ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ ຈໍານວນ 39 ສະຫາຍ ໃນວັນທີ 3 ມິຖຸນາ 2022, ປະດັບຊັ້ນໂດຍ ພັອ ພູນສະຫວັນ ພັນທະເສນາ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີຄະນະກອງບັນຊາການ ພ້ອມດ້ວຍນາຍຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ໜູກອນ ແສງວິໄລ ຫົວໜ້າຫ້ອງການເມືອງ ກອງບັນຊາການປ້ອງກັນເຄື່ອນທີ່ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 847; 848; 849/ປກສ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກອງບັນຊາການປ້ອງກັນເຄື່ອນທີ່ ທີ່ມີຜົນງານດີເດັ່ນໃນການຝຶກຝົນຫຼໍ່ຫຼອມຕົນເອງ, ມີຜົນງານຕົວຈິງໃນການປະກອບສ່ວນຮັບໃຊ້ເຮັດວຽກງານວິຊາສະເພາະ ແລະ ມີມາດຖານເງື່ອນໄຂຄົບກໍານົດເວລາຂອງການເລື່ອນຊັ້ນຕາມລະບຽບກົດໝາຍຂອງ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ, ໃນນີ້ ລັດຖະມົນຕີ ກະຊວງ ປກສ ຕົກລົງເລື່ອນຊັ້ນດັ່ງນິ້:

  • ພັນຕີ ຂຶ້ນ ພັນໂທ 12 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 7 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 20 ສະຫາຍ

ໂອກາດດຽວກັນນີ້, ພັອ ພູມສະຫວັນ ພັນທະເສນາ ກໍໄດ້ໂອ້ລົມເນັ້ນໃຫ້ຄະນະພັກ, ຄະນະກອງບັນຊາການ ຕະຫຼອດຮອດນາຍຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ກັບນາຍຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນ ແລະ ບັນດາຜົນງານທີ່ ຄະນະກອງບັນຊາການປ້ອງກັນເຄື່ອນທີ່ ເຮັດໄດ້ສໍາເລັດ; ພ້ອມນັ້ນ, ທ່ານກໍຍັງໄດ້ເນັນໃຫ້ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ຕາມທີ່ພັກ-ລັດການຈັດຕັ້ງ ແລະ ປະຊາຊົນມອບໝາຍໃຫ້.

ພ້ອມດຽວກັນນີ້, ຍັງໄດ້ຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕະຫຼອດເຖິງພະນັກງານ-ນັກຮົບ ຈົ່ງເອົາໃຈໃສ່ຕໍ່ວຽກງານປ້ອງກັນຄວາມສະຫງົບໃຫ້ໜັກແໜ້ນ, ເຂັ້ມແຂງ ເພື່ອເຮັດໃຫ້ສັງຄົມ ກໍຄື ປະຊາຊົນຊາວນະຄອນຫຼວງວຽງຈັນ ມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.