ເມື່ອບໍ່ດົນມານີ້, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ນໍາຄໍາຖະແຫຼງຂອງ ອົງການໄອຍະການປະຊາຊົນ ສະບັບເລກທີ 28/ອຍກຂ.ອຊ ລົງວັນທີ 12 ເມສາ 2022 ຂຶ້ນມາພິຈາລະນາ ແລະ ຕັດສິນ ໂດຍມີຈໍາເລີຍຊື່ ນາງ ປາ ອາຍຸ 43 ປີ ຢູ່ບ້ານຫ້ວຍລຽງ ເມືອງງາ ແຂວງອຸດົມໄຊ ຖືກກັກຕົວໃນວັນທີ 10 ກັນຍາ 2021 ໃນຂ້ໍຫາການຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ຈຳນວນ 250 ເມັດ ນ້ຳໜັກ 19,4 ກຼາມ.

ຜ່ານການໄຕ່ຕອງກ່ຽວກັບຂໍ້ມູນຫຼັກຖານຢ່າງລະອຽດພາວະວິໄສແລ້ວ ເຫັນວ່າມີຄວາມຜິດຕາມຂໍ້ກ່າວຫາແທ້. ດັ່ງນັ້ນ, ຄະນະອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ຈຶ່ງພິຈາລະນາລົງໂທດຕັດອິດສາລະພາບ ນາງ ປາ (ຈຳເລີຍ 1) ຈໍາຄຸກ 5 ປີ ແລະ ປັບໃໝ 10.000.000 ກີບ, ຮີບຂອງກາງຢາບ້າມາທໍາລາຍຖິ້ມ ແລະ ຮິບເງິນຈໍານວນ 50.000 ກີບ ຂອງຈໍາເລີຍມາເປັນຂອງລັດ.

ທ້າວ ອາຈາ (ຈໍາເລີຍ 2) ອາຍຸ 41 ປີ ຢູ່ບ້ານອາໂນ ເມືອງຫຼາ ແຂວງອຸດົມໄຊ ຖືກກັກຕົວໃນວັນທີ 16 ກັນຍາ2021 ໃນຂ້ໍຫາການຄ້າ-ຂາຍເຮໂຣອິນ, ມີເຮໂຣອິນໄວ້ໃນຄອບຄອງ ແລະ ຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ, ເຊິ່ງຜ່ານການສືບສວນ-ສອບສວນ ຈໍາເລີຍຮັບສາລະພາບວ່າ:

ໃນເດືອນກັນຍາ 2021, ໄດ້ມີຜູ້ຊາຍຄົນໜຶ່ງບໍ່ຮູ້ຊື່ ແລະ ທີ່ຢູ່ ມາຂາຍເຮໂຣອິນໃຫ້ຕົນຢູ່ເຮືອນຈຳນວນ 1 ກ້ອນ ແລະ ຢາບ້າຈໍານວນ 11 ຖົງ ມີ 2.252 ເມັດ, ຈຸດປະສົງຊື້ໄວ້ເສບ ແລະ ຂາຍເອົາກຳໄລ, ສ່ວນເຮໂຣອິນຕົນໄດ້ແບ່ງອອກເປັນ 47 ກ້ອນນ້ອຍ ເພື່ອເອົາໄວ້ຂາຍ; ຈາກນັ້ນ, ຕົນໄດ້ຂາຍຢາບ້າໃຫ້ພາກສ່ວນເສບ (ບໍ່ຮູ້ຊື່ ແລະ ທີ່ຢູ່) ຈໍານວນ 14 ເມັດ ແລະ ເສບເອງຈຳນວນ 36 ເມັດ, ຍັງເຫຼືອຢາບ້າຈຳນວນ 2.202 ເມັດ, ສ່ວນ ເຮໂຣອິນ ແມ່ນຍັງບໍ່ທັນໄດ້ຂາຍເທື່ອ ຈຶ່ງຖືກເຈົ້າໜ້າທີ່ກວດກາພົບເຫັນ ແລະ ກັກຕົວພ້ອມເຄື່ອງຂອງກາງມາດໍາເນີນຄະດີ.

ນອກຈາກນີ້, ໄລຍະຜ່ານມາ ຕົນຍັງເຄີຍໄດ້ຊື້ຢາບ້ານຳພາກສ່ວນເສບບໍ່ຮູ້ຊື່ ແລະ ທີ່ຢູ່ ມາເສບຫຼາຍຄັ້ງ ທີ່ມາຂາຍໃຫ້ຢູ່ເຮືອນ, ຊື້ຄັ້ງລະ 10-20 ເມັດ ເພາະຕົນຕິດເສບມາແຕ່ປີ 2016; ດ້ວຍເຫດນີ້, ພາຍຫຼັງທີ່ຄະນະສານອາຍາ ໄດ້ຄົ້ນຄວ້າສໍານວນຄະດີຢ່າງລະອຽດຖີ່ຖ້ວນແລ້ວ ຈຶ່ງເຫັນຄວນຄັດສິນລົງໂທດຕັດອິດສາລະພາບ ທ້າວ ອາຈາ (ຈໍາເລີຍ) ຈໍາຄຸກ 20 ປີ ແລະ ປັບໃໝ 150.000.000 ກີບ ແລະ ຮິບເງິນຈໍານວນ 70.000 ກີບ ເຂົ້າເປັນຂອງລັດ.

ທ້າວ ໂຕ໋ (ຈໍາເລີຍ 3) ອາຍຸ 30 ປີ ຢູ່ບ້ານນາງົວ ເມືອງແບງ ແຂວງອຸດົມໄຊ, ຖືກກັກຕົວວັນທີ 25 ສິງຫາ 2021 ໃນຂໍ້ຫາເຄື່ອນໄຫວຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງຈຳນວນ 40 ເມັດ, ໂດຍສານໄດ້ພິຈາລະນາລົງໂທດຕັດອິດສະລະພາບຈໍາຄຸກ 5 ປີ, ປັບໃໝ 10.000.000 ກີບ ແລະ ຮິບຢາບ້າຈໍານວນດັ່ງກ່າວມາທໍາລາຍຖິ້ມ, ຮິບລົດຈັກຮອນດ້າເວັບຮ້ອຍ ສີປອນ-ດໍາ ເຂົ້າເປັນຂອງລັດ.

ສ່ວນ ທ້າວ ອາຊາງ (ຈໍາເລີຍ 4) ອາຍຸ 60 ປີ ຢູ່ບ້ານແສນຫຼວງ ເມືອງຫຼາ ແຂວງອຸດົມໄຊ, ຖືກກັກຕົວໃນວັນທີ 14 ກັນຍາ 2021 ໃນຂໍ້ຫາຄ້າ-ຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງຈໍານວນ 3 ຖົງ ມີ 599 ເມັດ, ຖືກຄະນະສານອາຍາພິຈາລະນາລົງໂທດຕັດອິດສະລະພາບຈໍາຄຸກ 3 ປີ ແລະ ປັບໃໝ 10.000.000 ກີບ.