ຄະນະບໍລິຫານງານຊາວໜຸ່ມ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປູກຕົ້ນໄມ້ ແລະ ປ່ອຍປາ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 98 ປີ ໃນວັນທີ 3 ມິຖຸນາ 2022 ທີ່ເດີ່ນ ແລະ ໜອງປາ ສະໜາມມ້າ, ໂດຍການເຂົ້າຮ່ວມຂອງ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະບໍລິຫານງານຊາວໜຸ່ມ ກະຊວງ, ກົມໃຫຍ່, ກົມກອງອ້ອມຂ້າງ, ແຂກຮັບເຊີນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັອ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ກ່າວວ່າ:

ການຈັດພິທີປູກຕົ້ນໄມ້ ແລະ ປ່ອຍປາ ຄັ້ງນີ້ ເພື່ອເປັນການສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ເປັນຕົ້ນແມ່ນ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 98 ປີ ໃຫ້ເປັນຂະບວນຟົດຟື້ນ, ທັງເປັນການປະກອບສ່ວນໃນການເພີ່ມເນື້ອທີ່ປົກຫຸ້ມສີຂຽວເຮັດໃຫ້ລະບົບນິເວດ, ສິ່ງແວດລ້ອມມີຄວາມຍືນຍົງ, ທຳມະຊາດມີຄວາມສະອາດຊຸ່ມຊື່ນ, ມີຄວາມອຸດົມສົມບູນ ແລະ ທັງເປັນການເພີ່ມແຫຼ່ງອາຫານການກິນທີ່ອຸດົມສົມບູນ ເຊິ່ງເປັນປັດໄຈອັນຈຳເປັນຕໍ່ຄວາມໝັ້ນຄົງໃຫ້ແກ່ຊີວິດການເປັນຢູ່ຂອງພວກເຮົາ.

ຕົ້ນໄມ້ ແລະ ປາ ທີ່ນຳມາປູກ ແລະ ປ່ອຍຄັ້ງນີ້ ປະກອບມີ: ຕົ້ນໄມ້ດູ່, ຕົ້ນມ່ວງ, ຕົ້ນລໍາໄຍ ແລະ ຕົ້ນລິນຈີ່, ສ່ວນປາປະກອບມີ: ປານິນ, ປາປາກ, ປາບຶກ ແລະ ປາສະຫວາຍ.