ວິທະຍາຄານຕຳຫຼວດປະຊາຊົນ (ວຕປ) ກະຊວງ ປກສ ໄດ້ຈັດກອງປະຊຸມວິທະຍາສາດ ເພື່ອໃຫ້ນັກສຶກສາປະລິນຍາໂທ ຮຸ່ນທີ XIII ປ້ອງກັນວິທະຍານິພົນຂັ້ນວິຊາການ ໃນວັນທີ 3 ມີຖຸນາ 2022, ເປັນປະທານໂດຍ ພັອ ປອ ໂອໃດ ທິລັນດາ ຮອງຫົວໜ້າອໍານວຍການວິທະຍາຄານຕໍາຫຼວດປະຊາຊົນ, ມີອາຈານທີ່ປຶກສາ ພ້ອມດ້ວຍຄະນະກໍາມະການ ແລະ ນັກສຶກສາ ເຂົ້າຮ່ວມ.

ການປ້ອງກັນບົດວິທະຍານິພົນຂອງ ນັກສຶກສາປະລິນຍາໂທ ຮຸ່ນທີ XIII ມີທັງໝົດ 25 ສະຫາຍ ຍິງ 1 ສະຫາຍ ແລະ ສະເພາະການປ້ອງກັນຄັ້ງນີ້ ມີ 3 ຫົວຂໍ້ຄື:

  • ” ເພີ່ມທະວີສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຢູ່ນະຄອນຫຼວງວຽງຈັນ ” ສະເໜີໂດຍ ພັທ ພູທອນ ໄຊຍະທໍາ
  • ” ປັບປຸງວຽກງານຄຸ້ມຄອງສໍາມະໂນຄົວ ຮັບໃຊ້ແກ່ການຄຸ້ມຄອງເປົ້າໝາຍທາງອາຍາຢູ່ແຂວງຈໍາປາສັກ ” ສະເໜີໂດຍ ພັອ ສຸກພະຈັນ ສີລາເພັດ
  • ” ຍົກສູງຄຸນນະພາບວຽກງານຄຸ້ມຄອງສໍາມະໂນຄົວ ຮັບໃຊ້ໃຫ້ແກ່ການກັນ-ສະກັດກັ້ນເປົ້າໝາຍທາງອາຍາ ຢູ່ແຂວງສະຫວັນນະເຂດ ” ສະເໜີໂດຍ ພັຕ ທອງສາ ວັນສີເຮືອງ

ທັງນີ້, ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການຫຼັກສູດປະລິນຍາໂທ ຮຸ່ນທີ XIII ມີຜົນສຳເລັດຕາມຄາດໝາຍ ແລະ ເຮັດໃຫ້ວິທະຍານິພົນຂອງນັກສຶກສາຮຸ່ນດັ່ງກ່າວ ມີເນື້ອໃນອຸດົມສົມບູນທາງດ້ານວິທະຍາສາດ ແລະ ເປັນເງື່ອນໄຂມາດຖານຢັ້ງຢືນຮັບໃຊ້ໃຫ້ແກ່ ການປ້ອງກັນວິທະຍານິພົນຂັ້ນວິຊາການ.