ວັນທີ 1 ມີຖຸນາ 2022, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງວຽງພູຄາ ແຂວງຫຼວງນໍ້າທາ ຈັດກິດຈະກຳ ປູກຕົ້ນໄມ້ ຢູ່ໂຮງຮຽນມໍຕົ້ນຊົນເຜົ່າເມືອງ ເພື່ອສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 97 ປີ ເຂົ້າຮ່ວມໂດຍມີ ທ່ານຕຽງສະໝອນ ພອນປະເສີດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວຽງພູຄາ,  ມີບັນດາກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ ຫົວ ໜ້າ-ຮອງຫົວໜ້າຫ້ອງການ ພ້ອມດ້ວຍພະນັກງານ, ລັດຖະກອນ , ຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ທ່ານ ນາງ ແສງທອງ ຊຽນປັນຍາ ກຳມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງໄດ້ຜ່ານປະຫວັດຄວາມເປັນມາຂອງການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ຜ່ານບົດປາໄສວັນປູກຕົ້ນໄມ້ແຫ່ງຊາດ ໂດຍໃນປີນີ້ມີການປູກຕົ້ນໄມ້ກິນໝາກ ຈໍານວນ 6.900 ຕົ້ນ, ຕົ້ນໄມ້ອຸດສາຫະກໍາ  7.200 ຕົ້ນ ແລະ ຕົ້ນໄມ້ປະດັບ 800 ຕົ້ນ; ເຊິ່ງໃນປີ 2022, ບັນດາພໍ່ແມ່ປະຊາຊົນຍັງໄດ້ປູກຢ່າງພາລາຈຳ ນວນ 11.200 ຕົ້ນ ມີເນື້ອທີ 25 ເຮັກຕາຕື່ມອີກ.   

ໂອກາດດັ່ງກ່າວ, ທ່ານ ຕຽງສະໝອນ ພອນປະເສີດ ກຳກ່າວວ່າ: ການຈັດກິດຈະກໍາປູກຕົ້ນໄມ້, ເພື່ອສະສະເຫຼີມຫຼອງສອງວັນດັ່ງກ່າວ, ພາຍໃຕ້ຄຳຂວັນ “ການປູກຕົ້ນໄມ້ວັນນີ້ ເພື່ອອະນາຄົດລູກຫຼານພວກເຮົາໃນຕໍ່ໜ້າ” ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໃນການເພີ່ມເນື້ອທີ່ປົກຫຸ້ມສີຂຽວໃນທົ່ວປະເທດ  ທັງເປັນການປູກຈິດສໍານຶກໃຫ້ນ້ອງນ້ອຍເຍົາວະຊົນ ຮຸ່ນສືບທອດ ກໍຄື ສະມາຊິກພັກ-ພະນັກງານ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າ ໃນການຟື້ນຟູ ແລະ ປົກປັກຮັກສາສະພາບແວດລ້ອມທາງທຳມະຊາດໃຫ້ມີຄວາມຂຽວສົດງົດງາມ, ຊຸ່ມຊື່ນ, ອຸດົມສົມບູນ, ທັງເປັນການຊ່ວຍຕ້ານ ແລະ ຫຼຸດຜ່ອນຜົນກະທົບ ທີ່ເກີດຈາກໄພພິບັດທຳ ມະຊາດ.

ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ສະມາຊິກພັກ-ພະ ນັກງານ, ນ້ອງນ້ອຍເຍົາວະຊົນ ແລະ ພໍ່ແມ່ປະຊາຊົນ ຈົ່ງສືບຕໍ່ປຸ້ຮັດແໜ້ນຄວາມສາມັກຄີເປັນປຶກແຜ່ນ, ເສີມຂະຫຍາຍທ່າແຮງທາງດ້ານພູມີປະເທດ ພ້ອມກັນພັດທະນາຂະແໜງການຕ່າງໆ ໃຫ້ມີຄວາມຍືນຍົງ, ເປັນມິດກັບສະພາບແວດ ລ້ອມ ແລະ ສູ້ຊົນປູກຕົ້ນໄມ້ເພື່ອເຮັດໃຫ້ເນື້ອທີ່ປ່າໄມ້ໃນລາວ ກວມຫຼາຍກວ່າ 70% ຂອງເນື້ອທີ່ປ່າໄມ້ໃນທົ່ວປະເທດ. ໂດຍສະເພາະຢູ່ເມືອງວຽງພູຄາ. ຈາກນັ້ນ, ການນໍາຂອງເມືອງ, ພະນັກງານລັດຖະກອນ ແລະ ນ້ອງນັກຮຽນໄດ້ພ້ອມກັນປູກຕົ້ນໄມ້ຢ່າງເປັນຂະບວນການຟົດຟື້ນ.