ກອງບັນຊາການ ປກສ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ເຊື່ອມຊຶມເອກະສານວຽກງານພັກ-ພະນັກງານ ໃນທ້າຍເດືອນພຶດສະພາ, ເຂົ້າຮ່ວມໂດຍ ພັທ ສີວອນ ອິນດາວົງ ຫົວໜ້າກອງບັນຊາການ ປກສ ເມືອງວຽງພູຄາ, ມີຄະນະພັກ-ຄະນະກອງບັນຊາການ, ຫົວໜ້າ-ຮອງພະແນກ, ຫົວໜ້າ-ຮອງ ປກສ ກຸ່ມບ້ານ ຕະຫຼອດຮອດພະນັກງານຫຼັກແຫຼງເຂົ້າຮ່ວມ.

ພັທ ສີວອນ ອິນດາວົງ ກ່າວວ່າ: ການເຊື່ອມຊຶມວຽກງານພັກ-ວຽກງານການເມືອງ ເພື່ອເຮັດໃຫ້ພະນັກງານນໍາພາ, ພະນັກງານຫຼັກແຫຼ່ງ, ນາຍ ແລະ ພົນຕໍາຫຼວດກໍາໄດ້ເນື້ອໃນທິດນໍາລວມຂອງພັກ ແລະ ລັດຖະບານ, ເຊື່ອມຊຶມຕໍ່ແນວທາງການປ່ຽນແປງໃໝ່ຂອງພັກ, ກົດໝາຍຂອງລັດ, ມີຄວາມ ໜັກແໜ້ນທາງດ້ານການເມືອງ, ມີຄວາມສໍໍານານດ້ານວຽກງານວິຊາສະເພາະ, ຈັດຕັ້ງປະຕິບັດຖືກຕ້ອງສອດຄ່ອງກັບລະບຽບຂອງພັກ, ກົດໝາຍຂອງລັດ ເພື່ອເຮັດໃຫ້ການປັບປຸງກົງຈັກການຈັດຕັ້ງແຕ່ຂັ້ນກະຊວງລົງຮອດທ້ອງຖິ່ນໃນກໍາລັງປ້ອງກັນຄວາມສະຫງົບ ດໍາເນີນໄປຖືກຕ້ອງຕາມທິດກະທັດ ຫັດ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງຂະແໜງການ ແລະ ໜ່ວຍງານ, ຈັດຕັ້ງແຜ່ນວຽກບັນຈຸຊັບຊ້ອນພະນັກງານໃຫ້ສອດຂອງກັບວິຊາສະເພາະຕົວຈິງ, ກໍາລັງພົນມີຄວາມເໝາະສົມ ແລະ ດຸນດຽງກັບສະພາບເງື່ອນໄຂຕົວຈິງ ແຕ່ຄຸນນະພາບເພີ່ມຂຶ້ນ ສາມາດປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງພະນັກງານ-ນັກຮົບ ແຕ່ລະສະຫາຍຕ້ອງຍົກສູງຄວາມຮັບຜິດຊອບ, ຕ້ອງເອົາໃຈໃສສືບຕໍ່ຝຶກຝົນຫຼ່ໍຫຼອມຕົນເອງມີຫົວຄິດປະດິດສ້າງ, ມີແບບແຜນວິທະຍາສາດ ເພື່ອສ້າງໃຫ້ໄດ້ກົມກອງທີ່ທັນສະໄໝກ້າວຂື້ນຢ່າງບໍ່ຢຸດຢັ້ງ.

ການເຊື່ອມຊຶມໄດ້ເຜີຍແຜ່ດໍາລັດເລກທີ 734/ລບ, ລົງວັນທີ 31 ທັນວາ 2021 ແລະ ຂໍ້ຕົກລົງຂອງກະຊວງ ປກສ ເລກທີ 677/ປກສ, ລົງວັນທີ 25 ເມສາ 2022 ວ່າດ້ວຍການກໍານົດຕໍາແໜ່ງງານ; ຄໍາສັງເລກທີ 01 /ປກສ ວ່າດ້ວຍກາບປຸງກົງຈັກການຈັດຕັ້ງຂອງບັນດາກົມກອງ ແລະ ທ້ອງ ຖິ່ນໃນກໍາລັງປ້ອງກັນຄວາມສະຫງົບ ແລະ ມະຕິຕົກລົງເລກທີ 75/ຄພ ປກສ ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ເພື່ອສ້າງຄວາມຫັນປ່ຽນໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງຂອງພັກ-ພະນັກງານໃນກໍາ ລັງປ້ອງກັນຄວາມສະຫງົບ.