ວັນທີ 29 ເມສາ ທີ່ຜ່ານມາ, ພະແນກຕຳຫຼວດສືບສວນ-ສອບສວນ ປກສ ແຂວງຈຳປາສັກ ໄດ້ຮັບການແຈ້ງເຫດວ່າ: ມີການຄາດຕະກຳເກີດຂຶ້ນຢູ່ບ້ານຫ້ວຍໂກະ ເມືອງປະທຸມພອນ, ມີຜູ້ເສຍຊີວິດຊື່ ທ້າວ ດວງ ອາຍຸ 28 ປີຢູ່ບ້ານນາແຫກ ນະຄອນປາກເຊ ຖືກຍິງດ້ວຍອາວຸດປືນແກັບໃສ່ບໍລິເວນຫົວເບື້ອງຫຼັງ 1 ນັດ ເຮັດໃຫ້ເສຍຊີວິດຄາທີ່.

ເຈົ້າໜ້າທີ່ ປກສ ແຂວງຈໍາປາສັກ ເປີດເຜີຍວ່າ: ຜູ້ລົງມືກໍ່ເຫດໃນຄັ້ງນີ້ຊື່ ທ້າວ ກິກ ອາຍຸ 25 ປີ ບ້ານໜອງນ້ຳຂາວ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ, ຜ່ານການສວບສວນຜູ້ກ່ຽວສາລະພາບວ່າ: ໄດ້ເສບຢາເສບຕິດມາຫຼາຍປີແລ້ວ ແລະ ໃນມື້ເກີດເຫດໄດ້ໄປຊື້ຢາບ້າ ຈຳນວນ 10 ເມັດ ນຳໄວລຸ້ນບໍ່ຮູ້ຊື່ມາເສບກັບໝູ່ຈົນໝົດ; ພາຍຫຼັງເສບຢາບ້າແລ້ວ, ຜູ້ກ່ຽວກັບໝູ່ໄດ້ຂີ່ລົດອອກໄປສວນຢູ່ບ້ານຫ້ວຍໂກະ.

ພໍໄປຮອດສວນໄດ້ເຫັນພໍ່-ແມ່ຂອງຕົນ ແລະ ມີ ທ້າວ ດວງ (ຜູ້ເສຍຊີວິດ) ຢູ່ສວນນຳກັນຜູ້ກ່ຽວຈຶ່ງໄດ້ຂຶ້ນໄປເທິງຖຽງ ເພື່ອນອນພັກຜ່ອນ ຈົນຮອດເວລາ 13:00 ໂມງຂອງວັນທີ 29 ເມສາ, ຈຶ່ງຕື່ນນອນ ແລະ ເກີດມີອາການພາບຫຼອນ, ຫງຸດຫງິດຢາກຮ້າຍ ແລະ ຄິດວ່າ ທ້າວ ດວງ ຈະມາຂ້າພໍ່-ແມ່ຂອງຕົນ ຈຶ່ງໄດ້ຈັບເອົາປືນ ແກັບທີ່ຍັດລູກປະໄວ້ແລ້ວຍ່າງໄປຢູ່ທາງດ້ານຫຼັງຂອງທ້າວ ດວງ ທີ່ນອນຫຼັບຢູ່ອູ່ກ້ອງຕະລ່າງຖຽງ ຫ່າງປະມານ 3 ແມັດ ແລ້ວຍິງໃສ່ບໍລິເວນຫົວ 1 ນັດ ເຮັດໃຫ້ ທ້າວ ດວງ ເສຍຊີວິດຄາທີ່. ຈາກນັ້ນ, ຜູ້ກ່ຽວ ກໍໄດ້ຫຼົບໜີເຂົ້າປ່າ. ມາຮອດວັນທີ 30 ເມສາ 2022, ຈຶ່ງໄດ້ເຂົ້າມາມອບຕົວຕໍ່ເຈົ້າໜ້າ ທີ່.

ປັດຈຸບັນຄະດີດັ່ງກ່າວ, ຍັງຢູ່ໃນຂັ້ນຕອນສຳນວນ-ສຳເນົາເອກະສານສົ່ງໃຫ້ໄອຍະການແຂວງສືບຕໍ່ດຳເນີນຕາມຂັ້ນຕອນຂອງກົດໝາຍ.