ເຈົ້າໜ້າທີ່ທະຫານແຂວງສະຫວັນນະເຂດ ແລະ ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບຢາເສບຕິດປະເພດຢາບ້າ ຈໍານວນ 457 ມັດ ເທົ່າກັບ 914.000 ເມັດ ໃນວັນທີ 25 ພຶດສະພາ 2022, ກ່າວມອບໂດຍ ພັທ ພັນວິໄລ ລາດສະຍົນ ຮອງກອງບັນຊາການທະຫານແຂວງ ແລະ ກ່າວຮັບ ໂດຍ ພັທ ວົງຄຳ ອິນທະບານ ຮອງກອງບັນຊາການ ປກສ ແຂວງ, ມີຄະນະຫ້ອງ ປກຊ-ປກສແຂວງ, ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ, ເຈົ້າໜ້າທີ່ທະຫານຊາຍແດນ ກອງຮ້ອຍ 326 ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພັທ ວົງຄຳ ອິນທະບານ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໃຫ້ຮູ້ວ່າ: ຢາເສບຕິດປະເພດຢາບ້າ ຈໍານວນ 457 ມັດ ເທົ່າກັບ 914.000 ເມັດ ແມ່ນເຈົ້າໜ້າທີ່ທະຫານຊາຍແດນກອງຮ້ອຍ 326 ຢຶດໄດ້ໃນເວລາປະມານ 18:00 ໂມງ ຂອງວັນທີ 24 ພຶດສະພາ 2022 ໃນຂະນະທີ່ກໍາລັງປະຕິບັດໜ້າທີ່ອອກກວດກາລາດຕະເວນຕາມຊາຍແດນລຽບແມ່ນໍ້າຂອງຢູ່ຂອບເຂດບ້ານທ່າອຸດົມ ແລະ ຈຸດກົງພະນັງ ບ້ານໜອງບົວທ່າ ເມືອງສອງຄອນ ແຂວງສະຫວັນນະເຂດ ໄດ້ພົບເຫັນເຮືອຫາງຍາວກຳລັງແລ່ນອອກຈາກຈຸດທຳດອນເຕົ່າ, ເຊິ່ງມຸ່ງໜ້າແລ່ນມາທາງດອນຂີ້ເຫ່ຍເທິງປາກຫ້ວຍກົງພະນັງ, ເຈົ້າໜ້າທີ່ທະຫານຊາຍແດນກອງ ຮ້ອຍ 326 ຈຶ່ງໄດ້ສະແດງຕົວເຂົ້າໄປຫາເຮືອເປົ້າໝາຍທີ່ສົງໄສ ແຕ່ເຮືອເປົ້າໝາຍດັ່ງກ່າວໄດ້ແລ່ນປົບໜີໄປທາງຝັງປະເທດໄທ. ຈາກນັ້ນ, ເຈົ້າໜ້າທີ່ທະຫານຊາຍແດນ ຈຶ່ງນຳກຳລັງເຂົ້າກວດຄົ້ນຈຸດດອນຂີ່ເຫ່ຍເທິງປາກຫ້ວຍກົງພະນັງ ພົບເຫັນກະສອບ ຈຳນວນ 5 ສອບຊຸກເຊື່ອງໄວ້ໃນຂອບເຂດດັ່ງກ່າວ.

ຜ່ານການກວດກາກະສອບແມ່ນໄດ້ພົບເຫັນຂອງກາງຢາເສບຕິດປະເພດຢາບ້າຈຳນວນ 457 ມັດ ເທົ່າກັບ 914.000 ເມັດ ຈຶ່ງໄດ້ນຳໄປມອບໃຫ້ເຈົ້າໜ້າ ທີ່ວິຊາສະເພາະພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດກອງບັນຊາການ ປກສ ແຂວງ ສືບຕໍ່ດຳເນີນຕາມລະບຽບກົດໝາຍ. ສ່ວນຢາເສບຕິດຈໍານວນ 457 ມັດນັ້ນ, ປັດຈຸບັນແມ່ນເກັບຮັກສາໄວ້ຢູ່ສາງກອງບັນຊາການ ປກສ ແຂວງ ເພື່ອເອົາໄປທໍາລາຍຖິ້ມ. ສ່ວນເຈົ້າຂອງຢາບ້າດັ່ງກ່າວທີ່ເອົາຕົວຫຼົບໜີ ເຈົ້າໜ້າທີ່ກໍາລັງດໍາເນີນການຊອກຄົ້ນຕິດຕາມຕົວມາສອບສວນໃຫ້ໄດ້ໂດຍໄວ.