ເພື່ອເຮັດໃຫ້ວຽກງານການຕ້ານ ແລະ ສະກັດກັ້ນການຄ້າ-ຂາຍສັດປ່າກາຍເປັນອາຊະຍາກໍາທີ່ຮ້າຍແຮງ ແລະ ເປັນບັນຫາທີ່ຈະຕ້ອງເອົາໃຈໃສ່ໃນການຕິດຕາມກວດກາ, ຄະນະປະທານສານສຸງສຸດ ແຫ່ງ ສປປ ລາວ, ຣາຊະອານາຈັກ ກຳປູເຈຍ ແລະ ສສ ຫວຽດນາມ ຈະພ້ອມກັນເພີ່ມທະວີຮ່ວມມືແກ້ໄຂບັນຫາອາຊະຍາກໍາລະຫວ່າງຊາຍແດນ ແລະ ການປັບປຸງບັນດານິຕິກໍາຂອງກົດໝາຍທີ່ກ່ຽວຂ້ອງກັບການກະທໍາຜິດ ໃຫ້ເຂັ້ມງວດກວ່າເກົ່າ.

ທ່ານ ຄໍາພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ກ່າວໃນກອງປະຊຸມປະທານສານສູງສຸດລະດັບພາກພື້ນກ່ຽວກັບ ການຕ້ານ ແລະ ສະກັດກັ້ນການຄ້າ-ຂາຍສັດປ່າທີ່ຜິດກົດໝາຍ ເຊິ່ງປິດລົງໃນວັນທີ 3 ມິຖຸນາ 2022 ວ່າ:

ເພື່ອເຮັດໃຫ້ວຽກງານການຕ້ານ ແລະ ສະກັດກັ້ນການຄ້າ-ຂາຍສັດປ່າເປັນອາຊະຍາກໍາທີ່ຮ້າຍແຮງ ທັງເປັນການອໍານວຍຄວາມສະດວກໃນການຕັດສິນຄະດີຂອງສານ ໃຫ້ນັບມື້ແໜ້ນແຟ້ນ ແລະ ເປັນແນວທາງໃນການແກ້ໄຂທຸກປະກົດການຫຍໍ້ທໍ້ທີ່ພົວພັນກັບບັນຫາດັ່ງກ່າວທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ, ບັນດາຄະນະປະທານສານສູງສຸດ ທັງ 3 ປະເທດ ໄດ້ມີຄໍາເຫັນພ້ອມທັງປຶກສາຫາລືຊອກແນວທາງ ໃນການສືບຕໍ່ຮ່ວມມືຕ້ານອາຊະຍາກໍາສັດນໍ້າ-ສັດປ່າ ໃຫ້ກາຍເປັນອາຊະຍາກໍາທີ່ຮ້າຍແຮງ ແລະ ເຂັ້ມງວດກວ່າເກົ່າ. ໃນນັ້ນ, ໄດ້ເຫັນດີເປັນເອກະພາບກັນນໍາເອົາ 4 ບັນຫາຫຼັກເປັນບ່ອນ ອີງ ເປັນຕົ້ນແມ່ນ:

  • ເປັນເອກະພາບໃນການປະສານງານ, ແລກປ່ຽນບົດຮຽນໃນຫົວຂໍ້ການຕ້ານ ແລະ ສະກັດກັ້ນຄ້າ-ຂາຍສັດປ່າທີ່ຜິດກົດໝາຍ ເຂົ້າໃນກອບການຮ່ວມມືທັງ 3 ຝ່າຍທີ່ມີຢູ່ແລ້ວ;
  • ເພີ່ມທະວີໃນການຮ່ວມມືລະຫວ່າງຊາຍແດນ ເພື່ອຕ້ານ ແລະ ສະກັດກັ້ນອາຊະຍາກໍາທົ່ວໄປ ໂດຍສະເພາະການຄ້າ-ຂາຍສັດນໍ້າ-ສັດປ່າ;
  • ປັບປຸງ ແລະ ນໍາໃຊ້ກົດໝາຍເຂົ້າໃນການດໍາເນີນຄະດີຂອງສານ ເພື່ອໃຫ້ມີບົດລົງໂທດກ່ຽວກັບອາຊະຍາກໍາການຄ້າ-ຂາຍສັດນໍ້າ-ສັດປ່າທີ່ຜິດກົດໝາຍ ໃຫ້ໜັກຂຶ້ນກວ່າເກົ່າ
  • ພິເສດຍັງໄດ້ເປັນເອກະພາບເຫັນດີຈັດກອງປະຊຸມຂຶ້ນໃນແຕ່ລະປີໂດຍການຜັດປ່ຽນກັນເປັນເຈົ້າພາບ.

ທັງນີ້, ກໍເພື່ອເຮັດໃຫ້ວຽກງານດັ່ງກ່າວ ກາຍເປັນບູລິມະສິດໜຶ່ງທີ່ສໍາຄັນ ທັງເປັນການປົກປັກຮັກສາສິ່ງແວດລ້ອມ ເວົ້າລວມ, ເວົ້າສະເພາະ ກໍຄື ການອະນຸລັກບັນດາສັດນໍ້າ-ສັດປ່າໃຫ້ຄົງຄູ່ກັບທໍາມະຊາດ; ນອກນັ້ນ, ຍັງເປັນການສະກັດກັ້ນ ແລະ ຕ້ານກຸ່ມຄົນທີ່ສວຍໃຊ້ໂອກາດໃນການລ່າສັັດແບບຜິດກົດໝາຍໃນຕໍ່ໜ້າ ແລະ ຍາວນານອີກ.