ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ (ກົມ 512) ເປີດຝຶກອົບຮົມວຽກງານພັກ-ວຽກງານການເມືອງໄລຍະສັ້ນ ຄັ້ງທີ I ເພື່ອຍົກສູງຄຸນນະພາບຂອງວຽກງານດັ່ງກ່າວ, ໃຫ້ມີການຂະຫຍາຍຕົວ ແລະ ມີປະສິດທິຜົນຢ່າງແທ້ຈິງ ໃນວັນທີ 24 ພຶດສະພາ 2022, ເຂົ້າຮ່ວມໂດຍສະຫາຍ ພົຈວ ສະແຫວງ ພົມມະລີ ຄະນະພັກກະຊວງ, ເລຂາພັກ, ຫົວໜ້າກົມ 512 ມີບັນດາຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ແລະ ແຂກຮັບເຊີນເຂົ້າຮ່ວມ.

ສະຫາຍ ພົຈວ ສະແຫວງ ພົມມະລີ ກ່າວວ່າ: ເພື່ອຍົກສູງຄຸນ ນະພາບວຽກງານພັກ, ວຽກງານການເມືອງຂອງກົມ 512 ໃຫ້ຂະຫຍາຍຕົວ ແລະ ມີປະສິດທິຜົນຢ່າງແທ້ຈິງ ເວົ້າລວມ, ເວົ້າສະເພາະ ການຍົກລະດັບຄວາມຮັບຮູ້, ເຂົ້າໃຈຂອງຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ, ຕິດພັນກັບການພັດທະນານັກວິຊາການທີ່ຮັບຜິດຊອບວຽກງານດັ່ງກ່າວ, ໃຫ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ເຄື່ອນໄຫວວຽກງານຂອງຕົນໃຫ້ໄດ້ຮັບຜົນດີ ໂດຍສະເພາະການຈັດ ຕັ້ງຜັນຂະຫຍາຍກິດຈະກໍາຕ່າງໆຂອງໂຄງການປັບປຸງວຽກງານຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ, ເຊິ່ງນອນຢູ່ໃນ 4 ແຜນງານ 41 ໂຄງ ການຂອງກະຊວງວາງອອກໃຫ້ປະກົດຜົນເປັນຈິງ. ພ້ອມທັງຍົກສູງຄວາມຮັບຜິດຊອບການເມືອງຂອ ຄະນະພັກແຕ່ລະຂັ້ນ, ສະມາຊິກພັກໃນການຊີ້ ນຳ-ນຳພາວຽກງານພັກໃຫ້ມີຄຸນນະພາບສູງຂຶ້ນ, ເພີ່ມທະວີວຽກງານຄຸ້ມຄອງປ້ອງກັນພັກ, ປະຕິບັດລະບຽບວິໄນຂອງພັກໃຫ້ເຂັ້ມງວດ ແລະ ເຮັດໃຫ້ ພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ການຈັດຕັ້ງຝຶກອົບຮົມແມ່ນໄດ້ຈັດຂຶ້ນໃນລະຫວ່າງວັນທີ 24 -26 ພຶດສະພາ 2022, ມີຈໍານວນພົນເຂົ້າຮ່ວມ 40 ສະຫາຍ, ບັນດາເອກະສານທີ່ໄດ້ຮຽນຮູ້ປະກອບມີ 9 ບົດ ຄື: ອົງການການເມືອງ ແລະ ຜູ້ຮັບຜິດຊອບວຽກ ງານການເມືອງໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ຝຶກຝົນຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ການຈັດຕັ້ງນຳພາຂອງພັກປະຊາຊົນ ປະຕິວັດລາວ ຕໍ່ກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ຍົກສູງຄຸນນະພາບການນຳພາຮອບດ້ານຂອງການຈັດຕັ້ງຮາກຖານພັກ, ຍົກສູງຄຸນນະພາບສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່, ເພີ່ມທະວີວຽກງານຄຸ້ມຄອງ ແລະ ລະບຽບການຍົກຍ້າຍຮ່ວມຊີວິດພັກ ແລະ ເພີ່ມທະວີວຽກງານປ້ອງກັນພັກໃນໄລຍະໃໝ່.