ຢາເສບຕິດໄດ້ແຜ່ລະບາດໄປທົ່ວທຸກມຸມໂລກ ຕາມສະຖິຕິຂອງ UNODC ບອກວ່າ ໃນໂລກມີຜູ້ຕິດຢາເຖິງ 200 ລ້ານຄົນ, ມີກຸ່ມແກ້ງເຄືອຂ່າຍຄ້າຂາຍເພີ່ມຂຶ້ນ, ການເຄື່ອນໄຫວລັກລອບຂົນສົ່ງຢາເສບຕິດ, ສານເຄມີນັບມື້ບັງອາດເປີດແປ້ນ, ມີຄວາມເປັນອັນຕະລາຍຮ້າຍແຮງຂຶ້ນໄປເລື່ອຍໆ; ປະເທດເຮົາມີທີ່ຕັ້ງພູມສາດໃນອະນຸພາກພື້ນລຸ່ມແມ່ນໍ້າຂອງ, ມີຊາຍແດນຕິດກັບ 5 ປະເທດ ແລະ ໄດ້ເປີດກວ້າງກັບພາກພື້ນ, ສາກົນ ຕາມທິດເຊື່ອມໂຍງ, ເຊື່ອມຈອດ ເຊິ່ງເປັນເງື່ອນໄຂເຮັດໃຫ້ປະເທດເຮົາເປັນທາງຜ່ານການລັກລອບຂົນສົ່ງ, ເຮັດໃຫ້ຢາເສບຕິດແຜ່ລາມເປັນວົງກວ້າງ ຈາກຕົວເມືອງໃຫຍ່ເຂົ້າໄປສູ່ເຂດຊົນນະບົດຫ່າງໄກສອກຫຼີກ, ເກີດມີອາຊະຍາກໍາຕ່າງໆທີ່ມີຕົ້ນເຫດມາຈາກຢາເສບຕິດ.

+ ສາເຫດຂອງການຕິດຢາເສບຕິດ ມີ 3 ປັດໄຈຕົ້ນຕໍ ຄື:

  • ປັດໄຈດ້ານບຸກຄົນ:

ດ້ວຍຄວາມຮູ້ເທົ່າບໍ່ເຖິງການ, ປິ່ນປົວພະຍາດ, ຄ່ານິຍົມ, ປະຊາຊົນບໍ່ທັນເຂົ້າເຖິງກົດໝາຍ, ການຊວນເຊື່ອທີ່ບໍ່ຖືກກັບຄວາມຈິງ, ຂາດຄວາມຮູ້ພື້ນຖານ, ຖືກຫຼອກລວງ ແລະ ອື່ນໆ.

  • ປັດໄຈທາງດ້ານແວດລ້ອມ:

ການດໍາລົງຊີວິດ, ເສດຖະກິດ, ວັດທະນາທໍາ-ສັງຄົມ ມີການປັບປ່ຽນແຕ່ລະໄລຍະ, ສະພາບຄອບຄົວບໍ່ສະຫງົບ (ພໍ່-ແມ່ປະຮ້າງກັນ ), ການອົບຮົມສັ່ງສອນລູກຫຼານແບບຮຸນແຮງ, ລ້ຽງດູບໍ່ຖືກຕ້ອງ, ມີຄົນໃນຄອບຄົວໃຊ້ຢາເສບຕິດ, ມີສະຖານທີ່ບັນເທີງຝ່າຝືນນລະບຽບໝູ່ເພື່ອນໃຊ້ຢາເສບຕິດ, ໃນໝູ່ບ້ານມີຢາເສບຕິດລະບາດ, ຊຸມຊົນບໍ່ເຂັ້ມແຂງ, ການໂຄສະນາຜົນຮ້າຍຢາເສບຕິດບໍ່ທັນເຂົ້າໄປເຖິງ ແລະ ບາງເຂດອາດຈະບໍ່ມີສະຖານທີ່ທີ່ສ້າງກິດຈະກຳ: ອອກກຳລັງກາຍ, ຫຼິ້ນກິລາ ແລະ ກິດຈະກໍາເວທີສະແດງອອກຕ່າງໆ.

  • ປັດໃຈທາງດ້ານຢາເສບຕິດ:

ເຊິ່ງຢາເສບຕິດໄດ້ເກີດມາພ້ອມໆກັບມວນມະນຸດເຮົາ, ມັນກະຕຸ້ນປະສາດ, ເສບແລ້ວຮູ້ສຶກດີ, ເມື່ອໝົດກໍສະແຫວງຫາ, ເກີດຕິດ-ແງ້ນ ແລ້ວກໍເຮັດທຸກຢ່າງເພື່ອໃຫ້ໄດ້ຢາມາ, ຢາເສບຕິດແຜ່ລະບາດໃນພື້ນທີ່, ຊຸມຊົນ, ມີຄົນໃນຄອບຄົວພົວພັນກັບຢາເສບຕິດ.

ຢາເສບຕິດເປັນສານຊະນິດໜຶ່ງທີ່ກະຕຸ້ນ-ລະຫງັບປະສາດ ເຮັດໃຫ້ສະໝອງຄົນເຮົາສ້າງສານເຄມີທີເຮັດໃຫ້ເກີດພາວະຕ່າງໆ: ມີຄວາມສຸກ, ຮ່າງກາຍທົນຕໍ່ການໃຊ້ພະລັງານ, ບໍ່ຢາກນອນ, ກິນໜ້ອຍ ເຊິ່ງເປັນສິ່ງທີ່ຜິດທຳມະຊາດ ຈຶ່ງເຮັດໃຫ້ສະໝອງປັບຕົວດ້ວຍການລຸດຫຼັ່ງສານເຄມີປົກກະຕິຂອງຄົນລົງ, ເມື່ອຢາໝົດລິດກໍເກີດອາລົມຊຶມເສົ້າ, ໃຈຮ້າຍ, ອາລະວາດ ແລະ ພະຍາຍາມສະແຫວງຫາຢາມາຊົມໃຊ້ຊໍ້າເລື້ອຍໆ.

ພັທ ນາງ ຄໍາກອງ ເພັດຊົມພູ ຫົວໜ້າພະແນກໂຄສະນາ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກ່າວວ່າ:

ການສະກັດກັ້ນ ແລະ ຕ້ານຢາເສບຕິດ ແມ່ນຕິດພັນກັບການໂຄສະນາ ແລະ ຕ້ອງເຮັດການໂຄສະນາສຶກສາອົບຮົມໃຫ້ທົ່ວປວງຊົນເປັນປະຈໍາຕໍ່ເນື່ອງ ເພື່ອປ້ອງກັນບໍ່ໃຫ້ຄົນໃນສັງຄົມຕົກເປັນທາດຂອງຢາເສບຕິດ, ອົງການລັດທີ່ກ່ຽວຂ້ອງ ແລະ ສັງຄົມ ຕ້ອງດໍາເນີນການໂຄສະນາສຶກສາອົບຮົມຢ່າງກວ້າງຂວາງເລິກເຊີ່ງດ້ວຍຫຼາຍຮູບແບບ, ຫຼາຍວິທີການ, ຫຼາຍລະດັບເຮັດໃຫ້ເໝາະສົມ, ເຂົ້າເຖິງທຸກຄົນໃນສັງຄົມ ເພື່ອເຮັດໃຫ້ທຸກຄົນ, ເພດ-ໄວໄດ້ຮັບຮູ້ກ່ຽວກັບຜົນຮ້າຍໄພອັນຕະລາຍຂອງຢາເສບຕິດຢ່າງຊັດເຈນຖືກຕ້ອງ ຈາກອົງການທີ່ກ່ຽວຂ້ອງ ແລະ ສື່ຕ່າງໆຢ່າງຄົບຖ້ວນຮອບດ້ານ.

ດັ່ງນັ້ນ, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ຈຶ່ງຖືເອົາການລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ເປັນບັນຫາສໍາຄັນ ແລະ ຮີບດ່ວນໂດຍເລັ່ງໃນການລົງໂຄສະນາເຜີຍແຜ່ຢູ່ຕາມໂຮງຮຽນ, ວິທະຍາໄລ ແລະ ສະຖາບັນການສຶກສາ ໃຫ້ໄດ້ຫຼາຍທີ່ສຸດ ເພາະນັກຮຽນ-ນັກສຶກສາກໍາລັງຢູ່ໃນໄວໜຸ່ມຄືກຄະນອງຍາກຮູ້, ຍາກລອງ ແລະ ກຸ່ມຄົນເຫຼົ່ານີ້ ຫາກມີການພົວພັນຈະຕິດໄດ້ງ່າຍທີ່ສຸດ ເພາະພວກເຂົາກໍາລັງຢູ່ໃນໄວທີ່ກໍາລັງຫຼິ້ນກິນຟູມເຟືອຍ; ເມື່ອພວກເຂົາຕິດຢາຫຼາຍເທົ່າໃດ ຈະເຮັດໃຫ້ພວກເຂົາປະລະການຮຽນ, ຂາດການຮຽນ, ຮຽນບໍ່ໄດ້ ແລະ ໃນທີ່ສຸດກໍເຮັດໃຫ້ພວກເຂົາອອກຈາກການຮຽນກາງຄັນ ແລະ ຮ້າຍແຮງໄປກວ່ານັ້ນ ຍັງເຮັດໃຫ້ພວກເຂົາຫັນຕົວຈາກຜູ້ເສບມາເປັນຜູ້ຂາຍລາຍຍ່ອຍ ແລະ ຄ້າຂາຍຫຼາຍຂຶ້ນເລື້ອຍໆ ຈົນກາຍເປັນລາຍໃຫຍ່.

ຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະ ສາມາດຈັບຕົວຜູ້ຄ້າ-ຂາຍຢາເສບຕິດໄດ້ຢູ່ຕາມບ້ານຕ່າງໆ ປະກອບມີ: ຈໍາພວກຫວ່າງງານ, ພໍ່ຄ້າຊາວຂາຍ, ນັກທຸລະກິດ, ປະຊາຊົນ ແລະ ຍິ່ງໄປກວ່ານັ້ນ ຍັງມີນັກຮຽນ-ນັກສຶກສາປະປົນຢູ່ນໍາ.

ໃນເບື້ອງຕົ້ນ, ຄະນະຮັບຜິດຊອບເຜີຍແຜ່ຜົນຮ້າຍຢາເສບຕິດ ຂອງ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ສຸມໃສ່ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ຢູ່ຕາມສະຖາບັນຕ່າງໆ ເລີ່ມແຕ່ເດືອນພຶດສະພາ 2022 ເປັນຕົ້ນມາ, ສາມາດລົງເຜີຍແຜ່ໄດ້ປະກອບມີ: ມສ ວຽງຈັນ-ໂຮຈິມິນ, ສະຖາບັນການທະນາຄານ, ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫຼີ, ວິທະຍາໄລ ປາກປາສັກ… ນອກນີ້, ທາງຄະນະຮັບຜິດຊອບ ຍັງຈະມີແຜນໃນການລົງໂຄສະນາປູກຈິດສໍານຶກອີກ ໂດຍເລັ່ງໃສ່ສະຖາບັນການສຶກສາຢູ່ພາຍໃນນະຄອນຫຼວງວຽງຈັນ ແລະ ເລັ່ງໃສ່ບັນດາແຂວງທີ່ເຫັນວ່າມີຄວາມສ່ຽງ ແລະ ຢາເສບຕິດລະບາດຫຼາຍ ໂດຍຫຼັກໆແມ່ນຈະລົງຕາມວິທະຍາໄລ ແລະ ສະຖາບັນຕ່າງໆຂອງແຂວງນັ້ນ.

ການລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ກໍເພື່ອສ້າງຄວາມຮັບຮູ້ໃຫ້ທົ່ວສັງຄົມ ດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ຜົນຮ້າຍ, ກົດໝາຍຢາເສບຕິດ, ທິດທາງແກ້ໄຂບັນຫາຢາເສບຕິດຂອງລັດຖະບານ ໃຫ້ກວ້າງຂວາງເລິກເຊິ່ງ ໃນວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ກໍໄດ້ຖືເອົາວຽກງານໂຄສະນາສຶກສາອົບຮົມເປັນວຽກທໍາອິດ, ນໍາໜ້າ ເພື່ອເຮັດໃຫ້ປະຊາຊົນຮັບຮູ້, ເຂົ້າໃຈ, ເຂົ້າເຖິງດ້ວຍສື່ຕ່າງໆໃຫ້ມີຫຼາກຫຼາຍສີສັນ, ຮູບແບບ, ແນໃສ່ເຮັດໃຫ້ທຸກຄົນໃນສັງຄົມເຂົ້າໃຈ, ເຂົ້າເຖິງ, ຮັບຮູ້ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດຢ່າງຖືກຕ້ອງ, ຮັບຮູ້ບັນດາ ນິຕິກໍາ, ຂໍ້ຫ້າມ, ໂທດໃນການກະທໍາຜິດກ່ຽວກັບຢາເສບຕິດ, ເປັນການປູກຈິດສໍານຶກໃຫ້ປະຊາຊົນ, ຄົນລຸ້ນໜຸ່ມເຫັນເຖິງຜົນຮ້າຍຂອງຢາເສບຕິດ ແລະ ມີສະຕິເຄົາລົບກົດໝາຍຢ່າງເຂັ້ມງວດ.