ກອງບັນຊາການ ປກສ ເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເປີດບັ້ນດຳເນີນຊີວິດການເມືອງ, ກວດກາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ໃນວັນທີ 25-26 ພຶດສະພາ ຜ່ານມາ, ເປັນປະທານໂດຍ ສະຫາຍ ພັທ ວົງພະຈັນ ແກ້ວວີຊຽນ ຄະນະປະຈຳພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງປາກກະດິງ, ເຂົ້າຮ່ວມມີ ສະຫາຍ ພັອ ກົງຈັນ ໄຊປັນຍາ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຄະນະຈັດຕັ້ງເມືອງ, ຄະນະຮັບຜິດຊອບບັ້ນດໍາເນີນຊີວິດການເມືອງ ປກສ ແຂວງ, ບັນດາສະຫາຍຄະນະພັກ ກອງບັນຊາການ, ຄະນະໜ່ວຍພັກ ຕະຫຼອດຮອດສະມາຊິກພັກສົມບູນ-ສຳຮອງ ເຂົ້າຮ່ວມ.

ສະຫາຍ ພັອ ກົງຈັນ ໄຊປັນຍາ ກ່າວວ່າ:

ບັ້ນດໍາເນີນຊີວິດການເມືອງໃນຄັ້ງນີ້ ມີຄວາມໝາຍສໍາຄັນເພາະເປັນການສ່ອງແສງເຖິງການເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ເຂົ້າໃນທຸກຂົງເຂດວຽກງານຂອງພັກ-ລັດ, ເປັນການເສີມຂະຫຍາຍລະບອບປະຊາທິປະໄຕພາຍໃນພັກໃຫ້ກວ້າງຂວາງ, ເປັນການກະຕຸກຊຸກຍູ້ການເຄື່ອນໄຫວວຽກງານວິຊາສະເພາະຂອງບັນດາສະຫາຍສະມາຊິກພັກ, ພະນັກງານ-ນັກຮົບ ໃຫ້ມີຫົວຄິດປະດິດສ້າງ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ຮູ້ຈັກຊີ້ນໍາ-ນໍາພາຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິພາບ ແລະ ມີຜົນສໍາເລັດ.

ບັ້ນດໍາເນີນຊີວິດການເມືອງຄັ້ງນີ້ ໄດ້ເຊື່ອມຊຶມບັນດາມະຕິ ແລະ ເອກະສານຕ່າງໆ ເຊັ່ນ:

  • ມະຕິເລກທີ 04/ຄບຊພ ລົງວັນທີ 30 ກັນຍາ 2021 ວ່າດ້ວຍ ການເພີ່ມທະວີການນໍາພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານ
  • ມະຕິເລກທີ 38/ຄພປກສ ລົງວັນທີ 2 ພະຈິກ 2018 ຂອງຄະນະບໍລິຫານງານພັກ ກະຊວງ ປກສ ວ່າດ້ວຍ ມາດຖານຂອງພະນັກງານນຳພາ-ບັນຊາໃນກຳລັງປ້ອງກັນຄວາມສະຫງົບ
  • ເອກະສານ 17 ຂໍ້ຫ້າມຂອງກຳລັງປ້ອງກັນຄວາມສະຫງົບ
  • ມະຕິ 030/ກມສພ ລົງວັນທີ 3 ມັງກອນ 2018 ຂອງກົມການເມືອງສູນກາງພັກ ວ່າດ້ວຍ ມາດຖານພະນັກງານນຳພາ-ຄຸ້ມຄອງ

ພ້ອມນີ້ ກໍໄດ້ຂຽນໃບສຳຫຼວດຕີລາຄາຈັດແບ່ງປະເພດສະມາຊິກພັກ, ຕໍານິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນ ທົ່ວຮາກຖານພັກ, ເຊິ່ງມີສະມາຊິກພັກທັງໝົດ 119 ສະຫາຍ ຍິງ 19 ສະຫາຍ, ມີ 4 ໜ່ວຍພັກຂຶ້ນກັບ.

ຜ່ານການກວດກາຕີລາຄາຈັດແບ່ງປະເພດໜ່ວຍພັກ, ສະມະຊິກພັກ ໂດຍອີງໃສ່ 5 ເນື້ອໃນຂອງພັກວາງອອກ ສາມາດຈັດແບ່ງປະເພດສະມາຊິກພັກ ໄດ້ດັ່ງນີ້:

  • ປະເພດແຂງ ຈໍານວນ 112 ສະຫາຍ ຍິງ 19 ສະຫາຍ
  • ປະເພດກາງ ຈຳນວນ 7 ສະຫາຍ
  • ບໍ່ໄດ້ຈັດປະເພດ 1 ສະຫາຍ (ຍົກຍ້າຍມາໃໝ່)