ສາຍພົວພັນທາງການທູດລາວ-ຈີນ ໄດ້ກ້າວເຂົ້າສູ່ປີ ທີ 61 ໃນປີ 2022 ນີ້, ເຊິ່ງໃນປີທີ່ຜ່ານມາ (2021) ຄົບຮອບ 60 ປີ ໃນວັນທີ່ມີຄວາມໝາຍຄວາມສຳຄັນດັ່ງກ່າວ, ປະຊາຊົນສອງຊາດ ລາວ-ຈີນ ໄດ້ພາກັນຈັດຕັ້ງກິດຈະກຳຕ່າງໆຮ່ວມກັນ ເພື່ອເປັນການສະເຫຼີມສະຫຼອງປີແຫ່ງຄວາມເປັນສີລິມົງຄຸນ. ໃນໄລຍະທີ່ຜ່ານມາ, ໂດຍ ສະເພາະແມ່ນນັບແຕ່ 2020 ມານີ້, ການຮ່ວມມືສອງຝ່າຍ ລາວ-ຈີນ ໄດ້ມີຜົນງານທີ່ໂດດເດັ່ນຫຼາຍໆຢ່າງ ທີ່ເປັນສິ່ງ ຢືນຢັນໃຫ້ເຫັນເຖິງຜົນສໍາເລັດທີ່ປະຊາຊົນສອງຊາດລາວ-ຈີນຍາດມາໄດ້, ເປັນຕົ້ນແມ່ນ ການເປີດການນໍາໃຊ້ເສັ້ນທາງ ດ່ວນວຽງຈັນ-ວັງວຽງໃນວັນທີ 20 ທັນວາ 2020, 11 ເດືອນ ຕໍ່ມາກໍ່ແມ່ນການເປີດການນໍາໃຊ້ ເສັ້ນທາງລົດໄຟ ລາວ- ຈີນ, ການເປີດການນໍາໃຊ້ອາຄານໂຮງໝໍມະໂຫສົດຫລັງໃໝ່ ແລະ ການພັດທະນາພື້ນຖານໂຄງລ່າງອື່ນໆ ທີ່ນຳຜົນປະໂຫຍດມາໃຫ້ແກ່ປະຊາຊົນສອງຊາດລາວ-ຈີນ.

ຜົນສຳເລັດທີ່ຍາດມາໄດ້ຕະຫຼອດໄລຍະ 61 ປີມານີ້ ໄດ້ເປັນການ ຢືນຢັນເຖິງຄວາມໝັ້ນຄົງຂະນົງແກ່ນຂອງສາຍພົວພັນການທູດສອງປະເທດລາວ-ຈີນ, ດັ່ງຄຳສຸພາສິດລາວ ທີ່ກ່າວໄວ້ ວ່າ: “ໄລຍະທາງພິສູດມ້າ, ການເວລາພິສູດຄົນ”, ເຊິ່ງມັນໄດ້ສອດຄ່ອງກັບເນື້ອໃນບົດຄວາມຂອງສະຖານທູດ ສ.ປ ຈີນ ທີ່ໄດ້ລົງພິມໃນໜັງສືພິມຂອງລາວທີ່ກ່າວວ່າ “ສາຍພົວພັນການທູດ ຈີນ-ລາວ ສາມາດຜ່ານຜ່າການທົດສອບແຫ່ງການ ປ່ຽນແປງຢ່າງສັບສົນຂອງສະຖານະການສາກົນ ແລະ ຍິ່ງດົນກໍຍິ່ງແໜ້ນແຟ້ນ, ຍິ່ງດົນກໍຍິ່ງມີຜົນປະໂຫຍດໃໝ່”. ແຕ່ລະໄລຍະ, ແຕ່ລະສະໄໝ ການສົ່ງເສີມສາຍພົວພັນລະຫວ່າງປະຊາຊົນສອງຊາດ ລາວ-ຈີນ ແມ່ນເປັນການ ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ແລະ ເຈດຕະນາລົມອັນໝາຍໝັ້ນ ແລະ ໜັກແໜ້ນຂອງການນຳສູງສຸດຂອງພັກ ຄອມມູນິດຈີນ ແລະ ພັກປະຊາຊົນປະຕິວັດລາວ ທີ່ມີເປົ້າໝາຍພາລະກິດສັງຄົມນິຍົມອັນດຽວກັນ. ການພົວພັນລະ ຫວ່າງການນຳສູງສຸດຂອງສອງພັກສອງລັດໄດ້ເສີມຂະຫຍາຍບົດບາດຊີ້ນຳ-ນຳພາຕໍ່ການພັດທະນາສາຍພົວພັນ ລາວ-ຈີນ ອັນໄດ້ກາຍເປັນກຳລັງແຮງຊຸກຍູ້ໃຫ້ແກ່ການພົວພັນສອງຝ່າຍ ນັບມື້ນັບມີການຂະຫຍາຍຕົວກວມເອົາທຸກຂົງເຂດວຽກງານ, ແຕ່ສູນກາງຮອດທ້ອງຖິ່ນ, ແຕ່ຕົວເມືອງຮອດຊົນນະບົດ, ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ມີຄວາມແໜ້ນແຟ້ນ ຍິ່ງໆຂຶ້ນ. ໃນປີ 2009 ການນຳສູງສຸດຂອງສອງພັກ ເຫັນໄດ້ເຖິງຄວາມສຳຄັນ ໃນການສືບຕໍ່ຮັດແໜ້ນ ແລະ ເພີ່ມທະວີ ການພົວພັນຮ່ວມມືກັນ ຈຶ່ງໄດ້ຕົກລົງຍົກລະດັບການພົວພັນລາວ-ຈີນ ຂຶ້ນມາເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ. ແຕ່ນັ້ນມາການນຳສອງພັກ, ສອງລັດ ໄດ້ເອົາໃຈໃສ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ, ມີການໄປມາຫາສູ່ກັນ ຢ່າງຕໍ່ເນື່ອງ, ອັນໄດ້ເຮັດໃຫ້ສອງປະເທດມີຄວາມເຂົ້າອົກເຂົ້າໃຈກັນຍິ່ງໆຂຶ້ນ, ຊຶ່ງໄດ້ກາຍເປັນພື້ນຖານອັນແໜ້ນແກ່ນ ໃຫ້ແກ່ການຍົກລະດັບການພົວພັນຮ່ວມມືສອງຝ່າຍຂຶ້ນສູ່ລະດັບໃໝ່ ບົນຫລັກການເຄົາລົບນັບຖືຊຶ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ບົນພື້ນຖານການຮ່ວມມືທີ່ເປັນມູນເຊື້ອອັນຍາວນານ ແລະ ປະສົບຜົນສຳເລັດຫລາຍດ້ານເປັນກ້າວໆມາ, ການ ນໍາຂອງ ສປ ຈີນ ຈຶ່ງສະເໜີວ່າ ການພົວພັນລາວ-ຈີນບໍ່ແມ່ນການພົວພັນແບບທົ່ວໄປ, ແຕ່ເປັນການພົວພັນແບບຄູ່ຮ່ວມ ຊະຕາກຳທີ່ມີຄວາມໝາຍທາງດ້ານຍຸດທະສາດ ແລະ ທັງສອງຝ່າຍ ຈຶ່ງໄດ້ລະບຸໄວ້ຢູ່ໃນຖະແຫລງການຮ່ວມ ລາວ-ຈີນ ວ່າ: “ສອງປະເທດເປັນຄູ່ຮ່ວມຊະຕາກຳທີ່ມີຄວາມໝາຍຍຸດທະສາດ”. ຍ້ອນແນວນັ້ນຜູ້ນໍາ ພັກ-ລັດຂອງສອງປະເທດ ລາວ-ຈີນ ຈຶ່ງໄດ້ເປັນເອກະພາບກັນ ຍົກລະດັບການພົວພັນສອງຝ່າຍຈາກການເປັນຄູ່ຮ່ວມມືແບບຍຸດທະສາດຮອບດ້ານ ໝັ້ນຄົງຍາວນານຕາມທິດ 4 ດີ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ມາເປັນ “ຄູ່ຮ່ວມຊະຕາ ກຳລາວ-ຈີນ”, ພ້ອມດຽວກັນນັ້ນສອງຝ່າຍໄດ້ເລີ່ມຄົ້ນຄວ້າສ້າງແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກຳລາວ-ຈີນ. ແຜນແມ່ບົດດັ່ງກ່າວ ໄດ້ຖືກເຊັນຮັບຮອງຢ່າງເປັນທາງການໃນວັນທີ 30 ເມສາ 2019, ທີ່ປັກກິງ ໂດຍການນຳສູງສຸດຂອງສອງປະເທດ. ເອກະສານດັ່ງກ່າວ ມີຄວາມໝາຍສຳຄັນທາງດ້ານປະຫວັດສາດຂອງສອງປະເທດ ທີ່ເດີນຕາມເສັ້ນ ທາງສັງຄົມນິຍົມ ແລະ ໄດ້ກາຍເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ການລົງເລິກການຮ່ວມມື ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ມີຄວາມໜັກແໜ້ນ ແລະ ເລິກເຊິ່ງກວ່າເກົ່າໃນຂົງເຂດວຽກງານຕ່າງໆເຊັ່ນ: ສອງ ຝ່າຍຈະສືບຕໍ່ເສີມສ້າງການພົວພັນຮ່ວມມືທີ່ແໜ້ນແຟ້ນທາງດ້ານການເມືອງ, ໂດຍເພີ່ມທະວີການໄປມາຫາສູ່ ລະຫວ່າງ ການນຳຂັ້ນສູງຂອງສອງພັກສອງລັດ; ຢຶດໝັ້ນການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ ດ້ວຍການ ເຊື່ອມໂຍງ ລະຫວ່າງ ຍຸດທະສາດການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ເປັນປະເທດເຊື່ອມໂຍງເຊື່ອມຈອດ ຂອງລັດຖະບານລາວ ແລະ ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຂອງລັດຖະບານຈີນ; ຢຶດໝັ້ນການຮ່ວມມືຊ່ວຍເຫລືອຊຶ່ງກັນ ແລະ ກັນໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຍິ່ງຂຶ້ນ; ເພີ່ມທະວີ ຄວາມເຂົ້າອົກເຂົ້າໃຈ ແລະ ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ໂດຍການແລກປ່ຽນດ້ານວັດທະນະທຳ, ການສຶກສາ ສາທາລະນະສຸກ ແລະ ຂະແໜງການອື່ນໆ ແຕ່ສູນກາງຮອດທ້ອງຖິ່ນ; ສືບຕໍ່ໃຫ້ການຮ່ວມມືຊຶ່ງກັນ ແລະ ກັນ ໃນການສ້າງສາພັດທະນາ ຕາມທິດສີຂຽວ ແລະ ຍືນຍົງ, ປົກປັກຮັກສາຊັບພະຍາກອນທຳມະຊາດ, ປົກປັກຮັກສາສະ ພາບແວດລ້ອມ ແລະ ລະບົບນິເວດ. ແນວຄວາມຄິດ ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຂອງປະທານ ສີຈິ້ນຜິງ ທີ່ໄດ້ຮັບຮອງ ໃນປີ 2013 ນັ້ນ, ໄດ້ກາຍເປັນຍຸດທະສາດດ້ານການທູດທີ່ສຳຄັນທີ່ສຸດຂອງ ສປ ຈີນ ແລະ ຂອງຊາວໂລກ, ຊຶ່ງຍຸດທະສາດນີ້ໄດ້ອອກແບບ ເພື່ອໃຫ້ ສປ ຈີນ ຫລິ້ນບົດບາດຢູ່ໃນເວທີສາກົນ ໃນຖານະທີ່ ສປ ຈີນ ກຳລັງມີຊື່ສຽງທາງດ້ານການເມືອງເສດຖະກິດ, ຄວາມໝັ້ນຄົງ, ທີ່ມີບົດບາດ ແລະ ອິດທິພົນ ໃນປັດຈຸບັນ ສປປ ລາວ ໃນຖານະທີ່ເປັນປະເທດບ້ານໃກ້ເຮືອນຄຽງກັບ ສປ ຈີນ, ເປັນປະເທດທີ່ມີອຸດົມການ, ມີແນວທາງນະໂຍບາຍທີ່ຄ້າຍຄືກັນ ແລະ ເຫັນວ່າ ຂໍ້ລິເລີ່ມ “ໜຶ່ງແລ້ວ, ໜຶ່ງ ເສັ້ນທາງ” ຂອງ ສປ ຈີນ ແມ່ນຕອບສະໜອງກັບ ຍຸດທະສາດ ການຫັນປ່ຽນ ສະຖານະພາບຈາກປະເທດທີ່ບໍ່ມີຊາຍ ແດນຕິດຈອດກັບທະເລ ໄປເປັນປະເທດທີ່ເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ ຂອງ ສປປ ລາວ ລັດຖະ ບານ ສປປ ລາວ ຈຶ່ງບໍ່ໄດ້ລັ່ງເລໃຈ ໃນການສະໜັບສະໜູນ ແລະ ຕົກລົງເຂົ້າຮ່ວມໃນ ຂໍ້ລິເລີ່ມດັ່ງກ່າວ. ການເປີດນໍາໃຊ້ ເສັ້ນທາງດ່ວນວຽງຈັນ-ວັງວຽງ ແລະ ພິເສດ ເສັ້ນທາງລົດໄຟ ລາວ-ຈີນ ໄດ້ເປັນຂີດໝາຍອັນສໍາຄັນ ໃຫ້ແກ່ການຈັດຕັ້ງ ປະຕິບັດນະໂຍບາຍເຊື່ອມໂຍງ ເຊິ່ມຈອດພາກພື້ນ ແລະ ສາກົນຂອງ ສປປ ລາວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ມີບັນຍາກາດໃໝ່ໃຫ້ແກ່ການພົວພັນ ລາວ-ຈີນ ຍິ່ງໄດ້ຮັບການເສີມຂະຫຍາຍໃຫ້ກວ້າງຂວາງ ແລະ ໃຫ້ແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ ທັງເປັນການຢືນຢັນວ່າ ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຂອງ ສປ ຈີນ ບໍ່ແມ່ນສະເພາະນຳຜົນປະໂຫຍດມາສູ່ ສປ ຈີນ ພຽງຝ່າຍດຽວ ແຕ່ຍັງໄດ້ຕອບສະໜອງຄວາມມຸ້ງມາດປາຖະໜາ ແລະສ້າງຜົນປະໂຫຍດແກ່ປະເທດເພື່ອນບ້ານໃກ້ຄຽງ, ບັນດາປະເທດໃນພາກພື້ນ ແລະ ສາກົນນຳອີກ.

ໃນເດືອນສິງຫາ 2021, ເພື່ອເປັນການປະກອບສ່ວນສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບ ຮອບ 60 ປີ ແລະ ປີ ມິດຕະພາບ ລາວ-ຈີນ, ສະຖາບັນການຕ່າງປະເທດ ໂດຍໄດ້ຮັບການສະໜັບສະໜູນຈາກສະຖານ ທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ “ຄວາມໝາຍຕໍ່ໂລກຂອງແນວຄິດການຕ່າງປະເທດປະທານ ສີຈິ້ນຜິງ”, ກອງປະຊຸມສຳມະນາ ໄດ້ຕີລາຄາສູງຕໍ່ກັບ ຄວາມໝາຍຄວາມສຳຄັນ, ພື້ນ ຖານແນວຄວາມຄິດ ແລະ ເນື້ອໃນທີ່ອຸດົມສົມບູນ ຂອງນະໂຍບາຍການຕ່າງປະເທດ ຂອງທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່ພັກຄອມມູນິດຈີນ, ທີ່ເປັນນັກຍຸດທະສາດການເມືອງທີ່ສະຫລາດສ່ອງໄສ, ນັກແນວຄິດທິດສະດີລັດທິມາກ. ທ່ານມີວິໄສທັດທີ່ກວ້າງໄກ ແລະ ມີຄວາມເປັນຫ່ວງເປັນໄຍຕໍ່ຊະຕາກຳຂອງມວນມະນຸດ. ທ່ານ ສີຈິ້ນຜິງ ໄດ້ວາງຍຸດທະສາດ ເພື່ອຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ ໃນເມື່ອກ່ອນນັ້ນ ໃຫ້ກັບຄືນມາມີບົດບາດໃໝ່, ອິດທິພົນໃໝ່, ຄວາມຈະເລີນຮຸ່ງເຮືອງໃໝ່ ທີ່ຊາວໂລກທັງໝົດຮ່ວມໃນຊະຕາກໍາດຽວກັນ. ຕະຫລອດໄລຍະຂອງການເປັນຜູ້ນໍາ, ທ່ານ ສີຈິ້ນຜິງ ໄດ້ນຳພາຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດທີ່ມີສີສັນພິເສດຂອງຈີນ ໃນຖານະທີ່ເປັນປະເທດໃຫຍ່ ມີການພັດທະນາເສດຖະກິດ-ສັງຄົມທີ່ຂະຫຍາຍຕົວຢ່າງໄວວາ, ມີການພັດທະນາດ້ານເຕັກໂນໂລຊີ ທີ່ທັນສະໄໝ ແລະ ວ່ອງໄວ ຈົນກ້າວໄປເປັນປະເທດມະຫາອຳນາດໜຶ່ງຢູ່ໃນໂລກ. ທ່ານໄດ້ຄົ້ນຄິດ ແລະ ນຳສະເໜີແນວຄິດໃໝ່, ທັດສະນະໃໝ່ ແລະ ຂໍ້ລິເລີ່ມໃໝ່ ທາງດ້ານການຕ່າງປະເທດເປັນຈຳນວນຫຼວງຫຼາຍ ທີ່ມີຫົວຄິດປະດິດສ້າງ ແລະ ມີບົດບາດທີ່ດີໃນການນຳພາ ສ້າງຄວາມປອງດອງ, ສົ່ງເສີມການຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພິ່ງພາອາໄສຊຶ່ງກັນ ແລະ ກັນເພື່ອພັດເສດຖະກິດ-ສັງຄົມ, ເພື່ອຄວາມຢູ່ເຢັນເປັນສຸກ ແລະ ເພື່ອສັນຕິພາບໃນໂລກ. ໂດຍຈັດຕັ້ງຜັນຂະຫຍາຍນະໂຍບາຍການຕ່າງປະເທດທີ່ເປັນມິດ ແລະ ເອົາໃຈໃສ່ຕໍ່ປະເທດເພື່ອນບ້ານໃກ້ຄຽງ ຜູ້ນຳຂອງ ສປ ຈີນ ແລະ ຜູ້ນຳຂອງ ສປປ ລາວ ໄດ້ຕົກລົງກັນສືບຕໍ່ຊຸກຍູ້ໃຫ້ຂະແໜງການກ່ຽວຂ້ອງ ຂອງສອງຝ່າຍ ໃຫ້ ເອົາໃຈໃສ່ໃນການສືບຕໍ່ຮ່ວມມືກັນ ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ແລະ ເຈດຕະນາລົມຂອງຜູ້ນຳສອງປະເທດ ທີ່ໄດ້ຕົກລົງກັນແລ້ວນັ້ນ, ໂດຍສະເພາະແມ່ນບັນດາໂຄງການ ແລະ ກິດຈະກຳຕ່າງໆ ທີ່ສອງຝ່າຍຕົກລົງກັນ ໃຫ້ໄດ້ມີການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ, ໂດຍສະເພາະແມ່ນໂຄງການຊ່ວຍເຫລືອລ້າທີ່ລັດຖະບານ ສປ ຈີນ ມອບໃຫ້ແກ່ ປະຊາຊົນລາວ ກໍຄື ໂຄງການພັດທະນາພື້ນຖານໂຄງລ່າງດ້ານສາທາລະນະສຸກ ລວມທັງໂຄງການກໍ່ສ້າງໂຮງໝໍມະໂຫສົດ ໄລຍະສອງ, ຍົກລະດັບໂຮງໝໍແຂວງຫຼວງພະບາງ. ນອກນັ້ນ, ຍັງມີໂຄງການກໍ່ສ້າງຕຶກອາຄານໂຮງຮຽນມັດທະຍົມ, ໂຮງຮຽນວິຊາຊີບຫຼາຍໆແຫ່ງ ຢູ່ນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ, ແຂວງຈຳປາສັກ, ແຂວງສະຫວັນນະເຂດ ແລະ ແຂວງຫຼວງພະບາງ ເພື່ອຍົກລະດັບການສຶກສາ ແລະ ສ້າງສີມືແຮງງານໃຫ້ແກ່ ເຍົາວະຊົນລາວ ທີ່ເປັນໜໍ່ແໜງ ແລະ ຈະເປັນກຳລັງແຮງ ໃນການຂັບເຄື່ອນຂະບວນການສ້າງສາພັດທະນາປະເທດ ຂອງ ສປປ ລາວ ໃນອະນາຄົດ, ເພື່ອນຳເອົາຄວາມຈະ ເລີນກ້າວໜ້າ ສີວິໄລ ຮຸ່ງເຮືອງ ມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນ ໃຫ້ໄດ້ຮັບຜົນປະໂຫຍດສູງສຸດ. ສາຍພົວພັນມິດຕະພາບ ຄູ່ຮ່ວມຊະຕາກຳ ລາວ-ຈີນ ຈົ່ງຈະເລີນງອກງາມ ແລະ ໝັ້ນຄົງຂະນົງແກ່ນຕະຫຼອດໄປ.

(ຄົ້ນຄວ້າຮຽບຮຽງໂດຍ: ໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ, ສະຖາບັນການຕ່າງປະເທດ)

CR:Lao National Radio