ການປູກຕົ້ນໄມ້ໃນແຕ່ລະປີ ທັງພາກລັດ ແລະ ເອກະຊົນເຫັນວ່າ ປູກຫຼາຍລ້ານຕົ້ນໃນທຸກໆປີ, ແຕ່ສິ່ງທີ່ຕ້ອງໄດ້ເອົາໃຈໃສ່ຢ່າງຈິງຈັງນັ້ນຄື ການເບິ່ງແຍງຮັກສາຕົ້ນໄມ້ທຸກຕົ້ນທີ່ປູກລົງໄປນັ້ນໃຫ້ເຕີບໃຫຍ່ ແລະ ເປັນຕົ້ນເປັນປ່າດັ່ງທີ່ປະສົງໄວ້ ເພື່ອຮັບປະກັນໃຫ້ເນື້ອທີ່ປ່າເພີ່ມຂຶ້ນ; ແຕ່ເຖິງຢ່າງໃດກໍຕາມ, ມາເຖິງປັດຈຸບັນນີ້ ການໜາແໜ້ນຂອງປ່າໄມ້ທີ່ລັດຖະບານວາງຄາດໝາຍໃນທົ່ວປະເທດ ໃນປີ 2020 ໃຫ້ເນື້ອທີ່ປ່າໄມ້ປົກຫຸ້ມ 70% ແມ່ນຍັງບໍ່ບັນລຸເປົ້າໝາຍທີ່ວາງໄວ້ ຍ້ອນມີຜູ້ປະກອບການ ແລະ ປະຊາຊົນຈໍານວນໜຶ່ງຍັງເຄື່ອນໄຫວລັກລອບຕັດໄມ້ຢູ່ຕາມພູຜາ-ປ່າໄມ້ ແລະ ເຂດປ່າສະຫງວນ.

ເຖິງແມ່ນວ່າໃນແຕ່ລະປີ ລັດຖະບານໄດ້ລະດົມໃຫ້ພາກສ່ວນຕ່າງໆປູກຕົ້ນໄມ້ເພື່ອທົດແທນຕົ້ນໄມ້ທີ່ຕັດໄປຈໍານວນຫຼວງຫຼາຍ ແຕ່ລະດັບຄວາມໜາແໜ້ນຂອງປ່າໃນລາວ ກໍຍັງຫຼຸດລົງຢ່າງຕໍ່ເນື່ອງ ໂດຍການສໍາຫຼວດພົບວ່າ ຄວາມໜາແໜ້ນຂອງປ່າໄມ້ໃນລາວ ໄດ້ຫຼຸດລົງຈາກ 17 ລ້ານເຮັກຕາ ຫຼື 71% ກວ່າຂອງເນື້ອທີ່ທັງໝົດໃນປີ 1960 ເປັນ 9,4 ລ້ານເຮັກຕາ ຫຼື ຕໍ່າກວ່າ 40% ຂອງເນື້ອທີ່ທັງໝົດໃນປີ 2015 ໂດຍມີສາເຫດສໍາຄັນມາຈາກການລັກລອບຕັດໄມ້ເກີນໂກຕ້າທີ່ໄດ້ຮັບສໍາປະທານຈາກລັດຖະບານ ແລະ ອີກປະເດັນໜຶ່ງ ກໍເກີດຈາກການລັກລອບຂຶ້ນໄປຕັດໄມ້ຢູ່ຕາມເຂດປ່າສະຫງວນ ແລະ ພູຜາ-ປາໄມ້.

ທ່ານ ເພັດ ພົມພີພັກ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ຖະແຫຼງຂ່າວໃນວັນທີ 28 ພຶດສະພາ 2022 ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ວ່າ:

ປີນີ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບ ຄະນະພັກ, ອົງການປົກຄອງທ້ອງຖິ່ນທົ່ວປະເທດ ກະກຽມແຜນການ ແລະ ຂະບວນການປູກໄມ້ຢູ່ທ້ອງຖິ່ນຕົນເອງໃຫ້ເປັນຂະບວນຟົດຟື້ນໂດຍມີແຜນການ ຄື: ເກັບແກ່ນ 20.000 ກິໂລກຼາມ, ກ້າເບ້ຍ 34 ລ້ານກວ່າເບ້ຍ ແລະ ປູກໄມ້ 37.200 ເຮັກຕາ; ໃນນີ້, ປູກໄມ້ເພື່ອປົກປັກຮັກສາສິ່ງແວດລ້ອມຢູ່ໃນຂອບເຂດປ່າປ້ອງກັນ, ປ່າສະຫງວນ 7.400 ເຮັກຕາ, ປູກປ່າທົດແທນເຂດໂຄງການພື້ນຖານໂຄງລ່າງ ແລະ ປູກໄມ້ອຸດສາຫະກໍາເປັນສິນຄ້າ 24.800 ເຮັກຕາ ແລະ ທີ່ເປັນດິນຂອງບຸກຄົນ-ນິຕິບຸກຄົນ 5.000 ເຮັກຕາ; ໃນນີ້, ສະເພາະໃນວັນທີ 1 ມິຖຸນາ ທົ່ວປະເທດຈະປູກຕົ້ນໄມ້ໃນເນື້ອທີ່ 1.213 ເຮັກຕາ, ນໍາໃຊ້ເບ້ຍໄມ້ 1.465.233 ກວ່າເບ້ຍ ລວມມີ: ໄມ້ດູ່, ໄມ້ແຕ້ຄ່າ, ໄມ້ຍາງ, ໄມ້ສັກ, ໄມ້ແຄນ, ໄມ້ສົ້ມຝາດ, ໄມ້ຂະຍຸງ, ໄມ້ແຕ້ຮໍ, ໄມ້ສະຝາງ, ໄມ້ກາກະເລົາ, ໄມ້ຄູນ, ໄມ້ສາມສາ ແລະ ໄມ້ອື່ນໆ.

ໃນໄລຍະຜ່ານມາ, ລັດຖະບານ ໄດ້ວາງແຜນການເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ທຸກພາກສ່ວນ ທັງໃນພາກລັດ ແລະ ພາກເອກະຊົນ ໃນທົ່ວປະເທດ ປະກອບສ່ວນເຂົ້າໃນການປູກຕົ້ນໄມ້ໃຫ້ໄດ້ໃນພື້ນທີ່ຫຼາຍແສນເຮັກຕາ ເພື່ອຮັບປະກັນໃຫ້ບັນລຸແຜນການເພີ່ມຄວາມໜາແໜ້ນຂອງສະພາບປ່າໄມ້ໃຫ້ເຖິງ 70% ຂອງເນື້ອທີ່ທັງໝົດໃນລາວ ໃນປີ 2020.

ສະເພາະປີນີ້, ລັດຖະບານ ໄດ້ວາງຄາດໝາຍສູ້ຊົນຮັກສາທີ່ດິນປ່າໄມ້ ປະມານ 16,5 ລ້ານເຮັກຕາ ແລະ ຈະຍົກລະດັບຄວາມປົກຫຸ້ມປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ ຫຼື ເທົ່າກັບ 16,5 ລ້ານເຮັກຕາ; ໃນນີ້, ວາງຄາດໝາຍຕາມແຜນການປ່າສະຫງວນໃຫ້ໄດ້ 4,7 ລ້ານເຮັກຕາ, ປ່າປ້ອງກັນ 8,2 ລ້ານເຮັກຕາ, ປ່າຜະລິດ 3,1 ລ້ານເຮັກຕາ, ຟື້ນຟູປ່າທໍາມະຊາດ 6 ລ້ານເຮັກຕາ ແລະ ປ່າປູກ 5 ແສນເຮັກຕາ; ຕາມຄວາມເປັນຈິງແລ້ວ ປັດຈຸບັນ ເຫັນວ່າ ເນື້ອທີ່ຂອງປ່າໄມ້ຍັງຢູ່ໃນເກນມາດຕະຖານທີ່ປົກຫຸ້ມຕໍ່າກວ່າຄາດໝາຍ.

ສາເຫດທີ່ ລັດຖະບານ ບໍ່ສາມາດບັນລຸເປົ້າໝາຍເພີ່ມຄວາມໜາແໜ້ນປ່າໄມ້ໃຫ້ໄດ້ 70% ຍ້ອນປ່າໄມ້ຢູ່ໃນເຂດປ່າສະຫງວນແຫ່ງຊາດ ຫຼຸດຄວາມໜາແໜ້ນລົງຢ່າງຫຼວງຫຼາຍ ໃນໄລຍະ 15 ປີຜ່ານມາ ໂດຍເປັນຜົນມາຈາກການລັກລອບຕັດໄມ້ໃນເຂດປ່າສະຫງວນແຫ່ງຊາດຢ່າງກວ້າງຂວາງ ເຊິ່ງເຮັດໃຫ້ປ່າໄມ້ທີ່ຢູ່ໃນຄວາມຮັບຜິດຊອບຂອງ ກະຊວງກະສິກໍາ ແລະ ປ່າໄມ້ ຍັງຄົງເຫຼືອບໍ່ຫຼາຍ; ເຊິ່ງສາເຫດທີ່ເຮັດໃຫ້ການລັກລອບຕັດໄມ້ ສາມາດດໍາເນີນການໄດ້ຢ່າງກວ້າງຂວາງ ກໍຍ້ອນວ່າມີພະນັກງານລັດໄດ້ເຂົ້າໄປມີຜົນປະໂຫຍດຮ່ວມກັບຜູ້ຕັດໄມ້ທີ່ສໍາປະທານ ເຮັດໃຫ້ບາງໂຄງການມີການຕັດໄມ້ເກີນໂກຕາ; ຍິ່ງໄປກວ່ານັ້ນ, ຈາກການກວດສອບເຂດສໍາປະທານຫຼາຍຮ້ອຍພື້ນທີ່ ໃນທົ່ວປະເທດ ຍັງພົບວ່າ ໄດ້ມີການລຸກລໍ້າເຂົ້າໄປລັກລອບຕັດໄມ້ຢູ່ໃນເຂດປ່າສະຫງວນ ແລະ ເຂດປ່າປ້ອງກັນຂອງລັດຖະບານຢ່າງກວ້າງຂວາງ.

ທ່ານລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ກ່າວຕື່ມວ່າ:

ແນວໃດກໍຕາມ, ການປົກປັກຮັກສາປ່າໄມ້ ຍັງມີສິ່ງທ້າທາຍທີ່ສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ປ່າໄມ້ ແລະ ທີ່ດິນປ່າໄມ້ ໂດຍສະເພາະການບຸກລຸກເຂດ 3 ປະເພດປ່າ, ພ້ອມນີ້ວຽກການກໍານົດທີ່ດິນປ່າໄມ້ ເຂົ້າໃນ 3 ປະເພດປ່າ ກໍຍັງບໍ່ທັນສໍາເລັດ ເຊິ່ງເປັນສິ່ງທ້າທາຍຕໍ່ການບັນລຸເປົ້າໝາຍການຍົກລະດັບຄວາມປົກຫຸ້ມປ່າໄມ້ໃຫ້ໄດ້ 70% ຫຼື ປະມານ 16,5 ເຮັກຕາ ຕາມແຜນຄາດໝາຍສູ້ຊົນໃນຍຸດທະສາດປ່າໄມ້.

ດັ່ງນັ້ນ, ຮຽກຮ້ອງໃຫ້ປວງຊົນທັງຊາດ ຈົ່ງເຊີດຊູສະຕິຮັກຊາດ ແລະ ຫວງແຫນປ່າໄມ້, ປະກອບສ່ວນຕາມເງື່ອນໄຂຄວາມສາມາດໃນການປູກໄມ້, ຟື້ນຟູປ່າ ໄປຄຽງຄູ່ກັບ ການຄຸ້ມຄອງປົກປັກຮັກສາປ່າໄມ້ ອັນເປັນມໍລະດົກຂອງຊາດໃຫ້ນັບມື້ນັບອຸດົມສົມບູນ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການວັດຖຸດິບດ້ານໄມ້ ແລະ ຜະລິດຕະພັນປ່າໄມ້ ໄດ້ຢ່າງຍືນນານບໍ່ມີວັນບົກແຫ້ງ, ເຮັດໃຫ້ຊັບພະຍາກອນປ່າໄມ້ ເຊິ່ງເປັນສ່ວນປະກອບອັນສໍາຄັນເຂົ້າໃນການພັດທະນາເສດຖະກິດຂອງຊາດ ແລະ ເປັນການປົກປັກຮັກສາສິ່ງແວດລ້ອມນັບມື້ນັບຂະຫຍາຍຕົວຂຶ້ນເລື້ອຍໆ ເພາະການປູກຕົ້ນໄມ້ ແມ່ນສາມາດປູກໄດ້ແຕ່ດຽວນີ້ເປັນຕົ້ນໄປ ແລະ ຕະຫຼອດຮອດລະດູຝົນ, ບ່ອນໃດມີເງື່ອນໄຂເນື້ອທີ່ ແລະ ແຫຼ່ງນໍ້າ ກໍສາມາດປູກໄດ້ຕະຫຼອດ.

ປູກຜູ້ລະ 1-2 ຕົ້ນ ໃນເນື້ອທີ່ດິນເປົ່າຫວ່າງຂອງຕົນ, ໃນສວນ, ທີ່ດິນປຸກສ້າງ, ເດີ່ນໂຮງຮຽນ, ສໍານັກງານ, ອົງການ ແລະ ຕາມແຄມທາງ ເຊິ່ງສາມາດປູກໄດ້ທຸກໆຊະນິດໄມ້ຕາມເງື່ອນໄຂຕົວຈິງ ດັ່ງຄໍາຂວັນທີ່ວ່າ: “ ຈົ່ງຊ່ວຍກັນປູກຕົ້ນໄມ້ໃຫ້ເປັນປ່າ ເພື່ອເປັນສິນຄ້າ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ, ຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ ”.