ກອງບັນຊາການ ປກສ ແຂວງຈໍາປາສັກ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ​ຜູ້ທີ່ມີຜົນງານດີເດັ່ນ ຄົບມາດຖານເງື່ອນໄຂຕາມລະບຽບກົດໝາຍຂອງກໍາລັງປ້ອງກັນຄວາມສະຫງົບວາງອອກ ໃນວັນ​ທີ 26 ພຶດສະພາ ຜ່ານມາ, ເປັນປະທານ ແລະ ປະດັບຊັ້ນໂດຍ ພັອ ສຸກ​ພະຈັນ ສີ​ລາ​ເພັດ ຫົວ​ໜ້າ​ກອງ​ບັນຊາ​ການ ປກສ ​ແຂວງ​ຈຳປາ​ສັກ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ຈາ​ກຫ້ອງ, ປກສ ​ເມືອງ, ປກສ ນະຄອນ, ​ໂຮງຮຽນ, ກອງພັນ​ປ້ອງ​ກັນ​ເຄື່ອນ​ທີ່, ຄ້າຍ​ຄຸມ​ຂັງ-​ດັດ​ສ້າງ ຕະຫຼອດຮອດນາຍຕໍາຫຼວດທີ່ຮັບການເລື່ອນ​ຊັ້ນ​ ເຂົ້າ​ຮ່ວມ.

ໃນ​ພິທີ, ພັທ ​ເກດ​ແກ້ວ ບຸນ​ສະຫວັດ ຮອງ​ຫົວໜ້າ​ຫ້ອງການ​ເມືອງ ກອງບັນຊາການ ປກສ ​ແຂວງ ​ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ ​ກົມ​ໃຫຍ່​ການ​ເມືອງ​ ກະຊວງ ປກສ ​ເລກທີ 1363/ກມ.ປກສ ລົງ​ວັນ​ທີ 20 ​ເມສາ 2022 ວ່າ​ດ້ວຍ ​ການ​ເລື່ອນ​ຊັ້ນ​ໃຫ້​ນາຍ​ຕຳຫຼວດຢູ່​ກອງ​ບັນຊາ​ການ ປກສ ​ແຂວງ​ຈຳປາ​ສັກ, ຂໍ້​ຕົກລົງ​ຂອງ​ ກອງ​ບັນຊາ​ການ ປກສ ​ແຂວງ​ຈຳປາ​ສັກ ​ເລກທີ 666/ປກສ.ຈສ ລົງ​ວັນ​ທີ 17 ພຶດສະພາ 2022 ວ່າ​ດ້ວຍ ການ​ເລື່ອນ​ຊັ້ນ​ໃຫ້​ນາຍຕໍາຫຼວດ ຈໍານວນ 91 ສະຫາຍ ຍິງ 24 ສະຫາຍ ​ດັ່ງ​ນີ້:

  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 55 ສະຫາຍ ຍິງ 11 ສະຫາຍ
  • ວາທີ ​​ຂື້ນ ຮ້ອຍຕີ ມີ 21 ສະຫາຍ ຍິງ 5 ສະຫາຍ
  • ສິບເອກ ​ຂຶ້ນ ວາທີ 3 ສະຫາຍ ​ຍິງ 1 ສະຫາຍ
  • ສິບໂທ ​​ຂຶ້ນ​ ສິບເອກ 12 ສະຫາຍ​ ​ຍິງ 7 ສະຫາຍ

ພັອ ສຸກ​ພະຈັນ ສີ​ລາ​ເພັດ ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່ນາຍ ​ແລະ ​ພົນ​ຕຳຫຼວດ ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ຄັ້ງ​ນີ້ ​ຈົ່ງເພີ່ມສະຕິໃນການຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນ, ສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ທີ່​ຕົນ​ຮັບຜິດຊອບໃຫ້​ມີ​ຜົນສຳ​ເລັດ, ຕັ້ງໜ້າ​ຝຶກ​ຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃຫ້​ກາຍເປັນ​ພະນັກງານ​ທີ່​ມີ​ຄວາມ​ຮູ້-ຄວາມ​ສາມາດ, ປະກອບສ່ວນເຂົ້າໃນວຽກງານຮັກສາຄວາມສະຫງົບ ​ເພື່ອ​ເຮັ​ດສຳ​ເລັດ​ໜ້າ​ທີ່ທີ່ພັກ-​ລັດ ​ແລະ ປະຊາຊົນ​ມອບ​ໝາຍ​ໃຫ້.