ຄະນະຮາກຖານຊາວໜຸ່ມ ປກສ ແຂວງໄຊສົມບູນ ປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປປລ) ຄົບຮອບ 67 ປີ (14 ເມສາ 1955 -14 ເມສາ 2022) ແລະ ສ້າງຂະຂວນການບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ ໃນວັນທີ 17 ພຶດສະພາ 2022, ເຂົ້າຮ່ວມ ແລະ ປາຖະກະຖາໂດຍ ພົຈວ ບົວພັນ ອິນທະປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ, ມີຄະນະຮາກຖານຊາວໜຸ່ມ ປກສ ແຂວງ, ຄະນະ ໜ່ວຍຊາວໜຸ່ມບັນດາຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ ແລະ ຄະນະສະຫະພັນແມ່ຍິງໜ່ວຍ ປກສ ແຂວງ ຕະຫຼອດຮອດສະມາຊິກຊາວໜຸ່ມອ້ອມຂ້າງກອງບັນຊາການ ປກສ ແຂວງເຂົ້າຮ່ວມ.

ໃນພິທີ, ພົຈວ ບົວພັນ ອິນທະປັນຍາ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ການເຄື່ອນໄຫວຂອງ ຄຊປປລ ແຕ່ກອງປະຊຸມໃຫຍ່ ຄັ້ງທີ I ເຖິງປັດຈຸບັນ. ຕະຫຼອດໄລຍະ 67 ປີຜ່ານມາ, ຊາວໜຸ່ມໄດ້ກາຍເປັນກຳລັງຫຼັກແຫຼ່ງປະຈັນບານຂອງພັກຍາມໃດກໍມີນ້ຳໃຈເສຍສະລະຊີວິດ, ເລືອດເນື້ອ ເພື່ອອຸທິດຕົນເຂົ້າໃນພາລະກິດປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນ, ບໍ່ຍອມຈຳນົນຕໍ່ສັດຕູ, ມີຄວາມອົດທົນຜ່ານຜ່າຕໍ່ພະຍຸລົມແດງ. ສະນັ້ນ, ພັກ ຈຶ່ງໄດ້ຂະໜານນາມວ່າ: “ຊາວໜຸ່ມເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງປະເທດຊາດ, ເປັນຜູ້ສືບທອດມູນເຊື້ອ ແລະ ວິລະກຳປະຫວັດສາດທີ່ຈົງຮັກພັກດີຕໍ່ພັກ”. ພາຍຫຼັງພັກໄດ້ດຳເນີນກອງປະຊຸມໃຫຍ່ ຄັ້ງທີ I ໄດ້ກຳນົດເອົາວັນທີ 22 ມີນາ 1955 ເປັນມື້ສ້າງຕັ້ງພັກ ແລະ ຍ້ອນເຫັນໄດ້ບົດບາດຄວາມສຳຄັນຂອງຊາວໜຸ່ມພັກ ຈຶ່ງໄດ້ກຳນົດເອົາວັນສ້າງຄະນະຊາວໜຸ່ມຂຶ້ນໃນວັນທີ 14 ເມສາ 1955 ຢ່າງເປັນທາງການ.

ພົຈວ ບົວພັນ ອິນທະປັນຍາ ໄດ້ເນັ້ນໜັກຕໍ່ຄະນະຮາກຖານ ຊາວໜຸ່ມ ປກສ ແຂວງຕະຫຼອດ ຮອດສະມາຊິກຊາວໜຸ່ມທຸກສະ ຫາຍຕ້ອງກຳໄດ້ 5 ມູນເຊື້ອທີ່ເປັນ ພື້ນຖານດັ່ງນີ້: 1. ຊາວໜຸ່ມຕ້ອງມີນ້ຳໃຈຮັກຊາດອັນດູດດື່ມ, ມີ ຄວາມອົງອາດກ້າຫານ, ບໍ່ຍອມຈຳ ນົນອຸປະສັກໃດໆ; 2. ມີຄວາມຈົງ ຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ; 3. ຄວາມສາມັກຄີປອງດອງບັນ ດາເຜົ່າ; 4. ມີມູນເຊື້ອດຸໝັ່ນຫ້າວ ຫັນ, ຟົດຟື້ນມີຊີວິດຊີວາ; ກ້າຄິດ ກ້າເຮັດ ແລະ ກຽມພ້ອມຕະລຸມ ບອນເຂົ້າທຸກໜ້າທີ່ວຽກງານ; 5. ຄຊປປລ ແມ່ນບ່ອນຝຶກຝົນຫຼ່ໍ ຫຼອມຂອງຊາວໜຸ່ມ ແລະ ພ້ອມກັນເສີມຂະຫຍາຍທາດແທ້, ມູນ ເຊື້ອປະຕິວັດແຕ່ນີ້ຫາ 2030 ທີ່ ຄຊປປລ ໄດ້ກຳນົດໄວ້.“ ຊາວໜຸ່ມ ຈົ່ງເປັນດັ່ງນົກອິນຊີທີ່ບໍ່ຫວັ່ນກົວຕໍ່ພະຍຸລົມແດງ ຈົ່ງກາຍເປັນເປັນສິນໄຊແຫ່ງຍຸກສະໄໝພວກເຮົາ”.

ພາຍຫຼັງສຳເລັດພິທິປາຖະກະຖາຄະນະຮາກຖານຊາວໜຸ່ມ ປກສ ແຂວງໄຊສົມບູນ ຍັງໄດ້ສ້າງຂະ ຂວນການບໍລິຈາກເລືອດ ເພື່ອຊ່ວຍ ເຫຼືອສັງຄົມຜ່ານການຈັດຕັ້ງປະຕິບັດຂະບວນດັ່ງກ່າວໄດ້ຮັບເລືອດທັງໝົດ ຈຳນວນ 13 ຖົງ.