ສະພາແຫ່ງຊາດ ໄດ້ຈັດກິດຈະກໍາສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ( 1 ມິຖຸນາ 2022 ) ໃນວັນທີ 31 ພຶດສະພານີ້, ເປັນປະທານ ແລະ ປູກຕົ້ນໄມ້ໂດຍ ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ມີຄະນະປະຈໍາສະພາແຫ່ງຊາດ, ພະນັກງານ-ລັດ ຖະກອນ, ພໍ່-ແມ່ຜູ້ປົກ ຄອງ ແລະ ນ້ອງນ້ອຍນັກຮຽນ, ຄູ-ອາຈານເຂົ້າຮ່ວມ.

ໃນພິທີຕາງໜ້າອົງການຈັດຕັ້ງມະຫາຊົນ ສະພາແຫ່ງຊາດ ໄດ້ໃຫ້ ຮູ້ວ່າ: ການສະເຫຼີມສະຫຼອງວັນເດັກສາກົນ 1 ມິຖຸນາ ຄັ້ງນີ້ ແມ່ນເປັນການສ້າງໂອ ກາດໃຫ້ພວກເຮົາໄດ້ທົບທວນຄືນການຈັດຕັ້ງປະຕິ ບັດແນວທາງນະໂຍບາຍຂອງພັກ, ນິຕິກຳຂອງລັດ ແລະ ແຜນພັດທະ ນາເສດຖະກິດ-ສັງຄົມ ລວມທັງເປົ້າໝາຍການພັດທະນາແບບຍືນຍົງທີ່ພົວພັນເຖິງວຽກແມ່ ແລະ ເດັກ ກໍຄື ສົນທິສັນຍາສາກົນກ່ຽວກັບເດັກທີ່ ສປປ ລາວ ເປັນພາຄີລວມທັງເປັນການໂຄສະນາເຜີຍແຜ່ຢ່າງກວ້າງຂວາງກ່ຽວກັບແນວທາງນະໂຍບາຍຂອງພັກ ແລະ ລັດເຮົາ.

ເພື່ອເປັນການປູກຈິດສຳນຶກໃຫ້ແກ່ພະນັກງານ -ລັດຖະກອນ, ຜູ້ປົກຄອງເດັກ ແລະ ລູກຫຼານ ຂອງພະນັກງານທົ່ວສະພາແຫ່ງຊາດ ກໍຄືໃນທົ່ວສັງຄົມໄດ້ຮັບຮູ້ ຄວາມໝາຍ ແລະ ຄວາມສຳຄັນວັນຂອງເດັກນ້ອຍສາກົນ ກໍຄື ວັນປູກຕົ້ນໄມ້ແຫ່ງຊາດ; ສະນັ້ນ, ສາມອົງການຈັດຕັ້ງມະຫາຊົນຮ່ວມກັບຄະນະຮັບຜິດຊອບກອງທຶນຊ່ວຍເຫຼືອສັງຄົມສະພາແຫ່ງຊາດ ຈຶ່ງໄດ້ຈັດພິທີສະເຫຼີມສະຫຼອງວັນດັ່ງກ່າວ; ເຊິ່ງປະກອບມີຫຼາຍກິດຈະກຳຕ່າງໆ ຄື: ພິທີປູກຕົ້ນໄມ້ເປັນທີ່ລະນຶກຂອງຄະນະປະຈຳສະພາແຫ່ງຊາດກັບຫຼານນ້ອຍ, ຈັດໃຫ້ນັກຮຽນມາຢ້ຽມຊົມຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ, ການສະແດງສິລະປະ-ວັນນະຄະດີ, ເດີນແຟຊັ້ນໂຊຂອງເດັກ, ຫຼິ້ນເກມຖາມ-ຕອບຄວາມຮູ້ຮອບຕົວ, ຄວາມຮູ້ດ້ານວິທະຍາສາດ ແລະ ມອບຂອງຂວັນ, ກວດສຸຂະພາບ, ແຈກຢາຍວິຕາມິນ, ເຂົ້າໜົມ ແລະ ອາຫານໃຫ້ແກ່ເດັກ.

ນອກຈາກນີ້, ນັກຮຽນຈາກໂຮງຮຽນສິນໄຊ, ໂຮງຮຽນພອນນະພາ ແລະ ໂຮງຮຽນເຈົ້າອານຸວົງ ຈຳນວນ 200 ຄົນ ຍິງ 129 ຄົນ ໄດ້ເຂົ້າຢ້ຽມຊົມສະພາແຫ່ງຊາດ ຫຼັງໃໝ່ ເພື່ອທັດສະນະສຶກສາຮຽນຮູ້ປະຫວັດຄວາມເປັນມາຂອງສະພາແຫ່ງຊາດ ແລະ ຢ້ຽມຊົມຫ້ອງປະຊຸມສະພາແຫ່ງຊາດທີ່ມີຄວາມສວຍສົດງົດງາມ.