ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມເຊື່ອມຊຶມນິຕິກຳກ່ຽວກັບການກຳນົດຕຳແໜ່ງງານຂອງກຳລັງປ້ອງກັນຄວາມສະຫງົບ ໃຫ້ພະນັກງານນຳພາ-ບັນຊາອ້ອມຂ້າງກົມໃຫຍ່ການເມືອງ ປກສ, ໃນ ວັນທີ 31 ພຶດສະພາ 2022, ເປັນ ປະທານໂດຍ ພັອ ນາງ ວິໄລທອງ ມັງໜໍ່ເມກ ຫົວໜ້າຫ້ອງການເມືອງກົມໃຫຍ່ການເມືອງ ປກສ, ມີບັນດາຫົວໜ້າກົມ, ຮອງກົມ, ພ້ອມດ້ວຍຫົວໜ້າຫ້ອງ-ຮອງຫ້ອງ ແລະ ພະນັກ ງານ-ນຳພາບັນຊາອ້ອມຂ້າງກົມໃຫຍ່ການເມືອງ ເຂົ້າຮ່ວມ.

ເອກະສານທີ່ນຳມາເຊື່ອມຊຶມເຜີຍແຜ່ຄັ້ງນີ້ ປະກອບມີ 4 ເອກະສານ ຄື: ຂໍ້ກຳນົດເລກທີ 1500/ກມປສ, ລົງວັນທີ 3 ພຶດສະພາ 2022 ວ່າດ້ວຍການຍົກຍ້າຍ, ການຢັ້ງຢືນຮັບເອົາ, ການບັນຈຸສັບຊ້ອນນາຍ ແລະ ພົນຕຳຫຼວດ ໃນກຳລັງປ້ອງກັນຄວາມສະຫງົບ; ຄຳສັ່ງ ເລກທີ 01/ປກສ, ລົງວັນ ທີ 18 ມັງກອນ 2022 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງບັນດາກົມກອງ ແລະ ທ້ອງຖິ່ນ ໃນກຳລັງປ້ອງກັນຄວາມສະຫງົບ; ຄຳແນະນຳ ເລກທີ 1225/ກມປສ, ລົງວັນທີ 1 ເມສາ 2022 ວ່າດ້ວຍການຈັດຕັ້ງຜັນຂະຫຍາຍ ຄຳສັ່ງຂອງກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂອງບັນດາກົມ ກອງ ແລະ ທ້ອງຖິ່ນໃນກຳລັງປ້ອງກັນຄວາມສະຫງົບ ແລະ ຂໍ້ຕົກລົງ ສະບັບເລກທີ 677/ປກສ, ລົງ ວັນທີ 25 ເມສາ 2022 ວ່າດ້ວຍການກຳນົດຕຳແໜ່ງງານຂອງບັນດາກົມກອງ ແລະ ທ້ອງຖິ່ນໃນກຳລັງປ້ອງກັນຄວາມສະຫງົບ.

ທັງນີ້ກໍເພື່ອເປັນການກຳນົດຫຼັກການ, ລະບຽບການ, ມາດຕະການ ເພື່ອເປັນບ່ອນອີງໃຫ້ບັນດາກົມກອງ ແລະ ທ້ອງຖີ່ນມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະ ມີປະສິດທິຜົນສູງສອດຄ່ອງກັບສະພາບການຕົວຈິງ.