ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ຜູ້ດຽວ ໄດ້ນໍາເອົາເຄື່ອງໃຊ້ຫ້ອງການມອບໃຫ້ ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໃນວັນທີ 3 ມິຖຸນາ 2022, ຕາງໜ້າມອບໂດຍ ທ່ານ ນາງ ແສງດາວ ບຸພະກອນຄໍາ ຮອງປະທານ ແລະ ຜູ້ອໍານວຍການກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ຜູ້ດຽວ ແລະ ຕາງໜ້າຮັບໂດຍ ພົຈວ ສົມພົງ ຂໍາວິລຸນ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະນະພັກ-ຄະນະກອງບັນຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ແສງດາວ ບຸພະກອນຄໍາ ກ່າວວ່າ:

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີຄອມພິວເຕີ້ຕັ້ງໂຕະໜຶ່ງຊຸດ ແລະ ເຄື່ອງປິນເຕີ 1 ເຄື່ອງ ລວມມູນຄ່າ 9.750.000 ກີບ

ການນໍາເຄື່ອງໃຊ້ຫ້ອງມາມອບໃຫ້ ກອງບັນຊາການປ້ອງກັນສູນກາງ ຄັ້ງນີ້ ກໍເພື່ອເປັນການປະກອບສ່ວນຊຸກຍູ້ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນ ກອງບັນຊາການປ້ອງກັນສູນກາງ ໃຫ້ມີຄວາມສະດວກສະບາຍຂຶ້ນຕື່ມ.

ໂອກາດດັ່ງກ່າວ, ພົຈວ ສົມພົງ ຂໍາວິລຸນ ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດກໍາລັງປ້ອງກັນສູນກາງ ມອບໃບກຽດຕິຄຸນໃຫ້ ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ຜູ້ດຽວ, ພ້ອມທັງໄດ້ກ່າວສະແດງຄວາມຂອບໃຈທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງ ວຽກງານປ້ອງກັນຄວາມສະຫງົບ ເວົ້າສະເພາະ ກອງບັນຊາການປ້ອງກັນສູນກາງ ເຊິ່ງມັນສະແດງໃຫ້ເຫັນເຖິງຄວາມສາມັກຄີຮັກແພງ, ຊ່ວຍເຫຼືອເຊິ່ງກັນແລະກັນ.

ພ້ອມນີ້, ກໍຂໍອວຍພອນໄຊໃຫ້ບັນດາທ່ານ ຈົ່ງມີສະຂະພາບແຂງແຮງ, ມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດໃນໜ້າວຽກງານອັນມີກຽດຂອງທ່ານ.