ໃນວັນທີ 25 ພຶດສະພາ 2022, ສະຫະພັນແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ ໄດ້ເປີດຊຸດຝຶກອົບຮົມວຽກງານສະຫະພັນແມ່ຍິງ ກະຊວງ ປກສ ປະຈຳປີ 2022 ເພື່ອເປັນການປັບປຸງແບບແຜນວິທີນຳພາ ແລະ ຍົກລະດັບຄວາມຮູ້-ຄວາມສາມາດໃນການນຳພາຂອງ ຄະນະສະຫະພັນແມ່ຍິງແຕ່ລະຂັ້ນ ໃຫ້ສູງຂຶ້ນ, ເປັນປະທານໂດຍ ພັອ ນາງ ຄຳຢາດ ວິໄລວັນ ປະທານສະຫະພັນແມ່ຍິງ ກະຊວງ ປກສ, ເຂົ້າຮ່ວມໂດຍ ພັທ ໂພຄຳ ໄຊຍະປະເສີດ ຫົວໜ້າພະແນກຄົ້ນຄວ້າສັງລວມ ກົມກໍ່ສ້າງກຳລັງ, ມີບັນດາຮອງປະທານ, ຄະນະບໍລິຫານງານແມ່ຍິງ, ຄະນະສະຫະພັນແມ່ຍິງຮາກຖານ ອ້ອມຂ້າງ ກະຊວງ ປກສ ແລະ ພະນັກງານວິຊາການ ຫ້ອງສະຫະພັນແມ່ຍິງ ເຂົ້າຮ່ວມ.

ພັອ ນາງ ຄຳຢາດ ວິໄລວັນ ກ່າວວ່າ:

ອີງຕາມແຜນການພັດທະນາ ສະຫະພັນແມ່ຍິງ ກະຊວງ ປກສ ໃນໄລຍະ 5 ປີ (2020-2024) 6 ແຜນງານ 25 ໂຄງການ ທີ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ກະຊວງ ປກສ ຄັ້ງທີ 7 ໄດ້ຮັບຮອງ, ເພື່ອເປັນການປັບປຸງແບບແຜນວິທີນຳພາ ແລະ ຍົກລະດັບຄວາມຮູ້-ຄວາມສາມາດໃນການນຳພາຂອງ ຄະນະສະຫະພັນແມ່ຍິງແຕ່ລະຂັ້ນ ໃຫ້ສູງຂຶ້ນ ແລະ ກ້າວໄປເຖິງຄວາມເປັນເອກະພາບໃນການເຄື່ອນໄຫວ, ການຈັດຕັ້ງປະຕິບັດວຽກງານສະຫະພັນແມ່ຍິງ ໃຫ້ຖືກຕ້ອງກັບກົດລະບຽບຂອງ ສະຫະພັນແມ່ຍິງລາວ ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ມອບໝາຍ ໄປຄຽງຄູ່ກັບການປະຕິບັດແຜນງານປັບປຸງກໍ່ສ້າງກຳລັງ ປກສ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມີແບບແຜນທັນສະໄໝ, ຍົກສູງບົດບາດການນຳພາ ແລະ ຈັດຕັ້ງເຄື່ອນໄຫວວຽກງານສະຫະພັນແມ່ຍິງ ກະຊວງ ປກສ ໃຫ້ມີປະສິດທິພາບສູງຂຶ້ນເທື່ອລະກ້າວ.

+ ຊຸດຝຶກອົບຮົມຄັ້ງນີ້ ຈະດໍາເນີນເປັນເວລາ 3 ວັນ (ໃນວັນທີ 25-27 ພຶດສະພາ) ໂດຍໄດ້ສຸມໃສ່ຄົ້ນຄວ້າຮໍ່າຮຽນບັນດາເອກະສານ ຄື:

  • ກົດໝາຍ-ກົດລະບຽບຂອງແມ່ຍິງລາວ
  • ຂໍ້ຕົກລົງວ່າດ້ວຍໜ້າທີ່, ສິດ ແລະ ແບບແຜນວິທີເຮັດວຽກຂອງ ຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງ ປກສ
  • ບົດແນະນຳໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັ້ນ 3 ດີ ສະໄໝທີ VIII ໄລຍະ 5 ປີ (2021-2025)
  • ພາລະບົດບາດການເຄື່ອນໄຫວຂອງ ຄະນະກວດກາສະຫະພັນແມ່ຍິງຂັ້ນຮາກຖານ
  • ທັກສະເຕັກນິກໃນການໂຄສະນາປາຖະກະຖາດ້ວຍປາກ
  • ຮູບແບບ ແລະ ວິທີສ້າງຮ່າງເອກະສານທາງລັດຖະກອນ

ໃນໂອກາດນີ້, ທ່ານໄດ້ຮຽກຮ້ອງໃຫ້ບັນດານັກສຳມະນາກອນທຸກສະຫາຍ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໃນການເຂົ້າຮ່ວມ ແລະ ຄົ້ນຄວ້າຮໍ່າຮຽນຕາມວະລາຂອງກອງປະຊຸມ ເພື່ອເຮັດໃຫ້ຊຸດຝຶກອົບຮົມຄັ້ງນີ້ ດຳເນີນຢ່າງລາບລື້ນ ແລະ ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.