ພິທີປູກຕົ້ນໄມ້ ແຫ່ງຊາດ ວັນທີ 1 ມິຖຸນາ ປີ 2022 ຂອງການນໍາກະຊວງ ປກສ ໄດ້ຈັດຂຶ້ນຢູ່ທີ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ( ຫຼັງໃໝ່ ) ກົມໃຫຍ່ຕໍາຫຼວດ, ທີ່ບ້ານດົງໝາກຄາຍ ເມືອງໄຊທານີ ໂດຍການເຂົ້າຮ່ວມຂອງ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ, ມີບັນດາຄະນະປະຈໍາພັກ, ຄະນະພັກ-ຄະນະນໍາ, ບັນດາກົມກອງອອ້ມຂ້າງກະຊວງ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້້ນ.

ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕໍາຫຼວດ ກ່າວວ່າ: ກະຊວງ ປກສ ໄດ້ສ້າງຂະບວນຂໍ່ານັບຮັບຕ້ອນວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ ແລະ ວັນເດັກນ້ອຍສາກົນຄົບຮອບ 98 ປີ ທີ່ໝູນວຽນມາເຖິງໃນປີ 2022 ໃຫ້ມີບັນຍາການຟົດຟື້ນ; ດັ່ງທີ່ຮູ້ແລ້ວວ່າປະເທດລາວເຮົາມິີຄວາມອຸດົມສົມບູນໄປດ້ວຍປ່າໄມ້, ຊັບພະຍາກອນປ່າໄມ້ ແລະ ສັດນໍ້າ-ສັດປ່າ ຊີວະນາໆພັນຫຼາກຫຼາຍຊະນິດ ເຊິ່ງເຮັດໃຫ້ສະພາບແວດລ້ອມພູມມີປະເທດປົກຫຸ້ມໄປດ້ວຍທໍາມະຊາດອັນຂຽວສົດງົດງາມ ແລະ ໄດ້ກາຍເປັນມໍລະດົກອັນລໍ່າຄ່າທາງທໍາມະຊາດ; ທັງເປັນອົງປະກອບທີ່ສໍາຄັນໃນໂຄງປະກອບເສດຖະກິດແຫ່ງຊາດ ແລະ ຮັບປະກັນໃຫ້ແກ່ການສົມດູນສະໜອງສະພາບແວດລ້ອມໃນການດໍາລົງຊີວິດຢ່າງໜັ້ນຄົງຂອງປະເທດເຮົາຕະຫຼອດໄປ.

ບັນດາຕົ້ນໄມ້ ທີ່ນໍາມາປູກໃນຄັ້ງນີ້ ປະກອບມີຕົ້ນໄມ້ອຸດສະຫະກໍາ ແລະ ຕົ້ນໄມ້ປະດັບ ລວມທັງໝົດ 150 ຕົ້ນ, ນອກນັ້ນ ກໍຍັງມີບັນດາກົມກອງອ້ອມຂ້າງກະຊວງ ແລະ ບັນດາ ປກສ ແຂວງ ກໍໄດ້ຈັດກິດຈະກໍາປູກຕົ້ນໄມ້ ເປັນຈໍານວນຫຼາຍເຮັກຕາ ຢ່າງເປັນຂະບວນການຟົດຟື້ນ; ກະຊວງປກສ ໄດ້ຖືເອົາໂອກາດດັ່ງກ່າວຮຽກຮ້ອງມາຍັງບັນດາທ່ານ ບັນດາສະຫາຍ, ນາຍ ແລະ ພົນຕໍາຫຼວດທຸກຄົນຈົ່ງເຊີດຊູສະຕິຮັກທໍາມະຊາດ, ສິ່ງແວດ ລ້ອມ ພ້ອມກັນປູກຈິດສໍານຶກເພື່ອສົ່ງເສີມການປູກໄມ້ໃຫ້ເປັນປ່າ ແລະ ບົວລະບັດປົກປັກຮັກສາ ຄຸ້ມຄອງໄມ້ອັນເປັນມໍລະດົກລໍ່າຄ່າຂອງຊາດໃຫ້ມີຄວາມສວຍສົດງົດງາມ ແລະ ຢືນຍົງຄົງຕົວຢ່າງຍາວນານບໍ່ມີວັນບົກແຫ້ງ ຄຽງຄູ່ກັບຊາດລາວ ຄົນລາວຕະຫຼອດໄປ.