ກອງບັນຊາການ ປກສ ເມືອງທ່າໂທມ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ປະຈຳໄຕມາດ I ແລະ ວາງທິດທາງແຜນການ ໄຕມາດ II ຂຶ້ນໃນອາທິດຜ່ານມາ, ໂດຍມີ ທ່ານ ພິມພາ ນິລາວົງ ເຈົ້າເມືອງທ່າໂທມ ປະທານ ປກຊ-ປກສ ເມືອງ ແລະ ພັອ ອິນປັນ ຍາດຕິວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ, ມີຄະນະຮັບຜິດຊອບ, ຫົວໜ້າກອງເລຂາແກ້ໄຂບັນຫາຢາເສບຕິດແຂວງ, ຄະນະປະຈຳພັກເມືອງ, ປະທານຄະນະກຳມະການແກ້ໄຂບັນຫາຢາເສບຕິດຂັ້ນເມືອງ, ມີຄະນະພັກ-ຄະນະກອງບັນຊາການ ປກສ ເມືອງ, ຕາງໜ້າຫ້ອງການທີ່ກ່ຽວຂ້ອງອ້ອມຂ້າງເມືອງ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ໃນກອງປະຊຸມ, ຮອ ຈັນທະລັກ ນໍລະສິງ ຫົວໜ້າພະແນກຕຳຫຼວດ ປກສ ເມືອງທ່າໂທມ ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃນໄຕມາດ I ວ່າ:

ກອງບັນຊາການ ປກສ ເມືອງທ່າໂທມ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າປຶກສາຫາລື ແລະ ວາງແຜນວຽກໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ໄດ້ຮັບປະສິດທິຜົນສູງ, ແຕ່ງຕັ້ງອະນຸກຳມະການຮັບຜິດຊອບລົງໂຄສະນາເຜີຍແຜ່, ເຊື່ອມຊຶມກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ.

ສ້າງແຜນສຶກສາອົບຮົມກຸ່ມສ່ຽງ ແລະ ກຸ່ມເປົ້າໝາຍທີ່ພົວພັນກັບຢາເສບຕິດ, ສ້າງແຜນສະກັດກັ້ນບັນດາເປົ້າໝາຍເຄື່ອນໄຫວຄ້າ-ຂາຍ, ຂົນສົ່ງ ແລະ ຈຳໜ່າຍຢາເສບຕິດ.

ປັບປຸງສະຖານທີ່ກັກຂັງຊົ່ວຄາວ ພ້ອມທັງຂຶ້ນແຜນງົບປະມານດ້ານຕ່າງໆຮັບໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

ເກັບກຳຂຶ້ນສະຖິຕິເປົ້າໝາຍຄ້າ-ຂາຍຢາເສບຕິດ ໄດ້ທັງໝົດ 69 ຄົນ ຍິງ 12 ຄົນ. ໃນນັ້ນ, ປະເພດກາງ 2 ຄົນ, ປະເພດລາຍຍ່ອຍ 67 ຄົນ ຍິງ 12 ຄົນ, ເປົ້າໝາຍເສບ 501 ຄົນ ຍິງ 2 ຄົນ, ສາມາດແກ້ໄຂໄດ້ 15 ເປົ້າໝາຍ, ກັກຕົວຜູ້ຖືກຫາໄດ້ 21 ຄົນ ຍິງ 3 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 9.656 ເມັດ ແລະ ເຄື່ອງຂອງກາງທີ່ພົວພັນຄະດີຈຳນວນໜຶ່ງ.

ສໍາລັບທິດທາງແຜນການໃນໄຕມາດ II ຈະສຸມໃສ່ວຽກງານໂຄສະນາ, ສຶກສາອົບຮົມປຸກລະດົມຂົນຂວາຍແນວຄິດໃຫ້ກັບຖັນແຖວໄວໜຸ່ມ, ເຍົາວະຊົນ, ອະນຸຊົນຕະຫຼອດເຖິງພໍ່-ແມ່ປະຊາຊົນບັນດາເຜົ່າ ໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍຂອງຢາເສບຕິດ ດ້ວຍການເຜີຍແຜ່ເຊື່ອມຊຶມນິຕິກຳ, ປ້າຍໂຄສະນາ, ຮູບພາບ, ບົດລະຄອນສັ້ນ, ກົດໝາຍ ວ່າດ້ວຍ ຢາເສບຕິດ ແລະ ຮູບການອື່ນໆ ໃຫ້ເຂົ້າເຖິງກຸ່ມເປົ້າໝາຍຫຼາຍຂຶ້້ນ.

ສືບຕໍ່ເກັບກຳຂໍ້ມູນ, ຂຶ້ນບັນຊີເປົ້າໝາຍເສບໃຫ້ລະອຽດ ເພື່ອນຳເອົາເຂົາເຈົ້າເຫຼົ່ານັ້ນມາສຶກສາອົບຮົມ ແລະ ເຂົ້າປິ່ນປົວບຳບັດ-ດັດສ້າງຕາມສູນທີ່ກຳນົດ.

ສືບຕໍ່ແກ້ໄຂເປົ້າໝາຍຄ້າ-ຂາຍ, ຈຳໜ່າຍໃຫ້ເດັດຂາດ, ຖືກຕ້ອງ, ຍຸຕິທຳໂປ່ງໃສ ແລະ ທັງຮັບປະກັນທາງດ້ານວຽກງານວິຊາສະເພາະ, ສ້າງຕາໜ່າງການເຄື່ອນໄຫວພື້ນຖານປິດລັບຮອບດ້ານ ຕາມຫຼັກການວຽກງານວິຊາສະເພາະ ແລະ ເຈດຈຳນົງຂອງເປົ້າໝາຍ; ເອົາໃຈໃສ່ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງໃນສັງຄົມ ເປັນເຈົ້າການຮ່ວມກັນແກ້ໄຂບັນຫາຢາເສບຕິດໃຫ້ຫຼາຍຂຶ້ນ.