ນໍາໃຊ້ເຕັກໂນໂລຊີເຂົ້າໃນການພັດທະກະສິກຳ ແລະ ຕ້ອງຕິດພັນກັບການທອງທ່ຽວ. ໃນນັ້ນ, ສະເພາະການກໍ່ສ້າງຮາກຖານຕ້ອງເສີມຂະຫຍາຍມູນເຊື້ອອັນດີງາມຂອງຮາກຖານ, ເຂົ້າໃຈທ່າແຮງ ແລະ ຄວາມຮຽກຮ້ອງຕ້ອງການຂອງຮາກຖານ ເພື່ອພັດທະນາຮາກຖານ ໃຫ້ມີແນວຄິດເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.