ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງໄຊສົມບູນ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານວິຊາສະເພາະ ປະຈຳປີ 2021 ແລະ ວາງທິດ ທາງແຜນການ ປະຈໍາປີ 2022 ໃນທ້າຍອາທິດຜ່ານມາ, ເປັນປະທານໂດຍ ພັທ ທອງດຳ ໄຊບຸນມີ ຫົວໜ້າຫ້ອງຕຳຫຼວດ, ເຂົ້າຮ່ວມມີ ພົຈວ ບົວພັນ ອິນທະປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ, ມີຄະນະພັກ-ຄະນະກອງບັນຊາການ, ບັນດາຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ, ປກສ ເມືອງ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ກອງປະຊຸມ, ພັທ ທອງດຳ ໄຊ ບຸນມີ ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານວິຊາສະເພາະໃນໄລຍະ 1 ປີຜແຂວງມີຄະດີເກີດຂຶ້ນທັງໝົດ 311 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 163 ຄົນ ຍິງ 14 ຄົນ, ສະຫຼຸບສົ່ງໄອຍະ ການ 48 ເລື່ອງ, ແກ້ໄຂແລ້ວ 187 ເລື່ອງ, ໂຈະ 2 ເລື່ອງ, ກຳລັງດຳເນີນ 63 ເລື່ອງ ໃນນັ້ນ, ຄະດີອາຍາ 84 ເລື່ອງ, ຄະດີຢາເສບຕິດ 61 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 73 ຄົນ ຍິງ 12 ຄົນ, ສາມາດຢຶດຂອງກາງຢາ ເສບຕິດ ( ປະເພດຢາບ້າ ) 128. 870 ເມັດ, ຝິ່ນ 170 ກຼາມ, ເຮໂຣ ອິນ 2 ຫຼອດນ້ອຍ ກັບ 2 ແຕັບ, ຄະດີອຸບັດຕິເຫດ 155 ຄັ້ງ, ມີຜູ້ ຮັບບາດເຈັບທັງໝົດ 2.213 ຄົນ ຍິງ 34 ຄົນ, ເສຍຊີວິດ 38 ຄົນ ຍິງ 5 ຄົນ, ພາຫະນະເປ່ເພ 213 ຄັນ, ແກ້ໄຂຄຳຮ້ອງຟ້ອງ 3 ເລື່ອງ, ກຳລັງດຳເນີນ 8 ເລື່ອງ, ສະກັດກັ້ນ ແລະ ແກ້ໄຂບັນດາປະກົດການ ຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນດ້ວຍຄວາມຍຸຕິທຳ, ວ່ອງໄວ ແລະ ຖືກຕ້ອງ ຕາມລະບຽບກົດໝາຍ; ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ເກັບກຳຂໍ້ມູນບັນດາກຸ່ມເປົ້າ ໝາຍຄ້າຂາຍເຖື່ອນ, ການຄ້າມະ ນຸດ ແລະອື່ນໆ; ລົງໂຄສະນາວຽກ ງານຈະລາຈອນຕາມສຳນັກງານ, ອົງການ ແລະ ໂຮງຮຽນ ຈຳນວນ 10 ຄັ້ງ; ລົງຕິດຕາມກວດກາບັນດາຫົວໜ່ວຍທຸກລະກິດ, ບໍລິສັດ ແລະ ບຸກຄົນ ທີ່ລັກລອບສຳຫຼວດຂຸດຄົ້ນແຮ່ທາດໂດຍບໍ່ໄດ້ຮັບອະນຸຍາດ ພ້ອມທັງຢຶດຂອງກາງທີ່ພົວພັນຈຳນວນໜຶ່ງນຳມາມອບໃຫ້ກັບ ຄະນະສະເພາະກິດແຂວງ. ນອກ ນັ້ນ ຍັງໄດ້ສຸມໃສ່ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດດ້ວຍຮູບການ ໂຄສະນາ, ສຶກສາອົບຮົມ ແລະ ປຸກລະດົມຂົນຂວາຍເຍົາວະຊົນ, ຊາວໜຸ່ມ, ພະນັກງານ, ລັດຖະ ກອນ ຕະຫຼອດພໍ່ແມ່ປະຊາຊົນບັນ ດາເຜົ່າອອກຫ່າງຈາກຢາເສບຕິດ ແລະ ເດັດຂາດຕໍ່ຜູ້ທີຄ້າຂາຍຢາ ເສບຕິດ.

ພົຈວ ບົວພັນ ອິນທະປັນຍາ ໄດ້ຊີ້ນໍາໃຫ້ຄະນະຫ້ອງຕໍາຫຼວດ ເອົາໃຈໃສ່ສຶກສາອົບຮົມການເມືອງ, ນຳພາແນວຄິດໃຫ້ນາຍ ແລະ ພົນຕຳຫຼວດຢ່າງຕໍ່ເນື່ອງດ້ວຍຫຼາຍຮູບການ, ແກ້ໄຂບັນດາປະກົດການຫຍໍ້ ທໍ້ທີ່ເກີດຂຶ້ນໃນກຳລັງ ແລະ ສັງຄົມຢ່າງເຂັ້ມງວດ, ເດັດຂາດ, ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ ໂດຍປະຕິບັດຕາມ 3 ຫຼັກ ການ, 2 ຢືດໝັ້ນ, 2 ມາດຕະການ ແລະ 3 ຕ້ານ ເພື່ອເປັນຄວາມເອກະ ພາບ ແລະ ມີປະສິດທິຜົນສູງ; ສຸມໃສ່ວຽກງານປ້ອງກັນສະກັດກັ້ນ ແລະ ຕ້ານການລັກລອບຄ້າຂາຍ ເຖື່ອນທຸກຮູບການ ແລະ ສຸມໃສ່ແກ້ໄຂບັນຫາອຸບັດຕິເຫດທີ່ເກີດ ຂຶ້ນຕາມທ້ອງຖະໜົນໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.