ໃນວັນທີ 9 ເມສາ 2022 ເວລາ 9:50 ໂມງ, ເຈົ້າໜ້າທີ່ ພະແນກຕຳຫຼວດສືບສວນ-ສອບສວນ ປກສ ແຂວງຈຳປາສັກ ໄດ້ຮັບການແຈ້ງຄວາມຈາກ ທ້າວ ໜູພັກ ອາຍຸ 40 ປີ ບ້ານໝໍ້ພຸ ເມືອງປະທຸມພອນ ວ່າ:

ວັນທີ 27 ມີນາ 2022, ໄດ້ມີ ທ້າວ ດ່ອນ ໄດ້ໂພສ໌ຂາຍລົດໃຫຍ່ຜ່ານສື່ສັງຄົມອອນລາຍ ປະເພດລົດຈິບໂຕໂຍຕ້າຟໍຈູນເນີ ໃນລາຄາ 630.000 ບາດ ແລະ ຕົນກໍໄດ້ຕົກລົງຊື້-ຂາຍກັນໃນລາຄາ 180.000.000 ກີບ ພ້ອມທັງໄດ້ໂອນເງິນມັດຈຳໃຫ້ຈໍານວນ 7.000.000 ກີບ; ແຕ່ພາຍຫຼັງຜູ້ກ່ຽວໄດ້ເງິນມັດຈຳແລ້ວກໍບໍ່ເອົາລົດມາໃຫ້ ແລະ ຂາດການຕິດຕໍ່; ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງເກັບກຳຂໍ້ມູນ ແລະ ຕິດຕາມເປົ້າໝາຍ ຈົນຮອດວັນທີ 13 ພຶດສະພາ ກໍສາມາດກັກຕົວ ທ້າວ ດ່ອນ ມາສອບສວນ.

ຜ່ານການສອບສວນຂອງ ເຈົ້າໜ້າທີ່ວິຊາສະເພາະ, ທ້າວ ດ່ອນ ຮັບສາລະພາບວ່າ:

ຜູ້ກ່ຽວຕິດເກມ ແລະ ບໍ່ມີເງິນເຕີມບັດຈຶ່ງໄດ້ວາງແຜນດ້ວຍວິທີການຈ່າວຂາຍລົດໃຫຍ່ແບບບໍ່ມີເອກະສານຜ່ານເຟສບຸກ ເພື່ອໃຫ້ລູກຄ້າຜູ້ທີ່ຕ້ອງການຊື້ລົດດັ່ງກ່າວ ໂອນເງິນມັດຈຳກ່ອນແລ້ວຈຶ່ງເອົາລົດໄປສົ່ງຕາມຫຼັງ ແລະ ໃນວັນທີ 4 ມີນາ 2022 ຜູ້ກ່ຽວໄດ້ໂພສ໌ຮູບລົດໂຕໂຍຕ້າຣີໂວ້ສີຂາວ ບໍ່ມີເອ ກະສານ ໃນລາຄາ 17.000 ໂດລາ; ຈາກນັ້ນ, ກໍມີລູກຄ້າສົນໃຈຕ້ອງການຊື້ ພ້ອມທັງໄດ້ຕົກລົງຊື້-ຂາຍ ແລະ ລູກຄ້າກໍໄດ້ໂອນເງິນມັດຈຳນວນ 20.000 ບາດ ມາໃຫ້; ເມື່ອໄດ້ເງິນແລ້ວ ຜູ້ກ່ຽວກໍປິດໂທລະສັບ ແລະ ປິດເຟສບຸກ ເຮັດໃຫ້ຂາດການຕິດຕໍ່.

ຕໍ່ມາຮອດວັນທີ 11 ມີນາ 2022, ຜູ້ກ່ຽວກໍໄດ້ໂພສ໌ຮູບລົດໂຕໂຍຕ້າຣີໂວ້ສີຂາວ ບໍ່ມີເອກະສານ ຂາຍໃນລາຄາ 14.500 ໂດລາ ແລະ ມີລູກຄ້າຜູ້ທີ່ສົນໃຈ ພ້ອມທັງໄດ້ໂອນເງິນມັດຈຳໃນລາຄາ 5.000.000 ກີບ ເມື່ອໄດ້ເງິນແລ້ວຜູ້ກ່ຽວກໍໃຊ້ຮູບການປິດໂທລະສັບແບບເກົ່າ ແລະ ຫຼ້າສຸດ ໃນວັນທີ 27 ມີນາ 2022, ຜູ້ກ່ຽວໄດ້ໂພສ໌ຂາຍລົດໃຫຍ່ຟໍຈູນເນີ ໃນລາຄາ 680.000 ບາດ ແລະ ມີລູກຄ້າໂອນເງິນມັດຈຳໃຫ້ຈໍານວນ 5.000.000 ກີບ ເມື່ອໄດ້ເງິນແລ້ວຈຶ່ງໄດ້ນັດລູກຄ້າວ່າອີກ 3 ວັນ ຈະເອົາລົດໄປໃຫ້ ແລະ ຜູ້ກ່ຽວກໍປິດໂທລະສັບ ແລະ ເຟດສ໌ບຸກ.

ນອກນັ້ນ, ໃນວັນດຽວກັນ ຍັງໄດ້ມີ ທ້າວ ໜູພັກ ຕິດຕໍ່ມາຊື້ລົດໃຫຍ່ຟໍຈູເນີ້ນຳຜູ້ກ່ຽວອີກ ເຊິ່ງໄດ້ຕົກລົງຊື້-ຂາຍກັນໃນລາຄາ 180.000.000 ກີບ ແລະ ທ້າວ ໜູພັກ ໄດ້ໂອນເງິນມັດຈຳໃຫ້ຈໍານວນ 7.000.000 ກີບ ມາໃຫ້ຜູ້ກ່ຽວ, ເມື່ອໄດ້ເງິນມັດຈຳໃຫ້ແລ້ວ ຜູ້ກ່ຽວກໍບໍ່ເອົາລົດໄປໃຫ້ ພ້ອມທັງຂາດການຕິດຕໍ່ ແລະ ບໍ່ສາມາດຕິດຕໍ່ໄດ້; ຈົນຮອດວັນທີ 13 ພຶດສະພາ 2022, ຈຶ່ງຖືກເຈົ້າໜ້າທີ່ ປກສ ເມືອງປະທຸມພອນ ແຂວງຈໍາປາສັກ ຈັບຕົວຜູ້ກ່ຽວມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຜ່ານການສວບສວນຂອງເຈົ້າໜ້າທີ່ວິຊາສະເພາະ, ທ້າວ ດ່ອນ ແມ່ນມີເຈດຕະນາສໍ້ໂກງຊັບແທ້ການກະທຳດັ່ງ ກ່າວແມ່ນຜິດຕໍ່ມາດຕາ 233 ຂອງປະມວນກົດ ໝາຍອາຍາແຫ່ງ ສປປລາວ ນອກນັ້ນຍັງສ້າງຄວາມບໍ່ສະຫງົບ ແລະ ຄວາມ ບໍ່ເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມນຳອີກ.

ປັດຈຸບັນ, ຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນສຳນວນ-ສຳເນົາເອກະສານ ເພື່ອສົ່ງ ໄອຍະການປະຊາຊົນ ແຂວງຈຳປາສັກ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍບ້ານເມືອງຕໍ່ໄປ.