ກອງບັນຊາການ ປກສ 7 ຕົວເມືອງ ຄື: ເມືອງປາກຊັນ, ບໍລິຄັນ, ປາກກະດິງ, ທ່ານພະບາດ, ຄຳເກີດ, ວຽງທອງ ແລະ ໄຊຈໍາພອນ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ເຂົ້າຮ່ວມໂດຍ ພັອ ຄໍາແພງ ນໍາພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຫົວໜ້າກອງເລຂາຊ່ວຍວຽກການຈັດຕັ້ງປະຕິບັດມາດຕະການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຂັ້ນແຂວງ, ມີ ພັທ ພັດທະນາ ວົງຄໍາສີ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງ, ມີຫົວໜ້າຫົວໜ້າກອງບັນຊາການ ປກສ 7 ຕົວເມືອງ, ຄະນະພັກ-ຄະນະກອງບັນຊາການ, ມີກອງເລຂາວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຢາເສບຕິດ ປກສ ແຂວງ, ຄະນະພະແນກ, ປກສ ກຸ່ມບ້ານ, ພະນັກງານພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ໃນລະຫວ່າງວັນທີ 15 -20 ພຶດສະພາ 2022 ຜ່ານມາ.

ພາຍໃນກອງປະຊຸມ ບັນດາຄະນະພັກ-ຄະນະກອງບັນຊາການ ປກສ 7 ຕົວເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢູ່ 7 ຕົວເມືອງ ທົ່ວແຂວງບໍລິຄໍາໄຊ ເຊິ່ງໄດ້ຈັດຕັ້ງປະຕິບັດມາແຕ່ວັນທີ 15 ທັນວາ 2021 ຫາວັນທີ 20 ພຶດສະພາ 2022, ຄະນະຮັບຜິດຊອບ ໄດ້ນໍາເອົາເອກະສານທີ່ສໍາຄັນລົງເຜີຍແຜ່ເຊື່ອມຊຶມໃຫ້ອໍານາດການຈັດຕັ້ງບ້ານ, ພໍ່-ແມ່ຜູ້ປົກຄອງ, ຊາວໜຸ່ມ-ເຍົາວະຊົນ, ນັກຮຽນ-ນັກສຶກສາ ແລະ ບັນດາກຸ່ມເປົ້າໝາຍ ໄດ້ຮັບຮູ້ເຂົ້າໃຈຕໍ່ຜົນຂອງຢາເສບຕິດ.

ໃນນີ້, ມີເອກະສານຄໍາສັ່ງຂອງ ກົມການເມືອງສູນກາງພັກ ວ່າດ້ວຍ ການເພີ່ມທະວີຊີ້ນໍາ-ນໍາພາຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ມະຕິກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ເລີ່ມແຕ່ປີ (202 –2023), ມະຕິຕົກລົງຂອງຄະນະປະຈໍາພັກແຂວງ, ມະຕິຕົກລົງຂອງຄະນະປະຈໍາພັກເມືອງ, ຜ່ານໂຄງການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງ ກອງບັນຊາການ ປກສ 7 ຕົວເມືອງ, ປະມວນກົດໝາຍອາຍາ ໝວດທີ 8 ການກະທໍາຜິດກ່ຽວກັບຢາເສບຕິດ, ກົດໝາຍ ວ່າດ້ວຍ ຢາເສບຕິດ, ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ.

ດ້ານວຽກງານໂຄສະນາສຶກສາອົບຮົມ ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດຢູ່ບັນດາບ້ານ, ສໍານັກງານອົງການ, ວິທະຍາໄລ ແລະ ໂຮງຮຽນ ໄດ້ 34 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງ 15.302 ຄົນ ຍິງ 8.551 ຄົນ.

ຜ່ານການຈັດຕັ້ງປະຕິບັດພາຍໃນ 284 ບ້ານ, ແຂວງບໍລິຄໍາໄຊ ສາມາດຜັນຂະຍາຍໄດ້ສໍາເລັດ 267 ບ້ານ, ພວມສືບຕໍ່ຈັດຕັ້ງປະຕິບັດ 17 ບ້ານ, ມີເປົ້າໝາຍພົວພັນຢາເສບຕິດ ທັງໝົດ 9.146 ຄົນ ຍິງ 206 ຄົນ, ເປົ້າໝາຍຄ້າຂາຍ 943 ຄົນ ຍິງ 96 ຄົນ, ເປົ້າໝາຍເສບ 8.189 ຄົນ ຍິງ 116 ຄົນ, ເປົ້າໝາຍເຂົ້າຮ່ວມໂຄງການ ທັງໝົດ 7.479 ຄົນ ຍິງ 162 ຄົນ, ເປົ້າໝາຍທີ່ບໍ່ເຂົ້າຮ່ວມໂຄງການ 1.667 ຄົນ ຍິງ 44 ຄົນ; ສາມາດມ້າງລາຍຄະດີຢາເສບຕິດໄດ້ 132 ເລື່ອງ, ກັກຜູ້ຖືກຫາໄດ້ 168  ຄົນ ຍິງ 8 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 76.659 ເມັດ, ຄັນຊາແຫ້ງ 887 ກິໂລກຼາມ, ເຮໂຣອິນ 2 ຫຼອດ, ປືນ 25 ກະບອກ, ລົດໃຫຍ່ 3 ຄັນ, ລົດຈັກ 26 ຄັນ, ທໍາລາຍສວນຄັນຊາໄດ້ 52 ເຮັກຕາ, ສວນຢາຝິ່ນ 10 ສວນ, 5,5 ເຮັກຕາ, ຄັນຊາແຫ້ງ 300 ກິໂລກຼາມ.

ໂອກາດດຽວກັນ, ຄະນະຮັບຜິດຊອບ ປກສ ແຂວງ ໄດ້ປະກອບຄໍາຄິດຄໍາເຫັນ ແລະ ມີຄໍາເຫັນແລກປ່ຽນ ເຊິ່ງຍົກໃຫ້ເຫັນບາດກ້າວ, ຂັ້ນຕອນ, ວິທີແກ້ໄຂ ແລະ ທິດທາງແຜນການທີ່ຕ້ອງໄດ້ສືບຕໍ່ຜັນຂະຍາຍ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງບໍລິຄໍາໄຊ; ພາຍຫຼັງສໍາເລັດຮອບທໍາອິດ ມອບໃຫ້ ປກສ ກຸ່ມບ້ານ, ປກສ ບ້ານ ແລະ ອໍານາດການຈັດຕັ້ງບ້ານຕິດຕາມກວດກາ, ການເຄື່ອນໄຫວບັນດາເປົ້າໝາຍເສບ ຫຼື ຄ້າຂາຍທີ່ໄດ້ສ້າງບົດບັນທຶກ ແລະ ຂຽນໃບປະຕິຍານຕົນວ່າຈະຢຸດເຊົາ ເພື່ອລາຍງານການເຄື່ອນໄຫວຂອງບັນດາເປົ້າໝາຍໃຫ້ ປກສ ກຸ່ມ ບ້ານ, ປກສ ເມືອງ ເປັນແຕ່ໄລຍະ ເມື່ອຜ່ານການຕິດຕາມ, ການເຄື່ອນໄຫວຂອງຜູ້ເສບ, ຜູ້ຄ້າ-ຂາຍ, ບຸກຄົນໃດບໍ່ສາມາດຢຸດເຊົາໄດ້ ແມ່ນແນະນໍາໃຫ້ນໍາຕົວໄປຝາກດັດສ້າງ ຫຼື ປິ່ນປົວຢູ່ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ໜອງດົງ, ສ່ວນບຸກຄົນທີ່ມີການພົວພັນຄ້າຂາຍ ທີ່ໄດ້ຂຽນໃບປະຕິຍານຕົນວ່າຈະຢຸດເຊົາ ແຕ່ຜູ້ກ່ຽວຍັງສືບຕໍ່ເຄື່ອນໄຫວຄ້າຂາຍ ແມ່ນຕ້ອງໄດ້ນໍາຕົວມາສືບສວນ-ສອບສວນ ແລະ ດໍາເນີນຄະດີຕາມລະບຽບກົດໝາຍ.

ໃນກອງປະຊຸມ ພັອ ຄໍາແພງ ນໍາພາວັນ ໄດ້ກ່າວສະແດງຄໍາຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ປກສ 7 ຕົວເມືອງຍາດມາໄດ້, ພ້ອມທັງເນັ້ນໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທຸກສະຫາຍ ຈົ່ງສືບຕໍ່ເຮັດວຽກງານໂຄສະນາອົບຮົມ ເພື່ອນໍາເອົາເອກະສານເນື້ອໃນໂຄງການ, ບັນດາລະບຽບກົດໝາຍ, ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດລົງເຜີຍແຜ່ໃຫ້ອໍານາດການຈັດຕັ້ງບ້ານ, ພໍ່-ແມ່ປະຊາຊົນ, ຊາວໜຸ່ມ-ໄວໜຸ່ມ, ນັກຮຽນ-ນັກສຶກສາ ໄດ້ຮັບຮູ້, ເຂົ້າໃຈຕໍ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ, ມີສ່ວນຮ່ວມປະກອບສ່ວນເຂົ້າໃນວຽກງານຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ແນໃສ່ເຮັດໃຫ້ບັນຫາຢາເສບຕິດຢູ່ແຂວງບໍລິຄໍາໄຊ ໝົດໄປເທື່ອລະກ້າວ, ສືບຕໍ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ພັກ-ລັດໄດ້ກໍານົດໄວ້.