ໃນວັນທີ 24 ພຶດສະພາ 2022, ຢູ່ທີ່ຄ້າຍຄຸມຂັງສູນວັງລົມ ປກສ ແຂວງຫົວພັນ ໄດ້ຈັດພິທີປະກາດປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ, ໂດຍການເປັນປະທານຂອງ ທ່ານ ນາງ ພອນວັນ ທອງສະຫວັດ ຜູ້ພິພາກສາ ສານປະຊາຊົນ ແຂວງຫົວພັນ, ມີຜູ້ຕາງໜ້າອົງການໄອຍາການປະຊາຊົນແຂວງ, ຜູ້ຕາງໜ້າສານປະຊາຊົນ ຕະຫຼອດຮອດນັກໂທດທີ່ໄດ້ຮັບການອະໄພຍະໂທດ ເຂົ້າຮ່ວມ.

ທ່ານ ນາງ ພອນວັນ ທອງສະຫັວດ ຜູ້ພິພາກສາ ສານປະຊາຊົນ ແຂວງຫົວພັນ ໄດ້ຜ່ານຄຳຕັດສິນປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ ສະບັບເລກທີ 002/ ປຕກ ລົງວັນທີ 24 ພຶດສະພາ 2022. ໃນນີ້, ອະນຸມັດປ່ອຍຕົວນັກໂທດກ່ອນກຳນົດຈຳນວນ 19 ຄົນ ຍິງ 3 ຄົນ; ເຊິ່ງນັກໂທດຈຳນວນດັ່ງກ່າວ ຕະຫຼອດໄລຍະທີ່ຜ່ານມາ ໃນການປະຕິບັດໂທດແມ່ນມີການປະພຶດຕົນເອງດີ, ມີຄວາມກ້າວໜ້າ ແລະ ໄດ້ຮັບການເປັນບຸກຄົນທີ່ດີໃນການດັດສ້າງຕະຫຼອດມາ.

ສະນັ້ນ, ຈຶ່ງໄດ້ຮັບການປ່ອຍຕົວກ່ອນກຳນົດໂດຍມີເງື່ອນໄຂ ຕາມຄຳຖະແຫຼງຂອງຫົວໜ້າອົງການໄອຍາການປະຊາຊົນ ແຂວງຫົວພັນ ວ່າດ້ວຍ ການປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ ສະບັບເລກທີ່ 02/ອກຍຫພ ລົງວັນທີ 9 ພຶດສະພາ 2022.