ກົມຕຳຫຼວດນິຕິວິທະຍາ ກົມໃຫ່ຍຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ແລະ ກົມເຄມີສາດ ກົມໃຫ່ຍເສນາທິການ ກະຊວງປ້ອງກັນປະເທດ ຈັດພິທີເຊັນບົດບັນທຶກການຮ່ວມມືດ້ານວິຊາສະເພາະ ໃນວັນທີ 20 ພຶດສະພາ 2022, ລະຫວ່າງ ພັອ ບຸນຖີ່ນ ແກ້ວມົນລັດສີ ຫົວໜ້າກົມຕຳຫຼວດນິຕິວິທະຍາ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ແລະ ພົຈວ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການ ກະຊວງປ້ອງກັນປະເທດ, ເຂົ້າຮ່ວມເປັນສັກຄິພະຍານໂດຍ ພົຈວ ນິລະວົງ ເຈືອງຕະວະລາດ ຮອງຫົວໜ້າກົມໃຫ່ຍຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາຄະນະພັກ, ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງຂອງສອງກົມ ເຂົ້າຮ່ວມ

ຈຸດປະສົງເພື່ອອຳນວຍຄວາມສະດວກ ໃນການພົວພັນ, ປະສານງານ, ກຽມພ້ອມແກ້ໄຂບັນຫາເຫດການທີ່ຈະເກີດຂຶ້ນທີ່ກ່ຽວຂ້ອງກັບ ພາລະບົດບາດ-ໜ້າທີ່ຂອງສອງຝ່າຍ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ຮັບປະກັນໄດ້ຄວາມວ່ອງໄວ, ຊັດເຈນ, ມີປະສິດທິຜົນ ແລະ ເປັນເສນາທິການໃຫ້ແກ່ຂັ້ນເທິງໄດ້ດີຂຶ້ນ.

ກອງປະຊຸມຄັ້ງນີ້ ສອງຝ່າຍຍັງເຫັນດີໃຫ້ມີການປະສານງານ ແລະ ພົວພັນລະຫວ່າງສອງຝ່າຍບົນພື້ນຖານຂົງເຂດການຮ່ວມມືທີ່ໄດ້ຕົກລົງກັນ, ຮ່ວມກັນກວດກາພິສຸດຫຼັກຖານ, ເກັບຕົວຢ່າງ, ຮັກສາ ແລະ ວິໄຈຕົວຢ່າງ ບັນດາເຫດການເກີດຂຶ້ນທີ່ກ່ຽວຂ້ອງກັບ ພາລະບົດບາດ-ໜ້າທີ່ຂອງສອງຝ່າຍ, ສ້າງຄວາມອາດສາມາດ ແລະ ແລກປ່ຽນຄວາມຮູ້, ຂໍ້ມູນ ໃນຂົງເຂດວຽກງານທີ່ກ່ຽວຂ້ອງກັບການພິສູດຫຼັກຖານ ແລະ ການແກ້ໄຂບັນຫາເຫດການທາງເຄມີ ແລະ ຝຶກອົບຮົມ, ຖອດຖອນບົດຮຽນຮ່ວມກັນລະຫວ່າງສອງຝ່າຍ