ໃນວັນທີ 19-20 ພຶດສະພາ 2022, ເຈົ້າໜ້າທີ່ ປກສ ເມືອງຊຳເໜືອ ແຂວງຫົວພັນ ສາມາດຕິດຕາມຊອກຮູ້ ແລະ ຂຶ້ນແຜນເພື່ອຈັບກຸມເປົ້າໝາຍຢາເສບຕິດ 2 ຄົນ ຊື່ ທ້າວ ວາງຕົວວາງ ອາຍຸ 54 ປີ ບ້ານປ່າຈ່າ ເມືອງຊຳເໜືອ ມີຢາບ້າຈຳນວນ 306 ເມັດ, ຝິ່ນ 2 ກ້ອນນ້ອຍ, ເງິນ 518.000 ກີບ ແລະ ປືນເເກັບ 1 ກະບອກ ແລະ ທ້າວ ກູບ ອາຍຸ 42 ປີ ບ້ານດອນ ເມືອງຊຳເໜືອ ມີຢາບ້າ 161 ເມັດ ແລະ ປືນແກັບ 1 ກະບອກ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ພວກກ່ຽວທັງສອງຄົນໄດ້ຮັບສະລະພາບວ່າ: ໄດ້ພົວພັນເສບ, ຄ້າຂາຍ ແລະ ມົ້ວສຸມຢາເສບຕິດມາແຕ່ປີ 2020 ຈົນເຖິງປັດຈຸບັນ ແລະ ຂອງກາງທີ່ເຈົ້າໜ້າທີ່ກວດພົບເຫັນ ແມ່ນເປັນຂອງຜູ້ກ່ຽວແທ້; ພໍມາຮອດວັນທີ 20 ພຶດສະພາ 2022 ຈຶ່ງຖືກເຈົ້າໜ້າທີ່ ປກສ ກຸ່ມ ລົງແກ້ໄຂ ແລະ ຈັບຕົວມາດໍາເນີນຄະດີ.

ປັດຈຸບັນ, ເຈົ້າໜ້າທີ່ ປກສ ເມືອງຊຳເໜືອ ໄດ້ສົ່ງສຳນວນຄະດີ ແລະ ຫຼັກຖານໃຫ້ ພະແນກສະກັກກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫົວພັນ ເພື່ອດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.