ໃນວັນທີ 25 ພຶດສະພາ ຜ່ານມາ, ກອງຕໍາຫຼວດຈະລາຈອນ ປກສ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ແຈ້ງເຊີນໃຫ້ບັນດານັກຂັບຂີ່ ແລະ ພໍ່-ແມ່ຜູ້ປົກ ມາເຮັດບົດບັນທຶກສຶກສາອົບຮົມ ແລະ ກ່າວເຕືອນຕໍ່ຜູ້ລະເມີດກົດລະບຽບຈະລາຈອນ ໃນຕົວເມືອງປາກລາຍ, ເປັນກຽດເຂົ້າຮ່ວມໂດຍ ພັທ ພູໄຊ ເມກຕະກຸນ ຮອງຫົວໜ້າກອງບັນຊາການ ປກສ ເມືອງປາກລາຍ ຊີ້ນຳວຽກງານພະແນກຕຳຫຼວດຈະລາຈອນ, ມີພະນັກງານວິຊາການຕຳຫຼວດຈະລາຈອນ, ກຸ່ມບ້ານສຸວັນນະພູມ ປກສ ເມືອງປາກລາຍ, ຜູ້ປົກຄອງ ແລະ ຜູ້ຂີ່ທີ່ລະເມີດກົດລະບຽບຈະລາຈອນ ເຂົ້າຮ່ວມ.

ຮທ ໂຈ້ ສີວິໄລ ຮອງຫົວໜ້າກອງຈະລາຈອນ ປກສ ເມືອງປາກລາຍ ໄດ້ຂຶ້ນຜ່ານຜົນຂອງການຈັດຕັ້ງປະຕິບັດລົງເກັບກຳຕິດຕາມກວດກາຕົວຈິງຂອງ ເຈົ້າໜ້າທີ່ກອງຕຳຫຼວດຈະລາຈອນ ປກສ ເມືອງປາກລາຍ ໄດ້ແຈ້ງໃຫ້ຮູ້ວ່າ:

ອີງຕາມຂໍ້ຕົກລົງຂອງ ກອງບັນຊາການ ປກສ ເມືອງປາກລາຍ ເລກທີ 419/ ປກສ.ມປລ ລົງວັນທີ 30 ເມສາ 2022 ແລະ ອີງຕາມແຜນວຽກປະຈຳອາທິດ, ອີງຕາມການລົງກວດກາຕົວຈິງ ໃນວັນທີ 30 ເມສາ 2022 ທີ່ຜ່ານມານີ້ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ໄດ້ສົມທົບ ປກສ ກຸ່ມບ້ານ, ປກສ-ປກຊ ບ້ານ ໃນເຂດບ້ານສຸວັນນະພູມ ເມືອງປາກລາຍ ແຂວງໄຊຍະບູລີ ກວດກາພົບເຫັນນັກຂັບຂີ່ບໍ່ເຖິງກະສຽນອາຍຸ ແລ່ນລົດໄວ, ໃຊ້ສຽງເນືອງນັນ, ດັດແປງສະພາບເຕັກນິກລົດ (ດັດແປງທໍ່ອາຍເສຍ), ຢາງນ້ອຍບໍ່ໄດ້ມາດຖານ, ບໍ່ມີເອກະສານລົດ, ບໍ່ມີໃບອານຸຍາດຂັບຂີ່ ແລະ ຂັບຂີ່ລົດໄວເປັນກຸ່ມແກ້ງ, ກວດກາພົບເຫັນມີຜູ້ລະເມີດທັງໝົດຈຳນວນ 15 ຄົນ, ມີຈຳນວນ 15 ຄັນ, ຈຶ່ງກັກໄວ້ຊົ່ວຄາວ ແລະ ຂຽນໃບສັ່ງຕາມການກະທຳຜິດຂອງນັກຂັບຂີ່ ເພື່ອແກ້ໄຂຕາມລະບຽບຫຼັກການ.

ລົດຈຳນວນດັ່ງກ່າວ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ເມືອງປາກລາຍ ໄດ້ເຮັດບົດບັນທຶກແກ້ໄຂຄະດີກ່າວເຕືອນ ຕາມຮູບການຂອງຜູ້ຂັບຂີ່ກະທຳຜິດ ພ້ອມດ້ວຍກັບພໍ່ແມ່ຜູ້ປົກຄອງ ພ້ອມທັງໃຫ້ເຈົ້າຂອງລົດເອົາອຸປະກອນເດີມຂອງລົດມາປ່ຽນໃນສະພາບເດີມ ແລະ ປັບໃໝຕາມລະບຽບຫຼັກການ ດຳລັດເລກທີ 188/ນຍ ຈຶ່ງປ່ອຍອອກໄປໄດ້.

ໃນຕອນທ້າຍ ຍັງໄດ້ຮັບການໂອ້ລົມຂອງ ພັທ ພູໄຊ ເມກຕະກຸນ ໄດ້ເປັນຫ່ວງເປັນໃຍຕໍ່ ພໍ່-ແມ່ຜູ້ປົກຄອງ ແລະ ລູກຫຼານຂອງຕົນເອງ ທີ່ຈະຕ້ອງພ້ອມກັນເອົາໃຈໃສ່ໃນການຂັບຂີ່, ເປັນເຈົ້າການຮັກສາຄວາມບໍ່ສະຫງົບໃນສັງຄົມ ເປັນຕົ້ນແມ່ນດື່ມສິ່ງມືນເມົາແລ້ວຂັບຂີ່ລົດໄວ, ໃຊ້ສຽງດັງກາຍໂມງໃນຍາມກາງຄືນທີ່ໄດ້ກຳນົດ, ຂັບຂີ່ລົດເປັນກຸ່ມແກ້ງ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ເພື່ອເຫຼີກລ່ຽງປາສະຈາກບໍ່ໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນຫຼວງ; ທັງນີ້, ກໍເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮູ້ການກະທຳຜິດຂອງຕົນ, ຮູ້ກິນແໜງແຄງໃຈຕໍ່ການກະທຳຜິດຂອງຕົນເອງ, ເພື່ອສ້າງໃຫ້ເມືອງປາກລາຍ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫົງບມີລະບຽບວິໄນຢ່າງເຂັມງວດ ທັງເປັນການປ້ອງກັນບໍ່ໃຫ້ເກີດອຸບັດຕິເຫດພາຍໃນເມືອງ.

ອີງໃສ່ຄຳສັ່ງເລກທີ່ 188/ນຍ ວ່າດ້ວຍ ການປັບໃໝ່ຕໍ່ຜູ້ລະເມີດກົດລະບຽບຈະລາຈອນ ແລະ ອີງໃສ່ຄຳສັ່ງແນະນຳເລກທີ 829/ປກສ ຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການສະກັດກັ້ນ ແລະ ແກ້ໄຂກຸ່ມແກ້ງຂັບຂີ່ລົດກວນເມືອງ ແລະ ດັດແປງສະພາບເຕັກນິກລົດ ຫຼື ບໍ່ຕິດປ້າຍ ແລະ ອີງຕາມຂໍ້ຕົກລົງຂອງ ກອງບັນຊາການ ປກສ ເມືອງປາກລາຍ ສະບັບເລກທີ 419/ປກສ.ມປລ ລົງວັນທີ 30 ເມສາ 2022 ວ່າດ້ວຍ ລົງກວດກາຮັກສາຄວາມສະຫງົບ ໃນຂອບເຂດເມືອງປາກລາຍ ແຂວງໄຊຍະບູລີ.