ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ຈັດພິທີເປີດຝຶກອົບຮົມວຽກງານພັກ, ວຽກງານການເມືອງໄລຍະສັ້ນ ຄັ້ງທີ I ໃຫ້ ຄະນະໜ່ວຍພັກຮາກຖານທີ່ຂຶ້ນກັບກົມຕໍາຫຼວດຄຸມຂັງ-ດັດສ້າງໃນລະຫວ່າງວັນທີ 24-26 ພຶດສະພາ 2022 ເປັນປະທານໂດຍສະຫາຍ ພົຈວ ສົມລິດ ດາວຮຸ່ງສຸລິ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະກົມ, ຄະນະໜ່ວຍພັກຮາກຖານ ແລະ ນັກສໍາມະນາກອນເຂົ້າຮ່ວມ.

ສະຫາຍ ພັທ ບຸນລ້ຽງ ໄຊປັນຍາ ຫົວໜ້າພະແນກການເມືອງໄດ້ຜ່ານແຜນການເປີດຝຶກອົບຮົມຄັ້ງນີ້ໃຫ້ຮູ້ວ່າ: ເພື່ອປະຕິບັດແນວທາງນະໂຍບາຍຂອງພັກ ເປັນຕົ້ນແມ່ນເພື່ອປະຕິບັດແນວທາງການກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນຳເຮັດໃຫ້ຮາກຖານພັກໃນກຳລັງປ້ອງກັນຄວາມສະຫງົບມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເພື່ອຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານທິດສະດີ ແລະ ຫຼັກການກ່ຽວກັບວຽກງານພັກ, ວຽກງານການເມືອງໃຫ້ແກ່ນາຍຕຳຫຼວດທີ່ເຮັດວຽກງານພັກ ນັບທັງຢູ່ສູນກາງ ແລະ ທ້ອງຖິ່ນໄດ້ຮັບຮູ້, ເຂົ້າໃຈຖືກຕ້ອງ ແລະ ມີຄວາມເປັນເອກະພາບທາງດ້ານ ຫຼັກການໃນການຈັດຕັ້ງປະຕິບັດຕົວຈິງທົ່ວກຳລັງປ້ອງກັນຄວາມສະຫງົບ ແນໃສ່ເຮັດໃຫ້ວຽກງານພັກ, ວຽກງານການເມືອງຮັບປະກັນຄຸນນະພາບ, ວ່ອງໄວ ແລະ ເຮັດໃຫ້ພະນັກງານທີ່ເຮັດວຽກງານພັກກໍາໄດ້ບັນດາຫຼັກການ, ທິດນຳ ແລະ ແນວທາງຂອງພັກສາມາດເປັນເສນາທິການໃຫ້ແກ່ຄະນະ ພັກ-ຄະນະບັນຊາໃນກໍາລັງປ້ອງກັນຄວາມສະຫງົບເວົ້າລວມເວົ້າສະເພາະ ກໍຄືກຳລັງຕຳຫຼວດຄຸມຂັງ-ດັດສ້າງໃຫ້ໄດ້ຮັບຜົນດີ.

ການຝຶກອົບຮົມຄັ້ງນີ້, ມີນັກສໍາມະນາກອນເຂົ້າຮ່ວມຈໍານວນ 36 ສະຫາຍ, ເຊິ່ງຈະໄດ້ຮຽນຮູ້ກ່ຽວກັບເອກະສານອົງການການເມືອງ ແລະ ຜູ້ຮັບຜິດ ຊອບການເມືອງໃນກໍາລັງປ້ອງກັນຄວາມສະຫງົບ, ຝຶກຝົນຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ການຈັດຕັ້ງ ແລະ ການນຳພາຂອງພັກຕໍ່ກຳລັງປ້ອງກັນຄວາມສະຫງົບ, ຍົກສູງຄຸນນະພາບການນໍາພາຮອບດ້ານຂອງການຈັດຕັ້ງຮາກຖານພັກ, ຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່, ເພີ່ມທະວີວຽກງານຄຸ້ມຄອງ ແລະ ລະບຽບການຍົກຍ້າຍຮ່ວມຊີວິດພັກ, ເພີ່ມທະວີວຽກງານປ້ອງກັນພັກໃນໄລຍະໃໝ່, ເອກະສານລະບຽບວິໄນພັກ, ເອກະສານຈັດຕັ້ງດໍາເນີນກອງປະຊຸມໃຫຍ່ຂອງພັກ, ບາດກ້າວ, ຂັ້ນຕອນການກະກຽມດຳເນີນກອງປະ ຊຸມໃຫຍ່ຂອງພັກ, ບາດກ້າວ, ຂັ້ນຕອນການກໍ່ສ້າງໜ່ວຍພັກ ປອດໃສເຂັ້ມແຂງໜັກແໜ້ນ, ບາດກ້າວ, ຂັ້ນຕອນລະບຽບການກໍ່ສ້າງ ແລະ ຂະຫຍາຍພັກ, ບາດກ້າວ, ຂັ້ນຕອນລະບຽບການຄຸ້ມຄອງ ແລະ ຍົກຍ້າຍສະມາຊິກພັກ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງລະບອບບັນຊາຫົວໜ້າດຽວໃນກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ແລະ ເອກະສານການກໍານົດຕໍາແໜ່ງງານຂອງບັນດາກົມກອງ ແລະ ທ້ອງຖິ່ນໃນກຳລັງປ້ອງກັນຄວາມສະຫງົບ.