ໃນວັນທີ 30 ພຶດສະພາ 2022, ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທີປະກາດແຕ່ງຕັ້ງ ຫົວໜ້າ ຕມ ດ່ານຊາຍແດນສາກົນນໍ້າພາວ ແລະ ແຕ່ງຕັ້ງ ຫົວໜ້າ ຕມ ດ່ານຊາຍແດນສາກົນປາກຊັນ, ໂດຍມີ ທ່ານ ບຸນສົງ ເພັດຈະເລີນ ຫົວໜ້າຄະນະຈັດຕັ້ງແຂວງ, ມີ ພັອ ສາຍສະໝິງ ສີວິໄລ ຫົວໜ້າກົມ ຕມ ກະຊວງປ້ອງກັນຄວາມສະຫງົບ, ພັອ ຜາຂົງ ດອກມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ພ້ອມດ້ວຍຫົວໜ້າຫ້ອງສັນຕິບານ, ຫົວໜ້າດ່ານຊາຍແດນສາກົນ ທັງ 2 ດ່ານ, ແຂກຮັບເຊີນ, ພະແນກການທີ່ກ່ຽວຂ້ອງ ແລະ ຫົວໜ້າພະແນກວິຊາສະເພາະ ເຂົ້າຮ່ວມ.      

ໃນພິທີ, ຫົວໜ້າດ່ານ ຕມ ດ່ານ ຊາຍແດນສາກົນ ທັງ 2 ດ່ານ ໄດ້ຜັດປ່ຽນກັນຂຶ້ນຜ່ານບົດສະຫຼຸບຜົນງານການນໍາພາ ແລະ ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນການຄຸ້ມຄອງກວດກາ ພາຍໃນດ່ານທີ່ຕົນຮັບຜິດຊອບ ໃນໄລຍະຜ່ານມາ, ຄະນະພັກ-ຄະນະຊີ້ນໍາ ດ່ານຊາຍແດນສາກົນນໍ້າພາວ ແລະ ດ່ານຊາຍແດນສາກົນປາກຊັນ ແລະ ຄະນະດ່ານ ຕມ ໄດ້ນໍາພາສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານສະມາຊິກພັກ, ພະນັກງານ-ນັກຮົບ, ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕ່ໍ່ການນໍາພາຂອງພັກ, ເຄົາລົບລະບຽບກົດໝາຍຂອງລັດ, ມີສະຕິຕໍ່ການຈັດຕັ້ງປະຕິບັດກົດລະບຽບຢ່າງເຂັ້ມງວດ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ ປະສົບຜົນສໍາເລັດຫຼາຍດ້ານ.

ໃນນີ້ ໄດ້ເອົາໃຈໃສ່ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ກວດກາຄວາມເປັນລະບຽບຮຽບຮ້ອຍໃນຂອບເຂດຊາຍແດນ ປະຈໍາການຕະຫຼອດ 24 ຊົ່ວໂມງ; ເຊິ່ງ ດ່ານ ຕມ ຊາຍແດນສາກົນນໍ້າພ້າວ ແລະ ປາກຊັນ ສາມາດສະກັດກັ້ນ ແລະ ແກ້ໄຂໄດ້ກຸ່ມຄົນທີ່ລັກລອບເຂົ້າ-ອອກເມືອງ, ຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆໄດ້ທັນເວລາ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກໍໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນ ເພື່ອສືບຕໍ່ປັບປຸງທິດທາງແຜນການໃນຕໍ່ໜ້າໃຫ້ດີຂຶ້ນເທື່ອລະກ້າວ.

ໃນໂອກາດດັ່ງກ່າວ, ພັຕ ສຸກສະຫວັນ ເກດສັດຖາ ຮອງຫົວໜ້າພະແນກກົງຈັກ ກົມຈັດຕັ້ງ-ພະນັກງານ ກົມໃຫຍ່ການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການຖອນນາຍຕໍາຫຼວດທີ່ຂຶ້ນກັບ ກົມໃຫຍ່ສັນຕິບານ ຂຶ້ນປະຈໍາການຢູ່ກົມໃຫຍ່ສັນຕິບານ ແລະ ຂໍ້ຕົກລົງແຕ່ງຕັ້ງ ວ່າດ້ວຍ ການແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບ ກົມໃຫຍ່ສັນຕິບານ ເຊິ່ງໄດ້ແຕ່ງຕັ້ງດັ່ງນີ້:

  • ພັທ ແສງຈັນ ວິໄລພອນ ເປັນ ຫົວໜ້າດ່ານ ຕມ ດ່ານຊາຍແດນສາກົນນໍ້າພາວ
  • ພັຕ ວັນທະລັງສີ ປີ່ນແກ້ວປະເສີດ ເປັນ ຫົວໜ້າດ່ານ ຕມ ດ່ານຊາຍແດນສາກົນປາກຊັນ ແຂວງບໍລິຄໍາໄຊ

ຈາກນັ້ນ, ກໍໄດ້ມຮການເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໂດຍມີຄະນະປະທານ ແລະ ຜູ້ແທນ ເຂົ້າຮ່ວມ.