ໃນ 6 ເດືອນຕົ້ນປີ 2022, ສະມາຄົມອາສາກູ້ໄພ ນະຄອນຫຼວງວຽງຈັນ ສາມາດອອກປະຕິບັດໜ້າທີ່ໃຫ້ການຊ່ວຍເຫຼືອຜູ້ປະສົບອຸບັດຕິເຫດທາງທ້ອງຖະໜົນ ຈຳນວນ 1.500 ກວ່າຄັ້ງ ແລະ ຊ່ວຍເຫຼືອສຸກເສີນຕ່າງໆອີກ 120 ກວ່າຄັ້ງ.

ທ່ານ ລຳເງິນ ວົງພະຈັນ ປະທານສະມາຄົມອາສາກູ້ໄພ ນະຄອນຫຼວງວຽງຈັນ 1624 ໄດ້ເປີດເຜີຍໃນວັນທີ 26 ພຶດສະພາ 2022 ນີ້ວ່າ:

ໄລຍະ 6 ເດືອນຕົ້ນປີ 2022 ຜ່ານມາ, ສະມາຄົມອາສາກູ້ໄພ ນະຄອນຫຼວງວຽງຈັນ 1624 ປະກອບສ່ວນຢ່າງຫ້າວຫັນໃນການບັນເທົາສາທາລະນະໄພໃນສັງຄົມ ໂດຍມີຜົນງານຫຼາຍດ້ານທີ່ພົ້ນເດັ່ນ ແລະ ປັດຈຸບັນແມ່ນມີຢູ່ 5 ໜ່ວຍງານຫຼັກ ທີ່ຂຶ້ນກັບ ສະມາຄົມອາສາກູ້ໄພ ນະຄອນຫຼວງວຽງຈັນ  1624 ຄື:

  • ໜ່ວຍກູ້ໄພນະຄອນຫຼວງວຽງຈັນ 1624
  • ໜ່ວຍກູ້ໄພຊ່ວຍເຫຼືອສັງຄົມ 1624
  • ໜ່ວຍກູ້ໄພຈິງໃຈຊ່ວຍເຫຼືອສັງຄົມ 1624
  • ໜ່ວຍກູ້ໄພອາສາເພື່ອປະຊາຊົນ 1624
  • ໜ່ວຍກູ້ໄພປະສານໃຈ 1624

ໃນນັ້ນ, ຜົນງານທີ່ສາມາດຍາດມາໄດ້ ກໍແມ່ນການປະກອບສ່ວນຊ່ວຍເຫຼືອສັງຄົມໃນດ້ານຕ່າງໆ ໂດຍສະເພາະ ການຊ່ວຍເຫຼືອຜູ້ປະສົບອຸບັດຕິເຫດຕາມທ້ອງຖະໜົນຫຼວງ ສາມາດປະຕິບັດໄດ້ 1.569 ກໍລະນີ; ໃນນີ້, ມີຜູ້ໄດ້ຮັບບາດເຈັບ 143 ກໍລະນີ ແລະ ມີຜູ້ເສຍຊີວິດທັງໝົດ 39 ກໍລະນີ. ນອກນັ້ນ, ຍັງໄດ້ໃຫ້ການຊ່ວຍເຫຼືອຜູ້ປ່ວຍສຸກເສີນ ຕາມບ້ານເຮືອນຕ່າງໆ 123 ກໍລະນີ, ຊ່ວຍເຫຼືອຜູ້ປະສົບໄພທາງນ້ຳ 17 ກໍລະນີ, ຊ່ວຍຈັບສັດຮ້າຍອອກຈາກເຮືອນປະຊາຊົນ 21 ກໍລະນີ, ຊ່ວຍເຫຼືອພໍ່-ແມ່ປະຊາຊົນທີ່ທຸກຍາກ 77 ຄອບຄົວ, ຊ່ວຍເຫຼືອໄພນ້ຳຖ້ວມ 1 ກໍລະນີ ທີ່ແຂວງໄຊຍະບູລີ ແລະ ຊ່ວຍເຫຼືອມ້ຽນຄາບອາບສົບຄົນທຸກຍາກອະນາຖາ 78 ກໍລະນີ.

ປັດຈຸບັນ, ສະຖິຕິອາສາກູ້ໄພທັງໝົດໃນເຄືອຂ່າຍຂອງ 1624 ແມ່ນລວມມີອາສາຈໍານວນ 245 ຄົນ ຍິງ 89 ຄົນ ແລະ ມີພາຫະນະເປັນລົດສຸກເສີນ ເພື່ອອອກເຄື່ອນໄຫວເຫດທັງໝົດ 12 ຄັນ ເຊິ່ງໄດ້ມີການຕັ້ງຈຸດປະຈຳການໃນ 5 ຕົວເມືອງ ພາຍໃນ ນະຄອນຫຼວງວຽງຈັນ ແລະ ມີເຄືອຂ່າຍຕ່າງແຂວງ ຢູ່ໄຊຍະບູລີ ແລະ ແຂວງຄຳມ່ວນ; ພ້ອມດຽວກັນນີ້, ຍັງຈະໄດ້ຂະຫຍາຍເຄືອຂ່າຍຕື່ມອີກ ຢູ່ແຂວງສາລະວັນ ແລະ ອັດຕະປື.

ແນວໃດກໍຕາມ, ນອກຈາກຈະໄດ້ນໍາພາບັນດາສະມາຊິກອາສາກູ້ໄພອອກເຄື່ອນໄຫວກູ້ເຫດແລ້ວ ຍັງໄດ້ມີການຈັດຝຶກອົບຮົມໃຫ້ອາສາໃໝ່ ໂດຍການສອນຕາມຫຼັກສູດຂອງການປະຖົມພະຍາບານຂັ້ນຕົ້ນ ຈາກໜ່ວຍງານການແພດສຸກເສີນຂອງ ໂຮງໝໍມິດຕະພາບ ແລະ ສະມາຄົມອາສາກູ້ໄພ ນະຄອນຫຼວງວຽງຈັນ ແມ່ນໄດ້ເປີດຮັບອາສາສະໝັກໃນທຸກໆມື້.

ໃນຈຸດໆນີ້ໃຫ້ສັງຄົມ ເຂົ້າໃຈວ່າ: ອາສາບໍ່ແມ່ນອາຊີບ. ສະນັ້ນ, ຂໍໃຫ້ບັນດາອາສາສະໝັກທຸກໆທ່ານທີ່ຮ່ວມໃຈກັນເຂົ້າມາເປັນສະມາຊິກ ຈົ່ງພ້ອມກັນເຮັດວຽກຊ່ວຍເຫຼືອສັງຄົມດ້ວຍໃຈແທ້ໆ ແລະ ໃນການອອກເຫດບັນເທົາສາທາລະນະໄພໃນແຕ່ລະຄັ້ງນັ້ນ ກໍແມ່ນນຳໃຊ້ງົບປະມານຈາກຜູ້ໃຈບຸນໃນສັງຄົມທີ່ບໍລິຈາກມາ; ດັ່ງນັ້ນ, ຂໍໃຫ້ທຸກທ່ານທີ່ເຄີຍບໍລິຈາກຜ່ານມາ ຈົ່ງໝັ້ນໃຈວ່າເງິນຂອງທ່ານທີ່ປະກອບສ່ວນມານັ້ນພວກເຮົາໄດ້ນຳໃຊ້ເຂົ້າໃນວຽກງານຊ່ວຍເຫຼືອສັງຄົມ ຢ່າງທົ່ວເຖິງບໍ່ຕົກເຮ່ຍໄປທາງໃດ.

ປະທານສະມາຄົມ ກ່າວຕື່ມວ່າ: ແຕ່ເຖິງຢ່າງໃດກໍຕາມ ອີງໃສ່ເຫດສາທາລະນະໄພທີ່ເກີດຂຶ້ນເລື້ອຍໆ ແລະ ມີບາງຄັ້ງເຮັດໃຫ້ ສະມາຄົມອາສາກູ້ໄພ ນະຄອນຫຼວງວຽງຈັນ 1624 ຂາດຕົກພົກຜ່ອງໃນການຮັບໃຊ້ສັງຄົມ ເນື່ອງດ້ວຍການຂາດແຄນອຸປະກອນຮັບໃຊ້ ແລະ ຍານພາຫະນະອອກເຫດທີ່ບໍ່ພຽງພໍກັບສະພາບການ; ດັ່ງນັ້ນ, ຖ້າທ່ານໃດສົນໃຈຢາກປະກອບສ່ວນ ກໍສາມາດບໍລິຈາກໂດຍຕິດຕໍ່ພົວພັນໂດຍກົງໄດ້ເລີຍທີ່ສະມາຄົມອາສາກູ້ໄພ ນະຄອນຫຼວງວຽງຈັນ ຫຼື ສາຍດ່ວນ 1624 ໜ່ວຍກູ້ໄພນະຄອນຫຼວງວຽງຈັນ 1624 ແລະ ສູນສັ່ງການ.