ໃນວັນທີ 25 ພຶດສະພາ 2022, ກົມຕໍາຫຼວດລົດໄຟ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ບັນຊາ ຂັ້ນກົມໃຫຍ່ຕຳຫຼວດຄຸ້ມຄອງ, ເປັນປະທານຂອງ ພັອ ໄກສອນ ແກ້ວມະນີ ຫົວໜ້າກົມຕຳຫຼວດລົດໄຟ ພ້ອມດ້ວຍຄະນະກົມ-ຄະນະພະແນກ ແລະ ພະນັກງານ ເຂົ້າຮ່ວມ.

ພັອ ໄກສອນ ແກ້ວມະນີ ກ່າວວ່າ:

ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X  ກ່ຽວກັບວຽກງານພະນັກງານ, ມະຕິ 032/ກມສ ແລະ ມະຕິ 39/ຄພປກສ ວ່າດ້ວຍ ການຂຶ້ນແຜນດໍາເນີນກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ບັນຊາ ໃນກໍາລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະ ແມ່ນການຜັນຂະຫຍາຍແຜນການດຳເນີນກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ບັນຊາ ຂັ້ນກົມໃຫຍ່ຕຳຫຼວດຄຸ້ມຄອງ ສະບັບເລກທີ 09/ຕຫຼ ລົງວັນທີ 17 ກຸມພາ 2022.

ດັ່ງນັ້ນ, ກົມຕຳຫຼວດລົດໄຟ ຈຶ່ງໄດ້ຈັດກອງປະຊຸມສ້າງແຜນກໍານົດພະນັກງານນຳພາ-ບັນຊາ ຂັ້ນກົມໃຫຍ່ຕຳຫຼວດຄຸ້ມຄອງ ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກກົມໃຫຍ່ຕໍາຫຼວດ ໂດຍສະເພາະແມ່ນ ບຸກທະລຸດ້ານການພັດທະນາຊັບພະຍາກອນມະນຸດ; ໃນນັ້ນ, ໄດ້ກຳນົດກ່ຽວກັບວຽກງານປັບປຸງກົງຈັກການຈັດຕັ້ງ ກໍຄື ການກໍ່ສ້າງພັກ-ພະນັກງານ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.

ຕະຫຼອດໄລຍະທີ່ຜ່ານມາ, ກົມຕໍາຫຼວດລົດໄຟ ໄດ້ສົມທົບກັບ ກົມໃຫຍ່ຕໍາຫຼວດ ໃນການຄົ້ນຄວ້າກໍານົດເປົ້າໝາຍພະນັກງານ ເພື່ອຈັດວາງຊັບຊ້ອນເຂົ້າໃສ່ຕໍາແໜ່ງງານໃນແຕ່ລະຂັ້ນພາຍໃນກົມ ໂດຍສະເພາະ ແມ່ນການຄົ້ນຄວ້າປັບປຸງກົງຈັກຂັ້ນພະແນກ ໃຫ້ສົມຄູ່ກັບວຽກງານ ໃນໄລຍະໃໝ່, ຮັບປະກັນການເລືອກເຟັ້ນບຸກຄະລາກອນເຂົ້າໃນວຽກງານຕາມມາດຖານ-ເງື່ອນໄຂທີ່ກຳນົດໄວ້ ເພື່ອເຮັດໃຫ້ວຽກງານມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ.