ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ສົມທົບກັບຫ້ອງວ່າການເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈັດພິທີປາຖະກະຖາຫວນຄືນມູນເຊື້ອ 2 ວັນ ປະຫວັດສາດ ຄື: ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ (18 ພຶດສະພາ 1995-18 ພຶດສະພາ 2022) ຄົບ ຮອບ 63 ປີ ແລະ ວັນວິລະກໍາໂຕນຄຸກແບບມະຫັດສະຈັນຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ (24 ພຶດສະພາ 1960-24 ພຶດສະພາ 1960) ຄົບຮອບ 62 ປີ, ໃຫ້ກຽດປາຖະກະຖາໂດຍທ່ານ ເຂັມເພັດ ແພງດວງຈັນ ອະດີດພະນັກງານບຳນານອະດີດຫົວໜ້າຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ມີບັນດາກຳມະການປະຈຳພັກ, ນາຍ ແລະ ພົນທະຫານ, ຫົວໜ້າຫ້ອງການ, ເລຂາໜ່ວຍພັກ, ຄູ-ອາຈານ ແລະ ນາຍບ້ານ 48 ບ້ານທົ່ວເມືອງໄຊເສດຖາ ເຂົ້າຮ່ວມ.

ທ່ານ ເຂັມເພັດ ແພງດວງຈັນ ກ່າວວ່າ: ການຫວນຄືນມູນເຊື້ອ 2 ວັນປະຫວັດສາດຄັ້ງນີ້, ເພື່ອເປັນການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກ ງານ, ສະມາຊິກພັກ, ທະຫານ, ຕຳຫຼວດ, ຄູ-ອາຈານ, ນັກຮຽນຮູ້ປັນຍາຊົນ ແລະ ປະຊາຊົນ ບັນດາເຜົ່າໄດ້ຮັບຮູ້, ເຊື່ອມຊຶມ ແລະ ກຳແໜ້ນຢ່າງເລິກເຊິ່ງກ່ຽວກັບມູນເຊື້ອ, ນ້ຳໃຈເສຍສະຫຼະອັນສູງສົ່ງຂອງທ່ານຜູ້ນຳພັກ ແລະ ແນວລາວສ້າງຊາດໃນໄລຍະຕໍ່ສູ້ປະຕິວັດ ກໍຄືໃນໄລຍະທີ່ຖືກກັກຂັງຢູ່ໃນຄຸກໂພນເຄັງ ແລະ ວິລະກຳລ້ຳເລີດຂອງຜູ້ນຳປະຕິວັດຮຸ່ນກ່ອນທັງເປັນການຮ່ຳຮຽນເອົານໍ້າໃຈຮັກຊາດ, ນໍ້າໃຈຕໍ່ສູ້ເດັດດ່ຽວບໍ່ຍອມຈໍານົນຂອງບັນພະ ບຸລຸດ ແລະ ປະຊາຊົນລາວຜູ້ຮັກຊາດ ສາມາດທັບມ້າງກົນອຸບາຍຂອງຈັກກະພັດ ແລະ ລູກແຫຼ້ງຕີນມືຂອງພວກເຂົາທີ່ຫວັງດັບມອດກຳລັງປະຕິວັດ ໂດຍສະເພາະແມ່ນ 2 ກອງພັນທີ່ເຂົ້າຮ່ວມກັບກອງທັບແຫ່ງຊາດນັ້ນພັງທະລາຍລົງ.

ໃນໂອກາດນີ້, ທ່ານໄດ້ຮຽກຮ້ອງໃຫ້ບັນດາສະຫາຍຜູ້ເຂົ້າຮ່ວມຮັບຟັງປາຖະກະຖາ ຈົ່ງໄດ້ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ ແລະ ຄວາມສາມັກຄີເປັນເອກະພາບພາຍໃນພັກ, ເຊີດຊຸເສີມຂະຫຍາຍມູນເຊື້ອປະຕິວັດຕິດພັນກັບການຍູ້ແຮງຂະບວນການຕ່າງໆ ເພື່ອຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນໃຫ້ປະກົດຜົນເປັນຈິງ.