ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປະກາດປັບປຸງກົງຈັກການຈັດຕັ້ງຂັ້ນກົມ-ພະແນກ ແລະ ເລື່ອນຊັ້ນ ໃຫ້ນາຍຕໍາຫຼວດ ໃນວັນທີ 6 ມິຖຸນາ 2022, ເປັນປະທານ ແລະ ປະດັບຊັ້ນໂດຍ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ-ຄະນະກົມ, ຫ້ອງ, ໂຮງຮຽນ, ນາຍຕໍາຫຼວດ ແລະ ພະນັກງານ-ນັກຮົບທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ

ພັອ ບຸນສີ ທໍາມະລັງສີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງທີ່ຂຶ້ນກັບ ກົມໃຫຍ່ການເມືອງ ປກສ ເຊິ່ງໄດ້ຕົກລົງແຕ່ງຕັ້ງດັ່ງນີ້:

ພັທ ນີວອນ ບຸນວັນມາ ເປັນ ຮອງຫົວໜ້າຫ້ອງການ ກົມໃຫຍ່ການເມືອງ ປກສ

ພັທ ຈິນດາວົງ ຖາວອນສຸກ ເປັນ ຮອງຫົວໜ້າກົມປ້ອງກັນກໍາລັງ.

ນອກນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າພະແນກ, ຄະນະວິຊາຂອງຫ້ອງ, ກົມ, ໂຮງຮຽນ ທີ່ຂຶ້ນກັບ ກົມໃຫຍ່ການເມືອງ ປກສ.

ໃນພິທີດຽວກັນ, ຍັງໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ວ່າດ້ວຍ ການເລື່ອງຊັ້ນໃຫ້ນາຍຕໍາຫຼວດທີ່ຂຶ້ນກັບ ກົມໃຫຍ່ການເມືອງ ປກສ ໂດຍອີງຕາມດໍາລັງຂອງ ນາຍົກລັດຖະມົນຕີ, ອີງຕາມການຄົ້ນຄວ້າເຫັນດີເປັນເອກະພາບຂອງ ຄະນະຮັບຜິດຊອບປະຕິບັດການເລື່ອນຊັ້ນຕໍ່ນາຍ ແລະ ພົນຕໍາຫຼວດ ແລະ ປະຕິບັດຕາມນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍຕໍາຫຼວດຜູ້ທີ່ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ທີ່ກໍານົດໄວ້ໃນກົດໝາຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ. ດັ່ງນັ້ນ, ລັດຖະມົນຕີກະຊວງ ປກສ ຕົກລົງເລື່ອນຊັ້ນດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ ຈໍານວນ 7 ສະຫາຍ ຍິງ 3 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ ຈໍານວນ 7 ສະຫາຍ ຍິງ 3 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 6 ສະຫາຍ ຍິງ 3 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 10 ສະຫາຍ ຍິງ 8 ສະຫາຍ
  • ວາທີ ຂຶ້ນ ຮ້ອຍຕີ 6 ສະຫາຍ ຍິງ 4 ສະຫາຍ
  • ສິບເອກ ຂຶ້ນ ວາທີ 3 ສະຫາຍ ຍິງ 2 ສະຫາຍ