ກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ສຳເລັດການຝຶກອົບຮົມວຽກງານພັກ, ວຽກງານການເມືອງ ແລະ ວຽກງານວິຊາສະເພາະໄລຍະສັ້ນ ຄັ້ງທີ I ໃນວັນທີ 26 ພຶດສະພາ 2022, ເປັນປະທານ ແລະ ເປັນກຽດມອບໃບຢັ້ງຢືນໂດຍ ສະຫາຍ ພົຈວ ສົມລິດ ດາວຮຸ່ງສຸລິ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ.

ສະຫາຍ ພັອ ຄຳພອນ ແສງສາລີຈັນ ຄະນະພັກ, ຮອງຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດແຜນການຝຶກອົບຮົມວຽກງານພັກ, ວຽກງານການເມືອງ ແລະ ວຽກງານວິຊາສະເພາະ ໃນໄລຍະ 8 ວັນ ນັບແຕ່ວັນທີ 17-26 ພຶດສະພາ 2022, ເຊິ່ງມີຈໍານວນນັກສໍາມະນາກອນເຂົ້າຮ່ວມທັງໝົດ ຈຳນວນ 51 ສະຫາຍ ຍິງ 9 ສະຫາຍ, ທີ່ມາຈາກບັນດາໜ່ວຍພັກຮາກຖານອ້ອມຂ້າງ ກົມຕຳຫຼວດຄຸມຂັງ-ດັດສ້າງ; ເຊິ່ງ ໄດ້ຄົ້ນຄວ້າເຊື່ອມຊຶມບັນດາເອກະສານປິ່ນອ້ອມໃນຂົງເຂດວຽກງານກໍ່ສ້າງພັກໃນກຳລັງ ປກສ 11 ສະບັບ ແລະ ເອກະສານທີ່ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານຄຸມຂັງ-ດັດສ້າງ 20 ສະບັບ. ຕະຫຼອດໄລຍະການຝຶກອົບຮົມ, ຄູ-ອາຈານ ແລະ ນັກສໍາມະນາກອນ ໄດ້ຍົກສູງຄວາມຮັບຜິດຊອບໃນການຂຶ້ນຫ້ອງຄົ້ນຄວ້າບັນດາເອກະສານຕ່າງໆ, ສົນທະນາແລກປ່ຽນບົດຮຽນລະຫວ່າງຄ້າຍຕໍ່ຄ້າຍເປັນຈຸດໜັກ ເພື່ອຊອກໃຫ້ເຫັນດ້ານດີ, ບົດ ຮຽນທີ່ດີໃນການເສີມຂະ ຫຍາຍ ແລະ ຊອກໃຫ້ເຫັນຈຸດ ອ່ອນຂໍ້ຂາດຕົກບົກຜ່ອງຈາກພຶດ ຕິກຳຕົວຈິງຂອງບັນດາຄ້າຍເພື່ອ ປັບປຸງແກ້ໄຂໃນຕໍ່ໜ້າ.

ໃນພິທີ, ສະຫາຍ ພົຈວ ສົມລິດ ດາວຮຸ່ງສຸລິ ໄດ້ມອບໃບຢັ້ງຢືນຂອງຄະນະພັກກົມໃນຂະແໜງວຽກງານພັກ-ວຽກງານການເມືອງ ແລະ ໃບຢັ້ງຢືນຂອງກົມຕຳຫຼວດຄຸມຂັງ-ດັດສ້າງໃນຂະແໜງວຽກງານວິຊາສະເພາະປ້ອງກັນຄວາມສະຫງົບໃຫ້ບັນດານັກສຳມະນາກອນ, ພ້ອມທັງໃຫ້ທິດຊີ້ນຳວ່າ: ບັນດາສະຫາຍນັກສຳມະນາກອນທີ່ເຂົ້າຮ່ວມຝຶກອົບຮົມຄັ້ງນີ້, ໄດ້ເຊີດຊູຄວາມຮັບຜິດຊອບຂອງຕົນ, ສຸມທຸກສະຕິປັນຍາເຂົ້າໃນການຄົ້ນຄວ້າບົດ ຮຽນສົມທຽບກັບພຶດຕິກໍາຕົວຈິງເຫັນວ່າ ມີບັນຍາກາດຟົດຟື້ນ, ເລີກເຊິ່ງ, ເຫັນໄດ້ບັນຫາລວມ ແລະ ບັນຫາສະເພາະ, ບັນຫາຄົງຄ້າງຕ່າງໆ, ທີ່ເປັນພື້ນຖານໃຫ້ແກ່ການສືບຕໍ່ປັບປຸງວຽກງານພັກ-ວຽກງານການເມືອງ ແລະ ວຽກງານວິຊາສະເພາະໃຫ້ມີຄວາມ ກ້າວໜ້າຂຶ້ນເປັນກ້າວໆ, ເຊິ່ງເປັນ ບ່ອນອີງໃນການຈັດຕັ້ງປະຕິບັດໃນຂົງເຂດວຽກງານສ້າງພັກໃຫ້ມີຄວາມປອດໃສ, ໜັກແໜ້ນເຂັ້ມແຂງ ແລະ ມີຄວາມເປັນມືອາຊີບທາງດ້ານວິຊາສະເພາະຂອງວຽກງານຄຸມຂັງ-ດັດສ້າງ ເປັນຕົ້ນວຽກງານການຄຸ້ມຄອງນັກໂທດ, ປ້ອງກັນເວນຍາມຮັບປະກັນຄວາມປອດໄພ, ວຽກງານສືບສວນ-ສອບສວນກໍ່ສ້າງ ແລະ ນໍາໃຊ້ຜູ້ຮ່ວມງານ, ວຽກງານການຜະລິດຝຶກວິຊາຊີບ ແລະ ວຽກງານສຶກ າອົບຮົມນັກໂທດ-ດັດສ້າງ ເພື່ອຫັນປ່ຽນແນວຄິດ-ຈິດໃຈຂອງນັກໂທດ, ຜູ້ຖືກຕັດສ້າງ, ໃຫ້ກາຍເປັນພົນລະເມືອງດີຂອງສັງຄົມ.