ໃນວັນທີ 27 ພຶດສະພາ 202, ທີ່ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ຈັດພິທີມອບ-ຮັບພາຫະນະ ແລະ ເຄື່ອງອາໄຫຼ່ ຊຸດທີ III ການຊ່ວຍ ເຫຼືອຈາກລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການພັດທະນາເສດຖະກິດ ແລະ ສັງຄົມ ( ຂະແໜງປ້ອງກັນຄວາມສະຫງົບ ), ຕາງໜ້າກ່າວມອບໂດຍ ທ່ານ ໂກບາຢາຊິ ເຄັນອີຈິ ເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ກ່າວຮັບໂດຍ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ, ມີຄະນະນຳກະຊວງ, ກົມໃຫຍ່, ຫ້ອງວ່າການ ແລະ ພະນັກງານ ເຂົ້າຮ່ວມ.

ພັອ ກີ້ ຈັນທະວົງສາ ຫົວໜ້າກົມພົວພັນຕ່າງປະເທດ ຫ້ອງວ່າການກະຊວງ ປກສ ກ່າວວ່າ: ພິທີມອບ-ຮັບພາຫະນະ ແລະ ເຄື່ອງອາໄຫຼ່ ຊຸດທີ III ພາຍ ໃຕ້ ໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ເພື່ອພັດທະນາເສດຖະກິດ ແລະ ສັງຄົມ ( ຂະແໜງປ້ອງກັນຄວາມສະຫງົບ ), ເຊິ່ງໂຄງການດັ່ງກ່າວມີມູນຄ່າທັງໝົດ ຈຳນວນ 200 ລ້ານເຢັນ ຫຼື ປະມານ 1.570.000 ໂດລາ. ໄດ້ລິເລີ່ມມາແຕ່ກາງ ປີ 2018 ແລະ ມາຮອດວັນທີ 20 ມີນາ 2019, ສອງຝ່າຍໄດ້ເຊັນບົດບັນທຶກການຮ່ວມມືນໍາກັນ; ໃນນັ້ນ, ຕາງໜ້າລັດຖະບານ ສປປ ລາວ ແມ່ນກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ແມ່ນສະຖານເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ໂຄງການຊ່ວຍເຫຼືອດັ່ງກ່າວແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ, ໂດຍອີງໃສ່ລະບຽບການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ອົງການຈັດຕັ້ງປະຕິບັດການຊ່ວຍເຫຼືອຂອງຍີ່ປຸ່ນ (JICS) ໄດ້ຮັບມອບ ໝາຍໃຫ້ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໂດຍໄດ້ແບ່ງການຈັດຊື້ອອກເປັນ 3 ງວດ. ງວດທີ 1, ມີລົດກະບະ ຈຳນວນ 30 ຄັນ ໂດຍແມ່ນບໍລິສັດ ນິສັນ ຊະນະການປະມູນ; ງວດທີ 2 ແມ່ນອຸປະກອນຮັບໃຊ້ວຽກງານວິຊາສະເພາະ ແລະ ງວດທີ 3 ແມ່ນພາຫະນະປະເພດລົດຈິບຮັບໃຊ້ວິຊາສະເພາະຈໍານວນ 16 ຄັນ (SUV), ປັດຈຸ ບັນການຈັດຊື້ຮອບ 3 ສໍາເລັດແລ້ວ ແລະ ບໍລິສັດທີ່ຊະນະການປະມູນແມ່ນ ບໍລິສັດ ອີຊູຊຸປະເທດໄທ, ການຈັດຊື້ຮອບ ທີ III ເຊິ່ງປະກອບມີ: ລົດຈິບອີຊູຊຸ ມູ ເອັກ ຈໍານວນ 16 ຄັນ ແລະ ເຄື່ອງອາໄຫຼ່ ຈຳນວນ 22 ລາຍການ.

ພົອ ວິໄລ ຫຼ້າຄໍາຟອງ ກ່າວວ່າ: ສປປ ລາວ-ຍີ່ປຸ່ນ ແມ່ນມີສາຍພົວພັນ ແລະ ການຮ່ວມມືອັນດີທີ່ມີມູນເຊື້ອມາແຕ່ດົນນານ, ມີສາຍພົວພັນການທູດນຳ ກັນມາຫຼາຍກ່ວາ 65 ປີ, ການນໍາຂັ້ນສູງ ຂອງສອງລັດຖະບານ ໄດ້ມີການແລກ ປ່ຽນ, ການຢ້ຽມຢາມເຊິ່ງກັນແລະກັນ ເປັນປະຈໍາ, ໂຄງການຊ່ວຍເຫຼືອດ້ານເຕັກ ນິກ-ວິຊາການ, ຝຶກອົບຮົມໄລຍະສັ້ນ, ໄລຍະຍາວ, ໂຄງການຊ່ວຍເຫຼືອຂັ້ນພື້ນ ຖານ, ໂຄງການຊ່ວຍເຫຼືອຜ່ານອົງການ ຈັດຕັ້ງສາກົນ, ໂຄງການກໍ່ສ້າງດ້ວຍທຶນຊ່ວຍເຫຼືອລ້າ ແລະ ທຶນກູ້ຢືມດອກເບ້ຍ ຜ່ອນຜັນໃຫ້ແກ່ ສປປ ລາວ ເປັນຈຳນວນ ຫຼາຍທັງຢູ່ສູນກາງ ແລະ ທ້ອງ ຖິ່ນ. ພ້ອມນັ້ນ, ຍີ່ປຸ່ນ ຍັງຈະໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຫຼາຍດ້ານຕື່ມອີກ ໂດຍສະເພາະແມ່ນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນໃນປີ 2024.

ສໍາລັບການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ ກໍໄດ້ຮັບການພັດທະນາດີຂຶ້ນ ໂດຍສະເພາະແມ່ນການແລກປ່ຽນຂໍ້ມູນຂ່າວສານດ້ານອາຊະຍາກໍາ ແລະ ການກໍ່ການຮ້າຍຜ່ານກົນໄກອາຊຽນ; ໃຫ້ການຝຶກອົບຮົມເພື່ອສ້າງຄວາມເຂັ້ງແຂງ ແລະ ຄວາມອາດສາມາດໃຫ້ກໍາລັງ ປກສ ລາວ ທັງພາຍໃນ ແລະ ຕ່າງປະເທດ, ການຊ່ວຍເຫຼືອຂະຫຍາຍລະບົບສື່ສານຂອງອົງການຕໍາຫຼວດສາກົນ ໄປສູ່ດ່ານສາກົນຈຳນວນໜຶ່ງຂອງ ສປປ ລາວ ແລະ ທາງດ້ານວັດຖຸອຸປະກອນອື່ນໆທີ່ນຳໃຊ້ເຂົ້າໃນວຽກງານວິຊາສະເພາະ ເພື່ອໃຫ້ທຽບເທົ່າກັບສາກົນ; ໃນນັ້ນ, ພິເສດແມ່ນການຊ່ວຍເຫຼືອທີ່ເປັນມູນຄ່າ 200 ລ້ານເຢັນ ໃຫ້ກະຊວງປ້ອງກັນຄວາມສະຫງົບ, ເຊິ່ງການຊ່ວຍເຫຼືອດັ່ງ ກ່າວໄດ້ນຳໄປຈັດຊື້ພາຫະນະ ແລະ ອຸປະ ກອນຮັບໃຊ້ວຽກງານວິຊາສະ ເພາະໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ມື້ນີ້ ກໍໄດ້ຮັບການຊ່ວຍເຫຼືອພາຫະນະຈຳນວນ 16 ຄັນ ພ້ອມດ້ວຍເຄື່ອງອາໄຫຼ່ ຈໍານວນ 22 ລາຍການ, ທີ່ເປັນການຊ່ວຍ ເຫຼືອງວດສຸດທ້າຍຂອງໂຄງການ 200 ລ້ານເຢັນທີ່ລັດຖະບານຍີ່ປຸ່ນ ໄດ້ໃຫ້ການ ຊ່ວຍ ເຫຼືອແກ່ກະຊວງປ້ອງກັນຄວາມສະຫງົບຂອງ ສປປ ລາວ. ພ້ອມນີ້, ທ່ານກໍຍັງໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງຍີ່ປຸ່ນຕໍ່ກັບ ສປປ ລາວ ກໍຄືຕໍ່ກະ ຊວງປ້ອງກັນຄວາມສະ ຫງົບຂອງພວກເຮົາ ເຊື່ອໝັ້ນວ່າການຊ່ວຍເຫຼືອໃນຄັ້ງນີ້ຈະເປັນການປະກອບສ່ວນສໍາຄັນໃນການຊຸກຍູ້, ສົ່ງເສີມການພົວ ພັນຮ່ວມມືລະຫວ່າງສອງປະເທດໃນ ຂົງເຂດປ້ອງກັນຄວາມສະຫງົບ ໃຫ້ມີປະສິດທິຜົນໃນຕໍ່ໜ້າ./